ບັນດາຜູ້ນຳ ແລະ ແຂກຈາກທົ່ວໂລກກວ່າ 700 ຄົນເດີນທາງມາຍີ່ປຸ່ນເພື່ອເຂົ້າຮ່ວມພິທີສົບຂອງອະດີດນາຍົກ ຊິນໂຊ ອາເບະ

ບັນດາຜູ້ນຳ

BBC ໄດ້ລາຍງານວ່າໃນມື້ນີ້ (27 ກັນຍາ 2022) ບັນດາແຂກຈາກຕ່າງຊາດກວ່າ 700 ຄົນໄດ້ເດີນທາງມາທີ່ນະຄອນໂຕກຽວ ເພື່ອເຂົ້າຮ່ວມພິທີສົບຂອງ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີຂອງຍີ່ປຸ່ນ. ໃນຈໍານວນແຂກທີ່ກ່າວມາ ແມ່ນມີຜູ້ນຳປະເທດຄົນປັດຈຸບັນ ແລະ ອະດີດຜູ້ນຳຂອງຊາດຕ່າງໆມາຮ່ວມງານປະມານ 50 ຄົນເຊັ່ນ: ນາຍົກລັດຖະມົນຕີຂອງອິນເດຍ, ປະທານາທິບໍດີຂອງສິງກະໂປ, ນາຍົກລັດຖະມົນຕີຂອງອອສເຕຣເລຍ, ປະທານາທິບໍດີຂອງຫວຽດນາມ, ປະທານາທິບໍດີຂອງເກົາຫຼີໃຕ້, ປະທານຄະນະມົນຕີຂອງຢູໂຣບ ແລະ ອື່ນໆ ອີກຫຼາຍຄົນ.

ບັນດາຜູ້ນຳ

ເຊິ່ງທຳນຽບລັດຖະມົນຕີຂອງຍີ່ປຸ່ນມີການເຜີຍແຜ່ພາບຖ່າຍຂອງ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຄົນປັດຈຸບັນຂອງຍີ່ປຸ່ນ ທີ່ໄດ້ໃຫ້ການຕ້ອນຮັບແຂກລະດັບປະເທດທີ່ມາຮ່ວມງານນີ້ຕັ້ງແຕ່ວັນທີ 26 ກັນຍາ ຈົນຕໍ່ເນື່ອງມາຮອດຕອນເຊົ້າຂອງມື້ນີ້. ທັງນີ້ ຟຸມິໂອະ ຄິຊິດະ ແມ່ນມີກໍານົດທີ່ຈະເຂົ້າພົບກັບຜູ້ນຳຕ່າງໆ ເຖິງ 40 ຄົນໃນມື້ນີ້.

ບັນດາຜູ້ນຳ

ໂດຍພິທີສົບອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ ແມ່ນໄດ້ຈັດຂຶຶ້ນທີ່ສະໜາມກິລາໃນຮົ່ມ Nippon Budokan ໃນນະຄອນໂຕກຽວຂອງມື້ນີ້ ເຊິ່ງພິທີແມ່ນເລີ່ມຂຶ້ນໃນເວລາ 14:00 ຂອງມື້ນີ້ຕາມເວລາຍີ່ປຸ່ນ ຫຼື ກົງກັບເວລາຕອນທ່ຽງຂອງປະເທດລາວເຮົາ ໂດຍມີຜູ້ເຂົ້າຮ່ວມງານກວ່າ 4.000 ຄົນ ເຊິ່ງພິທີງານສົບດັ່ງກ່າວແມ່ນໄດ້ຈັດຂຶ້ນທ່າມກາງສຽງຕໍ່ຕ້ານ ແລະ ປະທ້ວງການໃຊ້ງົບປະມານຈໍານວນຫຼາຍໃນການຈັດພິທີຄັ້ງນີ້ ໂດຍໂຈມຕີວ່າອະດີດນາຍົກ ຊິນໂຊ ອາເບະ ມີເລື່ອງໃນດ້ານລົບຢ່າງຫຼວງຫຼາຍໃນຄັ້ງທີ່ຍັງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ.

ບັນດາຜູ້ນຳ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ