ເຫດການວານຕິດຊາຍຫາດຈໍານວນຫຼາຍຮ້ອຍໂຕທີ່ອອສເຕຣເລຍ ຕອນນີ້ມີພຽງ 35 ໂຕທີ່ມີຊີວິດລອດ


ເມື່ອວັນພຸດ ທີ 21 ກັນຍາ 2022 ທີຜ່ານມາ ໜ່ວຍງານອະນຸລັກຊັບພະຍາກອນ ແລະສະພາບແວດລ້ອມຂອງອອສເຕຣເລຍ ອອກມາເປີດເຜີຍວ່າຈາກການສຳຫຼວດມີວານສາຍພັນ Pilot Whale ປະມານ 230 ໂຕທີ່ມາຕິດຊາຍຫາດທີ່ລັດແທສມາເນຍ ຂອງປະເທດອອສເຕຣເລຍ ເຊິ່ງເຈົ້າໜ້າທີ່ແລະພາກສ່ວນທີ່ກ່ຽວຂ້ອງກໍໄດ້ພາກັນລະດົມແຮງເຂົ້າໄປພື້ນທີ່ດັ່ງກ່າວເພື່ອຊ່ວຍເຫຼືອ ໂດຍການນຳຜ້າມາຫົ່ມໃຫ້ພວກມັນແລ້ວຫົດນ້ຳເພື່ອຮັກສາຄວາມຊຸ່ມຊື່ນໃຫ້ວານເຫຼົ່ານີ້ຢ່າງເຕັມທີ່.

ຢ່າງໃດກໍຕາມ ມາຮອດມື້ນີ້ (22 ກັນຍາ) ເຈົ້າໜ້າທີ່ໄດ້ລາຍງານວ່າມີພຽງວານ 35 ໂຕເທົ່ານັ້ນທີ່ລອດຊີວິດ ແລະ ຕອນນີ້ກໍກໍາລັງເລັ່ງຫາວິທີນໍາວານທີ່ລອດຊີວິດເຫຼົ່ານີ້ກັບຄືນສູ່ທະເລ.

ສຳລັບວານ ສາຍພັນ Pilot Whale ນັ້ນເປັນສັດສັງຄົມທີ່ມັກເດີນທາງເປັນຝູງໃຫຍ່ ເຊິ່ງໃນສາເຫດທີ່ເຮັດໃຫ້ພວກມັນຕິດຝັ່ງຄາດວ່າອາດມາຈາກການນໍາທາງທີ່ຜິດພາດຂອງວານໂຕອື່ນໆໃນຝູງເຂົ້າມາໃກ້ບໍລິເວນຊາຍຝັ່ງ ແຕ່ທັງນີ້ກໍອາດມີປັດໄຈອື່ນໆ ປະກອບນໍາ ເຊິ່ງມັນກໍຍັງເປັນປິດສະໜາໃນປັດຈຸບັນ. ພ້ອມນີ້ສະຖານທີ່ທີ່ມັກພົບເຫດການວານຕິດຊາຍຫາດນັ້ນແມ່ນເປັນຊາຍຫາດບໍລິເວນ Macquaire Harbour ແລະທີ່ຜ່ານມາຊາຍຫາດແຫ່ງນີ້ກໍເຄີຍເກີດເຫດການແບບດຽວກັນໃນປີ 2020 ໂດຍເປັນເຫດການທີ່ວານສາຍພັນ Pilot Whale ຈໍານວນກວ່າ 500 ໂຕມາຕິດຢູ່ຊາຍຫາດ ແລະ ເສຍຊີວິດກວ່າ 380 ໂຕ ແລະ ມີພຽງ 100 ກວ່າໂຕເທົ່ານັ້ນທີ່ລອດຊີວິດ ເນື່ອງຈາກເຈົ້າໜ້າທີ່ໄປຊ່ວຍເຫຼືອໄວ້.

ເຫດການຄັ້ງນີ້ຖືວ່າເປັນການຕິດຊາຍຫາດຄັ້ງທີ 2 ໃນຮອບອາທິດ ເພາະເມື່ອວັນທີ 18 ກັນຍາ 2022 ທີ່ຜ່ານມາກໍມີເຫດການທີ່ວານສະເປີມ (Sperm Whale) ຕາຍໃນເຂດນ້ຳຕື້ນຢ່າງໜ້ອຍ 14 ໂຕເທິງເກາະ King Island ທີ່ເປັນສ່ວນໜຶ່ງຂອງລັດແທສມາເນຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ