Cristiano Ronaldo

ເອີ້ນໄດ້ວ່າເປັນເຄື່ອງໝາຍຄຳຖາມມາຕະຫຼອດກັບອະນາຄົດ ຂອງກອງໜ້າຊື່ລະຫັດວ່າ “CR7” ຄົນນີ້ ຫຼັງຈາກທີ່ ຄຣິສເຕຍໂນ້ ໂຣນັລໂດ້ ບອກສະໂມສອນຕົ້ນສັງກັດວ່າຢາກຍ້າຍທີມ ແລະ ບໍ່ຍອມມາລາຍງານຕົວກັບທີມ. ແຕ່ຫຼ້າສຸດຫຼັງຜ່ານໄປ 1 ເດືອນ ໂຣນັລໂດ້ຍັງຢືນຢັນວ່າຢາກຍ້າຍທີມຄືເກົ່າ ເຖິງວ່າຈະເຂົ້າມາລາຍງານຕົວເຝິກຊ້ອມນຳທີມແລ້ວກໍຕາມ.

Cristiano Ronaldo

ຕະຫຼອດ 1 ເດືອນທີ່ຜ່ານມາ ຄຣິສເຕຍໂນ້ ໂຣນັລໂດ້ ໄດ້ສ້າງຄວາມມຶນງົງໃຫ້ກັບແຟນບານມາຕະຫຼອດ ຫຼັງແຈ້ງໃຫ້ທາງສະໂມສອນຕົ້ນສັງກັດຢ່າງ ແມນຢູໄນເຕັດ ຮັບຊາບວ່າຕົນເອງມີຄວາມປະສົງຢາກຍ້າຍທີມ ແລະ ບໍ່ຍອມມາລາຍງານຕົວເຝິກຊ້ອມກັບທາງສະໂມສອນ ໂດຍອ້າງວ່າ ມີເຫດຜົນທາງຄອບຄົວ.

ຫຼ້າສຸດ ໂຣນັລໂດ້ ໄດ້ເດີນທາງມາທີ່ສະໜາມຊ້ອມ ແຄຣິງຕັນ ຂອງແມນເຊັສເຕີ້ ຢູໄນເຕັດ ເມື່ອຕົ້ນອາທິດທີ່ຜ່ານມາ ເພື່ອລາຍງານຕົວເຝິກຊ້ອມ ແລະ ໂອ້ລົມເຈລະຈາ ກັບທາງສະໂມສອນ ເຖິງອະນາຄົດຂອງລາວເປັນຄັ້ງທຳອິດ ຫຼັງປິດປາກງຽບມາເປັນເວລາເກືອບ 1 ເດືອນ. ແຕ່ເບິ່ງຄືວ່າຫຼັງຈົບການເຈລະຈາຄັ້ງນີ້ ຄວາມຕັ້ງໃຈຂອງກອງໜ້າ ອາຍຸ 37 ປີຄົນນີ້ຍັງຄືເກົ່າ ເພາະຫຼາຍສື່ໃນອັງກິດ ລາຍງານກົງກັນວ່າ ຄຣິສເຕຍໂນ້ ໂຣນັລໂດ້ ຍັງຢືນຢັນທີ່ຈະຍ້າຍທີມ ເຖິງວ່າສະໂມສອນຈະຢາກໃຫ້ຢູ່ຕໍ່ ແລະ ຕົນເອງຍັງມີສັນຍາຢູ່ກັບທີມ ອີກ 1 ປີກໍຕາມ.

Cristiano Ronaldo

ໂດຍ ໂຣນັລໂດ້ ໄດ້ມີຂ່າວກັບທີມຕ່າງໆ ມາຕະຫຼອດ ແຕ່ດ້ວຍຄ່າຈ້າງທີ່ສູງ ແລະ ມີອາຍຸເຖິງ 37 ປີ ແລ້ວ ບວກກັບບັນດາທີມໃຫຍ່ໆທີ່ມີສັກກະຍະພາບພຽງພໍທີ່ຈະຈ້າງຊຸບເປີ້ສະຕາ ຊາວໂປຕຸເກດຄົນນີ້ ກໍໄດ້ຊື້ນັກເຕະໃນຕຳແໜ່ງດຽວກັນກັບ ໂຣນັລໂດ້ ໄປເປັນທີ່ຮຽບຮ້ອຍແລ້ວ. ເຮັດໃຫ້ເຖິງຈະມີຂ່າວກັບທີມນັ້ນທີມນີ້ ແຕ່ສຸດທ້າຍກໍບໍ່ໄດ້ຍ້າຍຈັກເທື່ອ.

Cristiano Ronaldo

ໂດຍຫຼາຍສຳນັກຂ່າວລາຍງານເຖິງສາເຫດທີ່ ໂຣນັລໂດ້ ຢາກຍ້າຍອອກຈາກຮົ້ວຂອງ ແມນເຊັສເຕີ້ ຢູໄນເຕັດກໍຄື ໂຣນັລໂດ້ ຍັງຢາກຫຼິ້ນໃນລາຍການ UEFA Champion League ຕໍ່ໄປ ບວກກັບ ທາງໂຣນັລໂດ້ ນັ້ນບໍ່ເຫັນເຖິງຄວາມກະຕືລືລົ້ນທີ່ຈະພັດທະນາທີມຂອງສະໂມສອນ ແລະ ບາງແຫຼ່ງຂ່າວຍັງບອກອີກວ່າ ທາງຄອບຄົວຂອງໂຣນັລໂດ້ ນັ້ນ ບໍ່ມັກການໃຊ້ຊີວິດໃນປະເທດອັງກິດ ຈຶ່ງຢາກຍ້າຍອອກໄປໃຊ້ຊີວິດຢູ່ປະເທດອື່ນ.

ໃນຂະນະດຽວກັນ ທາງສະໂມສອນຕົ້ນສັງກັດຢ່າງ ແມນຢູໄນເຕັດ ກໍຢືນຢັນສຽງແຂງວ່າ “ໂຣນັລໂດ້ ບໍ່ໄດ້ມີໄວ້ຂາຍ” ແລະ ທາງຄູເຝິກຢ່າງ ເອຣິກ ເທັນຮາດ ກໍຍໍ້າມາຕະຫຼອດວ່າ ໂຣນັລໂດ້ ແມ່ນນັກເຕະຄົນສຳຄັນຂອງແຜນການຫຼິ້ນຂອງທີມ.

Cristiano Ronaldo

ສຳລັບໂປຣແກຣມ ຂອງແມນເຊັສເຕີ້ ນັ້ນຈະມີຄິວລົງເຕະໃນ ພຣີເມຍລີກ ນັດທຳອິດ ໃນວັນທີ 7 ສິງຫາ 2022 ທີ່ຈະມາຮອດນີ້ ໂດຍຈະເປັນການ ເປີດສະໜາມ Old Trafford ຕ້ອນຮັບການມາຢາມຂອງ ໄບຕັນ. ສ່ວນເຮົາກໍຍັງຕ້ອງມາເບິ່ງໄປນຳກັນວ່າທາງລົງຂອງຊຸບເປີ້ສະຕາ ຊາວ ໂປຕຸເກດຄົນນີ້ ກັບ ແມນຢູ ຈະເປັນແນວໃດຕໍ່ໄປ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ