ສວຍງາມປານຫຼຸດອອກຈາກນິຍາຍ! ກ້ອງ James Webb ປ່ອຍພາບດາວເນັບຈູນທີ່ມີຄວາມລະອຽດສູງທີ່ສຸດໃນຮອບຫຼາຍສະຕະວັດ

James Webb

ນັບຕັ້ງແຕ່ໄລຍະເດືອນກໍລະກົດ 2022 ທີ່ຜ່ານມາ ທີ່ກ້ອງໂທລະທັດອະວະກາດ ເຈມສ໌ ເວັບ (James Webb) ຈາກ NASA ໄດ້ປ່ອຍພາບອະວະກາດທີ່ມີໄລຍະໄກທີ່ສຸດເທົ່າທີ່ເຄີຍມີມາ ເຊິ່ງຫຼັງຈາກນັ້ນ ກ້ອງ ເຈມສ໌ ເວັບ ກໍໄດ້ເດີນໜ້າສ້າງປະຫວັດສາດໜ້າໃໝ່ຢ່າງຕໍ່ເນື່ອງ ດ້ວຍການປ່ອຍພາບສຸດແຈ້ງຂອງດວງດາວອີກຈໍານວນຫຼາຍດວງທີ່ຢູ່ໃນຫ້ວງອະວະກາດ ພ້ອມກັນນັ້ນຍັງເຜີຍຂໍ້ມູນທີ່ເປັນປະໂຫຍດຕໍ່ວົງການວິທະຍາສາດອີກພ້ອມ ແລະເມື່ອວັນທີ 21 ກັນຍາ 2022 ກ້ອງໂທລະທັດອະວະກາດ ເຈມສ໌ ເວັບ ກໍໄດ້ປ່ອຍພາບຂອງດາວເນັບຈູນ ທີ່ໃນພາບນັ້ນໄດ້ເຜີຍໃຫ້ເຫັນວົງແຫວນທີ່ຢູ່ອ້ອມດວງດາວ ແລະ ຄວາມງົດງາມທີ່ຄ້າຍຄືຫຼຸດອອກຈາກນິຍາຍ.

James Webb

ທັງນີ້ ພາບຖ່າຍດັ່ງກ່າວຖືກຖ່າຍດ້ວຍກ້ອງອິນຟຣາເຣດ NIRCam (Near Infrared Camera) ຈາກກ້ອງໂທລະທັດອະວະກາດ ເຈມສ໌ ເວັບ ເຮັດໃຫ້ສາມາດແນມເຫັນວົງແຫວນຂອງດາວເນັບຈູນໄດ້ຢ່າງຊັດເຈນ ພ້ອມນັ້ນຍັງສະແດງໃຫ້ເຫັນດວງເດືອນບໍລິວານອີກ 7 ດວງຈາກຈໍານວນທັງໝົດ 14 ດວງ ເຊິ່ງພາບທີ່ທຸກຄົນໄດ້ເຫັນນີ້ກໍຖືວ່າເປັນພາບທີ່ມີຄວາມແຈ້ງສູງສຸດໃນຮອບ 30 ປີ ຫຼືນັບຕັ້ງແຕ່ທີ່ຍານ Voyager 2 ຈາກ NASA ທີ່ເຄີຍເກັບພາບມາໄດ້ເປັນຄັ້ງທຳອິດເມື່ອປີ 1989.

James Webb

ສຳລັບດາວເນັບຈູນແມ່ນຖືກຄົ້ນພົບຄັ້ງທຳອິດໃນປີ 1846 ໂດຍເປັນດາວເຄາະທີ່ຢູ່ຫ່າງຈາກດວງຕາເວັນເປັນລໍາດັບສຸດທ້າຍໃນະບົບສຸລິຍະຈັກກະວານ ເປັນດາວເຄາະແກ໊ສ, ມີເສັ້ນຜ່າສູນກາງ 49,528 ກິໂລແມັດ ເຊິ່ງຫຼາຍກວ່າໂລກເຖິງ 4 ເທົ່າ ແລະ ເນື່ອງດ້ວຍຄວາມທີ່ຢູ່ຫ່າງໄກຈາກດວງຕາເວັນຫຼາຍ ເຮັດໃຫ້ອຸນຫະພູມພື້ນຜິວມີຄວາມເຢັນສຸດໆ ເພາະມັນຕໍ່າເຖິງ -220 ອົງສາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ