ທະນາຄານພັດທະນາອາຊີ ປັບລົດອັດຕາການຟື້ນຕົວທາງເສດຖະກິດຂອງ ສປປ ລາວ ເຫຼືອພຽງ 2,5%

ທະນາຄານພັດທະນາອາຊີ

​ເນື່ອງຈາກການຂາດ​ເຂີນຂອງ​ການ​ສະໜອງສິນຄ້າໃຫ້ຕ່າງປະເທດ ​ແລະ ລາຄາ​ສິນຄ້າ​ທີ່​ເພີ່ມ​ສູງຂຶ້ນ ​​ໃນໄລຍະກາງປີ ເຮັດ​ໃຫ້​ເກີດ​ຄວາມ​ກົດ​ດັນ​ແກ່ເງິນ​ເຟີ້​ເພີ່ມ​ຂຶ້ນ ສົ່ງຜົນໃຫ້ ການ​ຟື້ນ​ຕົວທາງດ້ານ​ເສດຖະກິດ​ຂອງ​ ສປປ ລາວ ຈະ​ຊ້າ​ກວ່າ​ທີ່ຄວນ.

ຈາກບັນຫາດັ່ງກ່າວເຮັດໃຫ້ ທະນາຄານພັດທະນາອາຊີ Asian Development Bank (ADB) ໄດ້ປັບລົດການການຄາດຄະເນທ່າອ່ຽງການເຕີບໂຕທາງດ້ານເສດຖະກິດຂອງປະເທດລາວລົງເຫຼືອພຽງ 2,5% ​ເຊິ່ງລົດ​ລົງ​ຈາກ 3,4% ທີ່​ຄາດ​ການໄວ້​ໃນ​ເດືອນ​ເມສາ ແລະ ຍັງ​ໄດ້​ປັບ​​ການ​ຄາດ​ຄະ​ເນ​ຂອງ​ລາວ​ໃນ​ປີ 2023 ເປັນ 3,5% ເຊິ່ງລົດ​ລົງ​ຈາກ​ການ​ຄາດ​ຄະ​ເນ​ເບື້ອງ​ຕົ້ນ​ທີ່ 3,7%.

ທະນາຄານພັດທະນາອາຊີ

ຜ່ານບົດສະຫຼຸບຂອງ ທະນາຄານພັດທະນາອາຊີ ເຫັນວ່າ ບັນຫາຕົ້ນຕໍແມ່ນມາຈາກ ລາຄານໍ້າມັນໂລກທີ່ໄດ້ມີການເໜັງຕີງ ​ເຮັດໃຫ້​ຄ່າ​ຄອງ​ຊີບ​ເພີ່ມສູງຂຶ້ນ, ສົ່ງ​ຜົນ​ໃຫ້​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ລົດ​ລົງ ເຊິ່ງມັນໄດ້ສົ່ງຜົນກ່ຽວເນື່ອງໄປເຖິງ ການເພີ່ມຂຶ້ນກະທັນຫັນຂອງລາຄາ ປຸຍ, ອາຫານສັດ ແລະ ອາຫານ ເຮັດໃຫ້ກິດຈະກໍາທາງດ້ານກະສິກໍາ ແລະ ການຜະລິດ ອັນເປັນທ່າແຮງສຳຄັນຂອງ ເສດຖະກິດ ສປປ ລາວ ມີການຕິດຂັດ ແລະ ຊັກຊ້າກວ່າທີ່ຄວນ.

ໃນຂະນະທີ່ ອັດຕາ​ເງິນ​ເຟີ້ໃນ​ ເດືອນ​ສິງຫາ ໄດ້ເພີ່ມ​ຂຶ້ນສູ່​ລະດັບ​ສູງ​ສຸດ​ໃນ​ຮອບ 22 ປີທີ່ 30,0%, ເຊິ່ງອັດຕາ​ເງິນ​ເຟີ້ສະເລ່ຍ​ແມ່ນ 15,5% ​ໃນ 8 ​ເດືອນ​ທຳ​ອິດຂອງປີ ເຮັດໃຫ້ສິນຄ້າອຸປະໂພກ ແລະ ບໍລິໂພກສ່ວນຫຼາຍ ມີລາຄາທີ່ເພີ່ມສູງຂຶ້ນ. ການເພີ່ມຂຶ້ນຂອງລາຄາສິນຄ້າ ໄດ້ສ້າງຜົນກະທົບຕໍ່ປະຊາຊົນຄົວເຮືອນໃນລາວ, ໂດຍສະເພາະແມ່ນປະຊາຊົນທີ່ທຸກຍາກ ທີ່ເປັນອຸປະສັກຕໍ່ຄວາມປອດໄພທາງດ້ານອາຫານ ແລະ ໂພຊະນາການ.

ທະນາຄານພັດທະນາອາຊີ

ທ່ານ ນາງ ໂຊໂນມິ ທະນາກະ (Sonomi Tanaka) ຜູ້ຕາງໜ້າ ADB ປະຈໍາ​​ ສປປ ລາວ ກ່າວວ່າ: “ບັນຫາເຫຼົ່ານີ້​ພວມ​ສ້າງ​ສິ່ງ​ທ້າ​ທາຍອັນໃຫຍ່ຫຼວງ ເຊິ່ງ​ບໍ່​ພຽງ​ແຕ່​ໃຫ້​ປະ​ຊາ​ຊົນ​ເທົ່າ​ນັ້ນ, ແຕ່ຍັງຕໍ່ກັບການ​ເງິນຂອງ​ພາກ​ລັດ​ອີກ​ດ້ວຍ. ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ດີ, ໄປພ້ອມ​ກັບ​ການ​ແຊກ​ແຊງ​ ເພື່ອ​ປົກ​ປ້ອງ​ກຳ​ລັງ​ຊື້ແມ່ນ​ຈຳ​ເປັນ ​ເພື່ອ​ຟື້ນ​ຄວາມ​ໝັ້ນ​ໃຈ​ຂອງ​ຕະ​ຫຼາດ.”

ຂອບໃຈຂໍ້ມູນຈາກ: https://cutt.ly/DVF0O3S

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ