ຜູ້ຕັດສິນກິລາເທັນນິສ

ເຈມສ໌ ແກ້ວຖາວົງ (James Boulomsack Keothavong) ຜູ້ຕັດສິນກິລາເທັນນິສ ລະດັບໂລກ ເຊື້ອສາຍລາວ ສັນຊາດອັງກິດ ມີຜົນງານໂດດເດັ່ນ ແລະ ໜ້າສົນໃຈ. ເມື່ອບໍ່ດົນມານີ້ກໍໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ດິນແດນບ້ານເກີດຂອງພໍ່ແມ່ ໃນລະຫວ່າງວັນທີ 22-24 ກໍລະກົດ ທີ່ຜ່ານມາ.

ການມາລາວຄັ້ງນີ້ ຂອງ ເຈມສ໌ ແກ້ວຖາວົງ ເພື່ອມາຢ້ຽມຢາມຖາມຂ່າວຍາດພີ່ນ້ອງ, ໝູ່ເພື່ອນ ແລະ ພົບປະກັບຄະນະນຳສະຫະພັນເທັນນິສແຫ່ງຊາດລາວ ເພື່ອແລກປ່ຽນບົດຮຽນປະສົບການ ໂດຍສະເພາະການພັດທະນາບຸກຄະລາກອນ ແລະ ວິຊາສະເພາະ, ພ້ອມກັນນີ້ ເຈມສ໌ ແກ້ວຖາວົງ ກໍໄດ້ໄປຮັບຊົມການເຝິກຊ້ອມຂອງນັກເທັນນິສທີມຊາດລາວ ທີ່ເດີ່ນເທັນນິສ ເຈົ້າອານຸວົງ ນະຄອນຫຼວງວຽງຈັນ.

ຜູ້ຕັດສິນກິລາເທັນນິສ

ໂອກາດນີ້ເປັນຄັ້ງທີສອງທີ່ ເຈມສ໌ ແກ້ວຖາວົງ ເດີນທາງມາຢ້ຽມຢາມປະເທດລາວ ຫຼັງຈາກ 17 ປີຜ່ານມາ. ເຈມສ໌ ແກ້ວຖາວົງ ຈົບການສຶກສາດ້ານການບໍລິຫານຈັດການກິລາ, ຍ້ອນຄອບຄົວມັກຮັກໃນກິລາເທັນນິສ ຈຶ່ງຮຽນຮູ້ການເປັນຜູ້ຕັດສິນ ແລະ ກາຍເປັນຜູ້ຕັດສິນກິລາເທັນນິສທີ່ມີຊື່ສຽງລະດັບໂລກ, ເປັນໜຶ່ງໃນຜູ້ຕັດສິນລະດັບສູງສຸດຂອງເທັນນິສ ຫຼື Gold Badge ໂດຍກ້າວສູ່ການຕັດສິນ ໃນປີ 2010 ເຄີຍຕັດສິນລະດັບແກຣນສະແລມ, ITF, ATP ແລະ WTA ຫຼາຍລາຍການ ໂດຍສະເພາະລະດັບແກຣນສະແລມ ວິມເບີດັນ ໄດ້ຕັດສິນຮອບຊິງປະເພດຊາຍດ່ຽວ ປີ 2014 ແລະ 2018, ປະເພດຍິງດ່ຽວຮອບຊິງ ປີ 2016 ແລະ 2021, ພ້ອມກັນນີ້ ກໍເຄີຍຕັດສິນ ແກຣນສະແລມ ອອສເຕລ້ຽນ ໂອເພັນ ຮອບຊິງປະເພດຊາຍດ່ຽວ ປີ 2017 ແລະ 2019, ລວມທັງ ຕັດສິນ ແກຣນສະແລມ ເຟັນ ໂອເພັນ ຮອບຊິງປະເພດຍິງດ່ຽວ ປີ 2018 ແລະ ຊາຍດ່ຽວ ຄັ້ງຫຼ້າສຸດ 2022 ທີ່ ຣາຟາເອວ ນາດາວ ພົບກັບ ແຄັສເປີ ຣຸດ, ນອກຈາກນີ້ ກໍເຄີຍຕັດສິນເທັນນິສ ທີມຍິງຊິງແຊ້ມໂລກ ຫຼື Fed Cup ໃນປີ 2019.

ຜູ້ຕັດສິນກິລາເທັນນິສ

ພໍ່ແມ່ຂອງ ເຈມສ໌ ແກ້ວຖາວົງ ເປັນຄົນລາວ ອົບພະຍົບໄປຢູ່ລອນດອນ ປະເທດອັງກິດ ຕັ້ງແຕ່ປີ 1970. ເຈມສ໌ ມີອ້າຍເອື້ອຍນ້ອງທັງໝົດ 4 ຄົນ: ລີນ້າ ແລະ ມາກ ເຮັດວຽກດ້ານການເງິນ, ການຕະຫຼາດ, ສ່ວນ ແອນ ເປັນອະດີດນັກເທັນນິສ ມື 1 ຂອງອັງກິດ. ປັດຈຸບັນ ເຈມສ໌ ແກ້ວຖາວົງ ອາຍຸ 39 ປີ ມີລູກສາວ 2 ຄົນ, ຊື່: ໂອລີເວຍ ແລະ ໂຊເປຍ. ໄລຍະນີ້ ເປັນໄລຍະວັນພັກຜ່ອນຂອງ ເຈມສ໌ ພາຍຫຼັງສຳເລັດການຕັດສິນ ແກຣນສະແລມ ວິມເບີດັນ 2022 ຈຶ່ງພາຄອບຄົວມາພັກຜ່ອນທີ່ຫົວຫີນ ປະເທດໄທ ແລະ ເດີນທາງມາຢ້ຽມຢາມລາວໃນຄັ້ງນີ້.

ຜູ້ຕັດສິນກິລາເທັນນິສ

ໃນການຕ້ອນຮັບໃນຄັ້ງນີ້ ໃຫ້ກຽດຕ້ອນຮັບໂດຍ ທ່ານ ດາວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ.

ຂໍ້ມູນຈາກ: https://cutt.ly/iZaFuNn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ