ສະຫະລັດອາເມຣິກາ

ຫຼາຍຄົນອາດຮູ້ແລ້ວວ່າເຊື້ອ HIV (Human Immunodeficiency Virus) ນັ້ນແມ່ນເຊື້ອໄວຣັສທີ່ທໍາລາຍລະບົບພູມຕ້ານທານຂອງມະນຸດເຮົາ ແລະ ເຮັດໃຫ້ເກີດໂຣກພູມຕ້ານທານບົກຜ່ອງ ເຊິ່ງມັນລວມໄປເຖິງການເປັນຈຸດທີ່ເຮັດໃຫ້ເກີດໂຣກເອດ (AIDS). ເຖິງແມ່ນວ່າປັດຈຸບັນນີ້ ໂລກເຮົາຈະມີການພັດທະນາຈົນສາມາດຜະລິດຢາຕ້ານໄວຣັສສໍາລັບຜູ້ຕິດເຊື້ອແລ້ວ ແຕ່ກໍຍັງບໍ່ພົບວິທີການປິ່ນປົວເຊື້ອ HIV ໃຫ້ຫາຍດີໄດ້.

ສະຫະລັດອາເມຣິກາ

ຢ່າງໃດກໍດີ ເບິ່ງຄືວ່າວົງການແພດຈະກ້າວໜ້າໄປອີກຂັ້ນແລ້ວ ເພາະວ່າຫຼ້າສຸດນີ້ຄະນະແພດໝໍຈາກສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍວ່າພວກເຂົາພົບຜູ້ປ່ວຍຄົນທີ 4 ຂອງໂລກທີ່ຫາຍດີຈາກການຕິດເຊື້ອ HIV ຫຼັງຈາກເຂົ້າປິ່ນປົວໂຣກມະເຮັງເມັດເລືອດຂາວ ແລະ ໄດ້ຮັບການປູກຖ່າຍໄຂກະດູກ (ສະເຕັມເຊລ).

ຜູ້ປ່ວຍຄົນດັ່ງກ່າວນີ້ເປັນຊາຍອາຍຸ 66 ປີ ແລະລາວກໍບໍ່ປະສົງທີ່ຈະເປີດເຜີຍຊື່. ໂດຍຊາຍຄົນນີ້ໄດ້ຕິດເຊື້ອ HIV ຕັ້ງແຕ່ປີ 1988 ຫຼື ປະມານ 34 ປີກ່ອນ. ແຕ່ວ່າໃນປັດຈຸບັນນີ້ ຮ່າງກາຍຂອງລາວແມ່ນບໍ່ມີເຊື້ອ HIV ອີກຕໍ່ໄປແລ້ວ ເພາະວ່າໃນໄລຍະ 17 ເດືອນທີ່ຜ່ານມາ ຮ່າງກາຍຂອງລາວແມ່ນບໍ່ປາກົດເຊື້ອ HIV ແລະເຊື້ອ HIV ກໍບໍ່ໄດ້ຫາຍຈາກຮ່າງກາຍໂດຍການປິ່ນປົວເຊື້ອໂດຍກົງ ແຕ່ວ່າມັນເກີດຈາກການທີ່ລາວເຂົ້າຮັບການປິ່ນປົວໂຣກມະເຮັງເມັດເລືອດຂາວທີ່ລາວໄດ້ກວດພົບຕອນທີ່ລາວອາຍຸ 63 ປີນັ້ນເອງ.

ສະຫະລັດອາເມຣິກາ

ແລະເພື່ອປິ່ນປົວໂຣກມະເຮັງເມັດເລືອດຂາວທີມແພດຂອງຜູ້ປ່ວຍຄົນນີ້ຈຶ່ງໄດ້ຕັດສິນໃຈວ່າລາວຈະຕ້ອງໄດ້ຮັບການປູກຖ່າຍໄຂສັນຫຼັງ (ສະເຕັມເຊລ) ເພື່ອທົດແທນເຊລເມັດເລືອດທີ່ເປັນມະເຮັງ ແລະ ລາວໄດ້ຮັບເອົາເຊລຂອງຜູ້ບໍລິຈາກທີ່ມີຄຸນສົມບັດດື້ຕໍ່ເຊື້ອ HIV ໂດຍທໍາມະຊາດ ຫຼືກໍຄືເຊລຂອງຜູ້ບໍລິຈາກທີ່ສາມາດຕ້ານທານເຊື້ອ HIV ໄດ້.

ເຊິ່ງປົກກະຕິແລ້ວເຊື້ອ HIV ຈະເຂົ້າສູ່ເຊລເມັດເລືອດຂາວໂດຍຜ່ານຊ່ອງຂະໜາດນ້ອຍທີ່ມີຊື່ວ່າ ‘CCR5’. ຢ່າງໃດກໍດີຮ່າງກາຍບາງຄົນ (ລວມເຖິງຜູ້ບໍລິຈາກ) ໄດ້ກາຍພັນຈົນເຮັດໃຫ້ຊ່ອງວ່າງ CCR5 ປິດລົງ ເປັນສາເຫດທີ່ເຮັດໃຫ້ຮ່າງກາຍນັ້ນໆ ສາມາດຕ້ານທານກັບເຊື້ອ HIV ໄດ້.

ສະຫະລັດອາເມຣິກາ

ຫຼັງຈາກຊາຍຄົນດັ່ງກ່າວໄດ້ຮັບການປູກຖ່າຍໄຂກະດູກແລ້ວ ທາງສູນ City of Hope ເຊິ່ງເປັນສູນມະເຮັງແລະສູນວິໄຈໃນລັດແຄລິຟໍເນຍ ກໍໄດ້ເບິ່ງແຍງດູແລຜູ້ປ່ວຍຄົນນີ້ຢ່າງໃກ້ຊິດ ຈົນຕໍ່ມາທາງຄະນະແພດໝໍໄດ້ບົ່ງມະຕິວ່າບໍ່ພົບເຊື້ອ HIV ໃນຮ່າງກາຍຂອງລາວອີກຕໍ່ໄປ.

ນອກຈາກນີ້ແລ້ວ ຊາຍອາຍຸ 66 ປີຄົນນີ້ຍັງໄດ້ເຜີຍໃນຖະແຫຼງການວ່າ ຮູ້ສຶກດີທີ່ຮູ້ວ່າເຊື້ອ HIV ແມ່ນບໍ່ມີໃນຮ່າງກາຍຂອງຕົນເອງອີກຕໍ່ໄປ. ພ້ອມລະບຸວ່າເມື່ອປີ 1988 ທີ່ລາວພົບວ່າຕິດເຊື້ອ HIV ລາວຄິດວ່ານັ້ນຄືໂທດປະຫານຊີວິດ “ຂ້ອຍບໍ່ເຄີຍຄິດມາກ່ອນວ່າຈະຢູ່ຈົນມາຮອດມື້ທີ່ຮ່າງກາຍບໍ່ພົບເຊື້ອ HIV ອີກແລ້ວ” ຜູ້ປ່ວຍຄົນນີ້ໄດ້ກ່າວ.

ສະຫະລັດອາເມຣິກາ

ກ່ອນໜ້ານີ້ ເມື່ອປີ 2011 ທີໂມທີ ເຣຍ໌ ບຣາວ ຫຼືຮູ້ຈັກກັນໃນຊື່ຜູ້ປ່ວຍເບີລິນ (Berlin Patient) ກາຍເປັນຄົນທໍອິດທີ່ໄດ້ຮັບການປິ່ນປົວໃຫ້ຫາຍຂາດຈາກເຊື້ອ HIV ກ່ອນທີ່ຈະພົບຜູ້ປ່ວຍທີ່ຫາຍດີຈາກ HIV ອີກ 3 ຄົນ ໃນໄລຍະ 3 ປີທີ່ຜ່ານມາ ໂດຍຜູ້ປ່ວຍຄົນຫຼ້າສຸດນີ້ເປັນຜູ້ຕິດເຊື້ອ HIV ມາດົນນານທີ່ສຸດໃນບັນດາ 4 ຄົນທີ່ຫາຍດີີຈາກ HIV.

ທັງນີ້ ການປູກຖ່າຍໄຂກະດູກບໍ່ອາດປະຕິວັດການປິ່ນປົວກຸ່ມຜູ້ຕິດເຊື້ອ HIV ທັງ 38 ລ້ານຄົນທົ່ວໂລກໄດ້. ດຣ. ຈານາ ດິກເທີ (Jana Dickter) ທ່ານໝໍຈາກສູນ City of Hope ອະທິບາຍວ່າວິທີນີ້ເປັນຂັ້ນຕອນທີ່ຊັບຊ້ອນແລະອາດມີຜົນຂ້າງຄຽງ ພ້ອມກັບຍ້ຳວ່ານີ້ບໍ່ແມ່ນທາງເລືອກທີ່ເໝາະສົມກັບຄົນສ່ວນຫຼາຍທີ່ມີເຊື້ອ HIV.

ສະຫະລັດອາເມຣິກາ

ທາງດ້ານສາສະດາຈານ ຊາຣອນ ເລີວິນ (Sharon Lewin) ປະທານສະມາຄົມໂຣກເອດລະຫວ່າງປະເທດກໍໄດ້ອອກມາສະແດງຄວາມເຫັນກັບກໍລະນີຫຼ້າສຸດນີ້ວ່າ ການປິ່ນປົວຜູ້ປ່ວຍໃຫ້ຫາຍດີຍັງເປັນເປົ້່າໝາຍສູງສຸດຂອງການວິໄຈ HIV.

ນອກນີ້ ສາສະດາຈານ ຊາຣອນ ຍັງໄດ້ກ່າວວ່າ ກ່ອນໜ້ານີ້ມີຜູ້ປ່ວຍທີ່ໄດ້ຮັບການປິ່ນປົວຈົນຫາຍດີຢູ່ຈຳນວນໜ້ອຍ ແລະພວກເຂົາເຫຼົ່ານັ້ນຍັງເປັນຄວາມຫວັງສໍາລັບຜູ້ຕິດເຊື້ອ ແລະເປັນແຮງບັນດານໃຈໃຫ້ກັບວົງການວິທະຍາສາດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ