ໄປທ່ຽວອະວະກາດນຳກັນບໍ່? Space X ເລີ່ມຈັດທຣິບໄປທົວອະວະກາດ ລາຄາເລີ່ມຕົ້ນຮອບລະ 55 ລ້ານໂດລາ


Space X ນອກຈາກຈະເປັນບໍລິສັດພັດທະນາເລື່ອງຍານອະວະກາດ ແລະ ພັດທະນາເທັກໂນໂລຢີຕ່າງໆແລ້ວ ເບິ່ງຄືວ່າ Elon Musk ຫົວເຮືອໃຫຍ່ ຂອງ Space X ຈະເລີ່ມຫັນມາເອົາດີທາງດ້ານການຈັດທົວໄປທ່ຽວອະວະກາດອີກນຳ ຫຼັງຈາກຫຼ້າສຸດໄດ້ພານັກທ່ອງທ່ຽວ 3 ຄົນຂຶ້ນໄປສະຖານີອະວະກາດ.

ວັນທີ 8 ເມສາ 2022 Space X ໄດ້ພານັກທຸລະກິດມະຫາເສດຖີ 3 ຄົນ ພ້ອມກັບຄົນນຳທົວທີ່ເປັນນັກບິນອະວະກາດອີກຄົນໜຶ່ງ ຂຶ້ນໄປທ່ຽວພັກຜ່ອນຢ່ອນໃຈທີ່ສະຖານີອະວະກາດນານາຊາດ ເປັນເວລາປະມານ 1 ອາທິດ ພາຍໃຕ້ພາລະກິດຊື່ Ax-1.

ໂດຍມະຫາເສດຖີ 3 ຄົນທີ່ໄປທ່ຽວນີ້ ແມ່ນເປັນຊາວອາເມຣິກາ, ແຄນາດາ ແລະ ຊາວອິດສະຣາເອລ ເຊິ່ງທັງສາມຄົນແມ່ນຢູ່ໃນແວດວົງການລົງທຶນ ອະສັງຫາລິມະຊັບ ແລະ ທຸລະກິດຍັກໃຫຍ່.

ສຳລັບຄ່າໃຊ້ຈ່າຍຕໍ່ຄົນກັບການໄປທ່ຽວສະຖານີອະວະກາດນານາຊາດຄັ້ງນີ້ ລວມທັງໝົດແມ່ນຕົກຢູ່ທີ່ຜູ້ລະ 55 ລ້ານໂດລາ ຫຼື ຕີເປັນເງີນລາວແມ່ນຢູ່ທີ່ປະມານ 655,140 ລ້ານກີບ.

ໂດຍການທົວຄັ້ງນີ້ຖືເປັນເທື່ອທີ 2 ແລ້ວທີ່ Space X ຈັດທົວທ່ຽວອະວະກາດ ຫຼັງຈາກກ່ອນໜ້ານີ້ ໃນປີ 2021 Space X ໄດ້ເຄີຍນຳນັກທ່ອງທ່ຽວ 4 ຄົນຂຶ້ນໄປເທິງອະວະກາດ ແລະ ໂຄຈອນທ່ຽວອ້ອມໂລກ ເປັນເວລາ 3ມື້ ພາຍໃຕ້ພາລະກິດທີ່ມີຊື່ວ່າ Inspiration 4.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/