ເຮັດແທ້! ຟິລິບປິນ ກຽມສັ່ງປິດຮ້ານພະນັນອອນລາຍ ຫຼາຍກວ່າ 170 ແຫ່ງ ພ້ອມສົ່ງແຮງງານຈີນກັບປະເທດກວ່າ 40.000 ຄົນ

ຟິລິບປິນ

ກົດໝາຍທ້ອງຖິ່ນຂອງ ຟິລິບປິນ ທີ່ອະນຸຍາດໃຫ້ເຮັດທຸລະກິດຄາສິໂນອອນລາຍໄດ້ຢ່າງຖືກກົດໝາຍ ສົ່ງຜົນໃຫ້ທຸລະກິດການພະນັນອອນລາຍໃນຟິລິບປິນ ເຕີບໂຕ ແລະ ຂະຫຍາຍຕົວຢ່າງວ່ອງໄວ ຕັ້ງແຕ່ປີ 2016 ໂດຍມີກຸ່ມເປົ້າໝາຍຫຼັກໆ ແມ່ນນັກທ່ອງທ່ຽວຈາກປະເທດຈີນ ເພາະການພະນັນໃນປະເທດຈີນນັ້ນຍັງຖືເປັນສິ່ງຕ້ອງຫ້າມ.

ຟິລິບປິນ

ຫຼ້າສຸດທາງການຟິລິບປິນ ໄດ້ກຽມສັ່ງປິດບໍລິສັດພະນັນອອນລາຍ 175 ແຫ່ງ ແລະ ກຽມສົ່ງແຮງງານຊາວຈີນປະມານ 40.000 ຄົນກັບປະເທດ ໂດຍເປັນສ່ວນໜຶ່ງຂອງການກວາດລ້າງທຸລະກິດສີເທົາທີ່ຂະຫຍາຍຕົວໃນປະເທດ ເຖິງແມ່ນວ່າມັນຈະເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດກໍຕາມ.

ຟິລິບປິນ

ໂຮເຊ ໂດມີນິກ ຄາວາໂນ ໂຄສົກກະຊວງຍຸຕິທຳ ຂອງຟິລິບປິນ ລະບຸວ່າ: ສາເຫດທີ່ຕ້ອງມີການກວາດລ້າງກໍເພາະມີລາຍງານວ່າ ພົນລະເມືອງຈີນໄດ້ເຂົ້າມາກໍ່ຄະດີຄາຕະກຳ, ລັກພາຕົວ ຫຼື ກໍ່ອາຊະຍາກຳອື່ນໆ ຕໍ່ຊາວຈີນດ້ວຍກັນເອງຕາມສະຖານທີ່ດັ່ງກ່າວ.

ບໍລິສັດພະນັນອອນລາຍທີ່ຈະຖືກສັ່ງປິດກໍຄື ພວກທີ່ໃບອະນຸຍາດໝົດອາຍຸ ຫຼື ຖືກຍົກເລີກໄປແລ້ວເນື່ອງຈາກບໍ່ໄປເສຍຄ່າທຳນຽມໃຫ້ລັດ ສ່ວນແຮງງານຈີນທີ່ເຮັດວຽກໃຫ້ກັບທຸລະກິດເຫຼົ່ານີ້ ຈະເລີ່ມຖືກສົ່ງກັບປະເທດ ນັບຕັ້ງແຕ່ເດືອນ ຕຸລານີ້ ເປັນຕົ້ນໄປ.

ຟິລິບປິນ

ອຸດສາຫະກຳການພະນັນອອນລາຍໃນຟິລິບປິນ ຫຼືທີ່ເອີ້ນວ່າ POGOs (Philippines offshore gambling operators) ເຄີຍມີການຈ້າງພະນັກງານຊາວຈີນຫຼາຍກວ່າ 300.000 ຄົນ ກ່ອນໜ້າທີ່ຈະມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ອັດຕາພາສີທີ່ສູງຂຶ້ນເຮັດໃຫ້ຜູ້ປະກອບການຫຼາຍເຈົ້າໄດ້ພະຍາຍາມຍ້າຍໄປເຮັດທຸລະກິດດັ່ງກ່າວຢູ່ປະເທດອື່ນ.

ຢ່າງໃດກໍຕາມ ລັດຖະບານ ຟິລິບປິນ ເຄີຍເກັບຄ່າທຳນຽມຈາກທຸລະກິດເຫຼົ່ານີ້ໄດ້ສູງເຖິງ 7.200 ລ້ານເປໂຊ ໃນປີ 2020 ແລະ 3.900 ລ້ານເປໂຊ ໃນປີ 2021. ນອກຈາກນີ້ ຍັງມີການປະເມີນວ່າ ຍັງມີເມັດເງິນອີກມະຫາສານທີ່ຖືກຈ່າຍໃນຮູບແບບຂອງພາສີ, ການຈັບຈ່າຍໃຊ້ສອຍໃນຊີວິດປະຈຳວັນຂອງແຮງງານ ລວມໄປເຖິງຄ່າເຊົ່າສຳນັກງານເປັນຕົ້ນ.

ຟິລິບປິນ

ສ່ວນທາງດ້ານສະຖານທູດຈີນປະຈຳຟິລິບປິນ ກໍໄດ້ອອກຖະແຫຼງການວ່າ: “ລັດຖະບານຈີນໄດ້ສະໜັບສະໜູນການສົ່ງຕົວແຮງງານກັບປະເທດ ແລະ ການປາບປາມອາຊະຍາກຳທີ່ກ່ຽວຂ້ອງກັບທຸລະກິດການພະນັນອອນລາຍ ໃນຟິລິບປິນ ໂດຍຈີນນັ້ນບໍ່ເຫັນດີ ແລະ ຈະມີມາດຕະການຂັ້ນຮຸນແຮງເພື່ອກວາດລ້າງທຸລະກິດການພະນັນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ