NFT Meme ຄົນແບກໂລງສົບເຕັ້ນ ຂາຍອອກໄປແລ້ວໃນລາຄາສູງເຖິງ 1.047 ລ້ານໂດລາ ແລະ ຈະນຳເອົາ 50% ຂອງການຂາຍໄປຊ່ວຍຊາວຢູເຄຣນ

NFT Meme

Meme ຫຼື ມີມ ນັ້ນສຳລັບຫຼາຍຄົນອາດຈະຮູ້ຈັກກັນດີເພາະເຮົາມັກຈະໃຊ້ມັນໃນຮູບແບບ ຮູບພາບ, ວິດີໂອ ຫຼື ຄຳເວົ້າ ເພື່ອເປັນຕົວແທນຂອງລັກສະນະອາລົມ ຄວາມຮູ້ສຶກ ຫຼື ທ່າທາງ ທີ່ເຮົາຕ້ອງການຈະສະແດງອອກໄປ ໃຫ້ຄົນອື່ນຮູ້.

ຖ້າຫາກຢ້ອນກັບໄປເມື່ອປີ 2020 ເປັນໜຶ່ງປີທີ່ເອີ້ນໄດ້ວ່າກະແສຂອງການຫຼິ້ນມີມແມ່ນມາແຮງສຸດໆ ເຊີ່ງມີມ “ຊາຍສີ່ຄົນແບກໂລງສົບເຕັ້ນ” (Coffin Dance) ທີ່ປະກອບກັບຈັງຫວະສຽງເພງ EDM ກໍໄດ້ສ້າງປາກົດການອັນໂດ່ງດັງໄປທົ່ວໂລກໂຊຊຽວ ທີ່ບໍ່ວ່າຈະຫັນໄປທາງໃດຢ່າງໜ້ອຍເຮົາຈະຕ້ອງໄດ້ເຫັນພວກເຂົາຢ່າງແນ່ນອນ ແລະ ມີມດັ່ງກ່າວມັກຈະຫຼິ້ນຄູ່ກັບການແຜ່ລະບາດຂອງໂຄວິດ-19 ໃນຂະນະເວລານັ້ນ.

ແລະເມື່ອບໍ່ດົນມານີ້ (8 ເມສາ) ຈາກລາຍງານຂອງບັນຊີ Twitter Africa Facts Zone ໄດ້ເປີດເຜີຍວ່າ Benjamin Aidoo ແລະ ທີມງານເຈົ້າຂອງວິດີໂອຕົ້ນສະບັບຂອງມີມ Coffindance ໄດ້ຕັດສິນໃຈທີ່ຈະຂາຍຜົນງານດັ່ງກ່າວໃນຮູບແບບ NFT ແລະ ຕໍ່ມາມັນກໍຖືກປະມູນຂາຍໄປໃນລາຄາ 327 Ethereum ຫຼື ປະມານ 1,047,806 ໂດລາ ໃນວັນທີ 9 ເມສາທີ່ຜ່ານມາ.

ນອກຈາກນີ້ ຍັງມີການລະບຸວ່າລາຍໄດ້ຈາກການຂາຍໃນຄັ້ງນີ້ ແມ່ນຈະນຳເອົາ 50% ຂອງມູນຄ່າການຂາຍໄປຊ່ວຍເຫຼືອຊາຍຢູເຄຣນທີ່ກໍາລັງປະເຊີນກັບການຖືກໂຈມຕີຈາກຣັດເຊຍອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/