ຢຸດເທາະ

ຢຸດເທາະ

ໃນອາທິດທີ່ຜ່ານມາ ຊາວເນັດທົ່ວທຸກບ່ອນໄດ້ຮ່ວມໃຈອອກມາຮຽກຮ້ອງໃຫ້ແພລັດຟອມຍອດນິຍົມຢ່າງ Instagram ໃຫ້ຢຸດຮຽນແບບ TikTok ໄດ້ແລ້ວ ເພາະວ່າການທີ່ Instagram ເພີ່ມຟີເຈີ Reels ເຂົ້າມາໃນຕົວແອັບ ເຮັດໃຫ້ຈໍານວນວິດີໂອຕ່າງໆ ເດັ້ງຂຶ້ນຫຼາຍໜ້າ Feed ຈົນເກີນໄປ ແລະເຮັດໃຫ້ຫຼາຍໆ ຄົນເບິ່ງວ່າ Instagram ສູນເສຍຄວາມເປັນຕົນເອງ. ໂດຍການຮຽກຮ້ອງດັ່ງກ່າວ ຊາວເນັດໄດ້ລົງລາຍຊື່ທີ່ເວັບໄຊ Change.org (ເວັບໄຊສຳລັບການຮຽກຮ້ອງຕ່າງໆ ເພື່ອໃຫ້ມີການປ່ຽນແປງ).

ນອກຈາກສຽງຮຽກຮ້ອງຈາກຊາວເນັດທົ່ວໄປແລ້ວ, 2 ເອື້ອຍນ້ອງທີ່ມີຄົນຕິດຕາມ Instagram ຫຼາຍສຸດອັນດັບຕົ້ນໆ ຂອງໂລກຢ່າງ Kim Kardashian ແລະ Kylie Jenner ກໍໄດ້ອອກມາສະແດງຄວາມບໍ່ພໍໃຈ ພ້ອມກັບໄດ້ຮ່ວມຮຽກຮ້ອງໃຫ້ Instagram ຢຸດຮຽນແບບ TikTok ໄດ້ແລ້ວ.

ຢຸດເທາະ

Kim Kardashian ແລະ Kylie Jenner ໄດ້ໂພສຮູບດຽວກັນພ້ອມກັບຂໍ້ຄວາມທີ່ລະບຸວ່າ “ເຮັດໃຫ້ Instagram ໃຫ້ກັບມາເປັນ Instagram ອີກຄັ້ງ (ຢຸດພະຍາຍາມເຮັດຕົວເປັນ TikTok ໄດ້ແລ້ວ ຂ້ອຍຢາກເຫັນຮູບໜ້າຮັກໆ ຂອງໝູ່ເພື່ອນຂອງຂ້ອຍເທົ່ານັ້ນ) ດ້ວຍຄວາມເຄົາລົບທຸກຄົນ”.

ຫຼັງຈາກທີ່ Kim Kardashian ແລະ Kylie Jenner ໂພສຂໍ້ຄວາມດັ່ງກ່າວອອກໄປ ແຟນຄລັບ ແລະ ຊາວເນັດຄົນອື່ນໆ ກໍໄດ້ອອກມາສະແດງຄວາມເຫັນວ່າ ເຫັນດີນຳຫຼາຍ, ບາງຄົນກໍເວົ້າວ່າ Instagram ພະຍາຍາມເປັນ TikTok ຈົນເກີນໄປ, ນີ້ມັນບໍ່ແມ່ນ Instagram ທີ່ຂ້ອຍເຄີຍໃຊ້ ຫຼື ບາງຄົນກໍເວົ້າວ່າຖ້າຍັງເປັນແບບນີ້ກໍຈະຢຸດຫຼິ້ນ Instagram.

ຢຸດເທາະ

ແລະສໍາລັບກໍລະນີຮຽກຮ້ອງດັ່ງກ່າວ ແມ່ນໄດ້ເກີດຂຶ້ນໂດຍມີຜູ້ຄົນເລີ່ມເຮັດແຄັມເປນໃນ Change.org ເຊິ່ງຂຽນຂໍ້ຄວາມກໍາກັບວ່າ “ເຮົາມີ TikTok ດ້ວຍເຫດຜົນບາງປະການ ແລະຍອມຮັບສາວ່າ Reels ທີ່ Instagram ອັບໂຫຼດຂຶ້ນມາລ້ວນແຕ່ເປັນຂອງຣີໄຊເຄິນຈາກ TikTok ແລະເປັນຄອນເທັ້ນທີ່ໂລກໃບນີ້ໄດ້ເຫັນໄປແລ້ວ”.

ທາງດ້ານ Adam Mosseri ຫົວໜ້າໃຫຍ່ແຫ່ງ Instagram ກໍໄດ້ອອກມາເຄື່ອນໄຫວກ່ຽວກັບກໍລະນີນີ້ເຊັ່ນກັນ ໂດຍລາວເຜີຍວ່າ “ຂ້ອຍຢາກໃຫ້ເປັນທີ່ກະຈ່າງວ່າ ເຮົາຈະຍັງສະໜັບສະໜູນຮູບພາບຕໍ່ໄປ ມັນຄືຮາກຖານຂອງເຮົາ ແຕ່ຂ້ອຍບອກກົງໆ ເລີຍວ່າ ຂ້ອຍເຊື່ອວ່າ Instagram ຈະຄ່ອຍໆ ປ່ຽນແປງເປັນແພລັດຟອມວິດີໂອໄປຕາມເວລາ ເຮົາເຫັນມັນເກີດຂຶ້ນຕັ້ງແຕ່ທີ່ເຮົາຍັງບໍ່ໄດ້ລົງມືເຮັດຫຍັງເລີຍ ເພາະສະນັ້ນເຮົາຈຶ່ງຍັງຄົງເພິ່ງພາການປ່ຽນທິດແບບນີ້ຕໍ່ໄປ”.

ທີ່ມາ: https://cutt.ly/eZjOjTo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ