ນັບແຕ່ປີ 2016 ເຖິງປັດຈຸບັນ ພົບການສໍ້ລາດບັງຫຼວງ 4,185 ເປົ້າໝາຍ ເສຍຫາຍ 8,370 ຕື້ກີບ 50 ລ້ານໂດລາ ແລະ 36 ລ້ານບາດ


ກອງປະຊຸມວຽກງານກວດກາ ທົ່ວປະເທດຄັ້ງທີ 4 ເຊິ່ງກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນວັນທີ 7 ເມສາ 2022 ທີ່ຜ່ານມາ ທີ່ຫ້ອງປະຊຸມວ່າການສູນກາງພັກຫຼັກ 6.

ໃນກອງປະຊຸມສະຫາຍ ຄຳໄຊ ອຸ່ນມີໄຊ ຮອງປະທານກວດກາສູນກາງພັກ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2016 ຈົນຮອດປັດຈຸບັນ ແລະ ບາງເນື້ອໃນຕົ້ນຕໍ ສຳລັບການເຄື່ອນໄຫວແຕ່ນີ້ເຖິງປີ 2026 ເຊິ່ງມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ: ຄະນະກວດກາສູນກາງພັກໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆ ເພື່ອຊຸກຍູ້ຕິດຕາມ, ກວດກາ, ປະເມີນການກໍ່ສ້າງໜ່ວຍພັກປອດໃສຄວາມເຂັ້ມແຂງໜັກແໜ້ນ ແລະ ການຈັດແບ່ງປະເພດສະມາຊິກພັກສ່ວນໃຫຍ່ທີ່ຂຶ້ນກັບການຄຸ້ມຄອງຂອງພັກ, ກະຊວງ, ອົງການ ແລະ ທ້ອງຖິ່ນ. ໄດ້ຮັບການປະເມີນຜົນກ່ຽວກັບການພິຈາລະນາລົງວິໄນຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ.

ນັບແຕ່ປີ 2016 ເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດ 4,185 ເປົ້າໝາຍ ພົບເຫັນຜົນເສຍຫາຍທັງໝົດ 8,370 ຕື້ກີບ, 50 ລ້ານໂດລາສະຫະລັດ ແລະ 36 ລ້ານບາດ. ໃນເບື້ອງຕົ້ນສາມາດເກັບກູ້ຄືນມາໃຫ້ລັດໄດ້ 1,782 ຕື້ກີບ, 3.55 ລ້ານໂດລາສະຫະລັດ ແລະ 11 ລ້ານບາດ. ສະພາບໃນການກວດກາການລົງທຶນຂອງລັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 130/ຫສນຍ ສຳເລັດແລ້ວ 2004 ໂຄງການໃນຈຳນວນ 5,542 ໂຄງການ ໄດ້ດຳເນີນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມພົວພັນ 1,119 ຄົນ ໃນນີ້ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ.

ໃນໄລຍະທີ່ຜ່ານມາ ໄດ້ດຳເນີນການສືບສວນສອບສວນຄະດີກ່ຽວກັບການສໍ້ລາດບັງຫຼວງທັງໝົດ 842 ເປົ້າໝາຍ; ພະນັກງານລັດ 363 ຄົນ, ພະນັກງານລັດວິສາຫະກິດ 364 ຄົນ, ບຸກຄົນທົ່ວໄປທີ່ກ່ຽວຂ້ອງ 115 ຄົນ. ສາມາດສະຫຼຸບຄະດີລົງໄອຍະການ 154 ຄົນ; ໃນນີ້ພະນັກງານລັດ 79 ຄົນ, ພະນັກງານລັດວິສາຫະກິດ 41 ຄົນ, ບຸກຄົນທີ່ກ່ຽວຂ້ອງ 34 ຄົນ ສານຕັດສິນແລ້ວ 100 ຄົນ, ໃນນັ້ນພະນັກງານ 17 ຄົນ, ພະນັກງານລັດວິສາຫະກິດ 28 ຄົນ, ບຸກຄົນທີ່ກ່ຽວຂ້ອງ 25 ຄົນ. ແກ້ໄຂທາງບໍລິຫານໄດ້ 652 ຄົນ ໃນນັ້ນພະນັກງານລັດ 265 ຄົນ, ວິສາຫະກິດ 313 ຄົນ, ບຸກຄົນກ່ຽວຂ້ອງ 72 ຄົນ.

ຂອບໃຈຂໍ້ມູນຈາກ: https://bit.ly/3xgFqCM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/