ເຫັນແລ້ວຕ້ອງຢາກໄດ້! HONDA ກຽມເປີດຕົວ SPORT EV CONCEPT 2022 ລົດໄຟຟ້າທີ່ສາມາດສະແດງຂໍ້ຄວາມຢູ່ທາງຫຼັງລົດໄດ້


ຖ້າຈະກ່າວເຖິງເທັກໂນໂລຢີທາງດ້ານລົດໃຫຍ່ ເຮົາກໍອາດຈະເຄີຍເຫັນບັນດານະວັດຕະກຳຕ່າງໆ ຂອງບໍລິສັດຜະລິດລົດໃຫຍ່ລະດັບໂລກ ນັບຕັ້ງແຕ່ລົດທີ່ໃຊ້ພະລັງໄຟຟ້າແທນນ້ຳມັນ, ລົດທີ່ບັງຄັບເອງໄດ້ ຫຼື ລົດທີ່ຂັບໄດ້ເກືອບໃນທຸກພື້ນທີ່ທີ່ເປັນເຂດທຸລະກັນດານ… ເຊິ່ງບໍລິສັດລົດໃຫຍ່ລະດັບໂລກຢ່າງ Honda ເອງ ກໍເປັນໜຶ່ງໃນນັ້ນ ທີ່ມັກຈະຜະລິດລົດໃຫຍ່ທີ່ມີຮູບຊົງສວຍງາມທັນສະໄໝຄວບຄູ່ໄປກັບເທັກໂນໂລຢີທີ່ກ້າວໜ້າແບບຂັ້ນສຸດ.

ຈາກຄວາມຄືບໜ້າແນວຄິດລົດສະປອດ EV (SORTS EV concept) ຈາກຄ້າຍ Honda ທີ່ເຄີຍເປີດຕົວອອກມາເມື່ອປີ 2017 ເຊິ່ງມັນເປັນລົດພະລັງງານໄຟຟ້າ design concept (ແນວຄິດການອອກແບບ) ດຽວກັນກັບ Honda e ລົດພະລັງງານໄຟຟ້າທີ່ທາງຄ້າຍໄດ້ຜະລິດອອກມາກ່ອນໜ້ານີ້ ແລະຫຼ້າສຸດແນວຄິດນີ້ກໍເອີ້ນໄດ້ວ່າມັນຈະປາກົດຕົວໃຫ້ເຮົາໄດ້ເຫັນແລ້ວ ເພາະວ່າທາງຄ້າຍໄດ້ກຽມນຳລົດສະປອດສຸດລໍ້າທີ່ມີການອອກແບບຄລາສສິກມາໃຊ້ງານແທ້ໃນປີ 2022 ແລະຕອນນີ້ກໍຢູ່ໃນໄລຍະທົດສອບການຜະລິດແລ້ວ.

ໂດຍ SORTS EV concept ຂອງ Honda ທີ່ຫຼາຍຄົນໄດ້ເຫັນແລ້ວ ຈະຕ້ອງໄດ້ຄວາມຮູ້ສຶກເປັນ “Modern Retro” ກໍຄືຮູບຊົງແບບຄລາສສິກ ແຕ່ພັດທະນາແບບໃໝ່ຮ່ວມສະໄໝ ຂັບເຄື່ອນດ້ວຍລໍ້ຫຼັງ ແລະ ເປັນລົດ 2 ບ່ອນນັ່ງ.

ແລະຈຸດພິເສດຂອງລົດຄັນນີ້ທີ່ຈະເວົ້າເຖິງບໍ່ໄດ້ນັ້ນກໍຄື ມັນມີລູກຫຼິ້ນບ່ອນກະຈັງໜ້າ ກັບແຜງໄຟທ້າຍ ທີ່ມີໜ້າຈໍເປັນລະບົບ LED ສະແດງໃຫ້ເຫັນໂລໂກ້ຂອງລົດ ແລະ ອີກຢ່າງໜຶ່ງທີ່ຄັດທີ່ສຸດນັ້ນກໍຄື ມັນສາມາດສະແດງຂໍ້ຄວາມໃຫ້ລົດຄັນຫຼັງເຫັນ ແລະ ສາມາດສື່ສານກັນໄດ້.

ນອກນີ້ການອອກແບບລົດຄັນດັ່ງກ່າວ ຍັງມີເທັກໂນໂລຢີການຂັບຂີ່ອັດຕະໂນມັດ ແລະ ມີ AI NeuV ປະຈຳຕົວຂອງລົດ ທີ່ຈະມາປະມວນຜົນອາລົມຂອງຜູ້ຂັບຂີ່ຈາກພຶດຕິກຳການຂັບ, ການຕັດສິນໃຈ ແລະ ຈະຊ່ວຍປັບລະບົບທີ່ຂັບໃຫ້ສົມດຸນເພື່ອການຂັບຂີ່ທີ່ປອດໄພ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/