ຍີ່ປຸ່ນ

ປັດຈຸບັນ Metaverse ຖືວ່າເປັນອີກໂລກໜຶ່ງທີ່ຫຼາຍອຸດສາຫະກຳ ກຳລັງສຶກສາ ແລະ ຈັບຕາເບິ່ງຢ່າງໃກ້ຊິດ. ຫຼ້າສຸດ ມະຫາວິທະຍາໄລ ແຫ່ງ ໂຕກຽວ ຫຼືວ່າຮູ້ຈັກກັນໃນຊື່ວ່າ Todai ເຊິ່ງເປັນມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ ປະກາດວ່າຈະເປີດການຮຽນ-ການສອນ ໃນໂລກ Metaverse ພາຍໃນປີນີ້.

ຈາກການລາຍງານຂອງສື່ທ້ອງຖິ່ນຢ່າງ The Asahi Shimbun ເຫັນວ່າ ການຮຽນການສອນໃນໂລກ Metaverse ດັ່ງກ່າວ ຈະເປີດໃຫ້ສະເພາະນັກຮຽນໃນຊັ້ນມັດທະຍົມປາຍ ແລະ ຜູ້ໃຫຍ່ໃນໄວເຮັດວຽກເທົ່ານັ້ນ.

ຍີ່ປຸ່ນ

ທາງມະຫາວິທະຍາໄລລະບຸວ່າ ການຮຽນການສອນຜ່ານ Metaverse ນີ້ ຈະຈັດຂຶ້ນພາຍໃຕ້ຄະນະວິສະວະກຳສາດຂອງທາງມະຫາວິທະຍາໄລ ແລະ ຈະມີສາຂາວິຊາຮຽນ ທີ່ກ່ຽວຂ້ອງກັບວິສະວະກຳສາດເທົ່ານັ້ນ ເຊິ່ງເມື່ອຮຽນຈົບ ກໍຈະໄດ້ໃບປະກາສະນີຍະບັດ ຄືກັບຄະນະອື່ນໆ ເຊັ່ນດຽວກັນ.
ການຮຽນການສອນຄັ້ງນີ້ຈັດຂຶ້ນເພື່ອເນັ້ນໄປທີ່ການເສີມສ້າງທັກສະ ໃນດ້ານ digital transformation ແລະ advanced technologies ເພື່ອເພີ່ມຂີດຄວາມສາມາດ ໃຫ້ກັບ ນັກຮຽນ ນັກສຶກສາ.

ຍີ່ປຸ່ນ

ນອກຈາກນີ້ ທາງມະຫາໄລ ຍັງເບິ່ງວ່າ ການຮຽນຜ່ານ Metaverse ຈະຊ່ວຍໃຫ້ນັກຮຽນສາມາດເຂົ້າເຖິງສະພາວະການຮຽນຮູ້ໂດຍປາສະຈາກເລື່ອງເພດ, ອາຍຸ ທີ່ຢູ່ອາໄສ ແລະ ສາມາດເຂົ້າເຖິງການຮຽນວິສະວະກຳສາດ ແລະ ເທັກໂນໂລຢີ ໄດ້ຢ່າງເທົ່າທຽມກັນ.

ສຳລັບແພລັດຟອມ Metaverse ໃນມະຫາວິທະຍາໄລ ແຫ່ງໂຕກຽວ ເຄີຍຖືກໃຊ້ງານມາແລ້ວ ໂດຍກ່ອນໜ້ານີ້ Teruo Fujii ຜູ້ອຳນວຍການຂອງມະຫາວິທະຍາໄລ ໄດ້ໃຊ້ເພື່ອບັນຍາຍ ໃນງານຕ້ອນຮັບນັກສຶກສາໃໝ່ ເມື່ອເດືອນ ມັງກອນທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ