ຜົນຕອບຮັບດີ! ທີມບານເຕະໃນລີກສະໝັກຫຼິ້ນ ຂອງ ສະກັອດແລນ ເປີດຕົວເສື້ອແຂ່ງລາຍເບຍ ແຟນບານແຫ່ຊື້ຈົນໝົດພາຍໃນ 3 ມື້

ທີມບານເຕະ

ວົງການກິລາບານເຕະ ແລະ ເບຍເບິ່ງຜ່ານໆຄືວ່າຈະເປັນ 2 ສິ່ງທີ່ບໍ່ມີທາງທີ່ຈະເຂົ້າກັນ ແຕ່ວ່າ ທີມບານເຕະທີມໜຶ່ງ ໃນລີກສະໝັກຫຼິ້ນ ປະເທດ ສະກັອດແລນ ຊື່ວ່າ Newcraighall Leith Victoria ໄດ້ຄິດໄອເດຍສຸດແປກ ນຳເອົາເບຍ ມາເປັນລາຍຊຸດແຂ່ງຂອງທີມຕົນເອງ ຈົນຂາຍດິບຂາຍດີ ແຟນບານມາແຫ່ຊື້ຈົນໝົດສະຕັອກ ພາຍໃນ 3 ມື້.

ໂດຍທີ່ມາຂອງເສື້ອລາຍເບຍເກີດຈາກສະໂມສອນໄດ້ ແບຣນເຄື່ອງດື່ມ Tennent ແລະ Strongbow ເຂົ້າມາເປັນຜູ້ສະໜັບສະໜູນໃຫ້ກັບທີມ ເຮັດໃຫ້ພວກເຂົານຳເອົາເບຍມາເປັນລາຍຊຸດແຂ່ງ ທັງຊຸດໃນບ້ານ ແລະ ຊຸດນອກບ້ານເລີຍ.

ທີມບານເຕະ

ໂດຍຊຸດໃນບ້ານຂອງພວກເຂົາຈະມາພ້ອມກັບແຂນເສື້ອສີກົມ ແລະ ເຮັດຕົວເສື້ອເປັນລາຍເບຍສີເຫຼືອງພ້ອມຟອງ ແລະ ມີໂລໂກ້ຂອງ Tennent ຄາດຢູ່ເທີງໜ້າເອິກ. ສ່ວນຊຸດແຂ່ງນອກບ້ານຂອງພວກເຂົາ ມາໃນຕີ້ມ ສີແດງ ພ້ອມຟອງຄ້າຍຟອງເບຍເປັນລວດລາຍ ແລະ ມີໂລໂກ້ຂອງ Strongbow ຄາດໜ້າເອິກ.

ສະໂມສອນໄດ້ວາງຂາຍຊຸດແຂ່ງທັງໝົດຂອງພວກເຂົາ ເມື່ອອາທິດທີ່ຜ່ານມາ ຜ່ານທາງເວັບໄຊ NonLeagueFootballShop.co.uk ໃນລາຄາຜືນລະ 37,99 ຫຼື ປະມານ 6 ແສນກວ່າກີບ ເຊິ່ງໄດ້ຮັບຜົນຕອບຮັບຢ່າງດີ ມີແຟນບານເຂົ້າໄປກົດສັ່ງຊື້ກັນຢ່າງຫຼວງຫຼາຍ ຈົນຂາຍໝົດສະຕັອກພາຍໃນ 3 ມື້. ແລະ ຍັງມີແຟນໆ ຮຽກຮ້ອງໃຫ້ສະໂມສອນເຮັດເສື້ອລາຍນີ້ອອກມາຫຼາຍໆ ແລະ ເອົາມາວາງຂາຍໃໝ່ອີກຮອບໜຶ່ງ.

ທີມບານເຕະ

ໂດຍທາງສະໂມສອນໄດ້ແຈ້ງວ່າຈະໃຫ້ແຟນບານຈັບຈອງເສື້ອລາຍນີ້ອີກເທື່ອໜຶ່ງພາຍໃນເດືອນຕຸລາ ທີ່ຈະມາຮອດນີ້. ຢ່າງໃດກໍຕາມ Newcraighall Leith Victoria ບໍ່ແມ່ນທີມທຳອິດທີ່ມີເສື້ອລາຍເບຍ ແບບນີ້ ໂດຍກ່ອນໜ້ານີ້ ເມື່ອລະດູການ 2014-15 ສະໂມສອນ ລູໂກ້ ໃນລີກ Division 2 ຂອງສະເປນ ກໍເຄີຍເຮັດຊຸດວອມຂອງທີມເປັນລາຍເບຍມາແລ້ວ ໂດຍມີແບຣນ ເຄື່ອງດື່ມ Tennent ເປັນຜູ້ສະໜັບສະໜູນເຊັ່ນກັນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ