ຮູ້ຈັກກັບ “Fergie Time” ສິດທິໃນການຕໍ່ເວລາພິເສດ ຂອງ Sir Alex Ferguson

Sir Alex Ferguson

ໃນວົງການບານເຕະ ຖ້າເຮົາຈະເວົ້າເຖິງຄູເຝິກຈັກຄົນໜຶ່ງ ເຊື່ອໄດ້ວ່າຫຼາຍຄົນຕ້ອງເວົ້າເຖິງ Sir Alex Ferguson ຕຳນານຄູເຝິກຜູ້ຍິ່ງໃຫຍ່ ຂອງສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ຜູ້ທີ່ພາສະໂມສອນແຫ່ງນີ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ ແລະ ກ້າວຂຶ້ນມາເປັນສະໂມສອນອັນດັບຕົ້ນໆຂອງໂລກ.

Sir Alex Ferguson

ຖ້າຈະເວົ້າເຖິງ Sir Alex Ferguson ຫຼາຍຄົນອາດຈະເວົ້າເຖິງຄວາມສຳເລັດຕ່າງໆນານາ ແຕ່ນອກຈາກຄວາມຄວາມສຳເລັດເຫຼົ່ານັ້ນແລ້ວ ຍັງມີອີກເລື່ອງໜຶ່ງທີ່ກ່າວເຖິງຫຼາຍໃນເວລານັ້ນ ກໍຄື “Fergie Time”.

Fergie Time ຫຼື ແປເປັນລາວ “ເວລາຂອງເຟີກີ້” (ເຟີກີ້ເປັນຊື່ເອີ້ນຫຼິ້ນ). ແຟນບານຫຼາຍໆຄົນອາດຈະຄຸ້ນຫູກັບຄຳວ່າ: “ຜີແດງເສຍບໍ່ເປັນ” ເຊິ່ງມາຈາກວິທີການຫຼິ້ນທີ່ບຸກກົດດັນຄູ່ຕໍ່ສູ້ ເປີດເກມບຸກເຕັມທີ່ ໃນໄລຍະ 15 ນາທີສຸດທ້າຍ.

ແຕ່ຄຳວ່າ Fergie Time ແທ້ໆ ແມ່ນການທົດເວລາບາດເຈັບ ທີ່ດົນກວ່າປົກກະຕິ ໂດຍຖ້າທີມກຳລັງຕົກຢູ່ໃນສະຖານະການຕາມຫຼັງ ຫຼື ສະເໝີກັບຄູ່ຕໍ່ສູ້ ສິ່ງທີ່ລາວມັກເຮັດ ກໍຄື ຍ່າງໄປຫາຜູ້ຕັດສິນທີ 4 ແລະ ໂອ້ລົມນຳຜູ້ຕັດສິນ.

Sir Alex Ferguson

ໂດຍທ່າທາງທີ່ທຸກຄົນເຫັນເປັນປະຈຳແມ່ນ ເຟີກີ້ ມັກເອົານິ້ວເຄາະໄປທີ່ໂມງຂອງລາວ ເບິ່ງຄືວ່າຈະບອກໃຫ້ກຳມະການທົດເວລາໃຫ້ຫຼາຍໆ ແລະ ເມື່ອໃດທີ່ລາວເຮັດແບບນັ້ນ ບໍ່ຮູ້ວ່າເປັນເລື່ອງບັງເອີນ ຫຼື ເລື່ອງຫຍັງ ທີມມັກຈະໄດ້ທົດເວລາບາດເຈັບຫຼາຍຂຶ້ນເປັນພິເສດ ຫຼາຍຕໍ່ຫຼາຍນັດ, ຈົນແຟນບານທີມອື່ນມັກເວົ້າວ່າ ກຳມະການຈະທົດເວລາໃຫ້ຈົນກວ່າ ແມນຢູ ຈະຍິງປະຕູໄດ້.

Sir Alex Ferguson

ຈຸດເລີ່ມຕົ້ນຂອງເວລາເຟີກີ້ ເກີດຂຶ້ນໃນວັນທີ 10 ເມສາ 1993, ເກມທີ່ ແມນເຊັສເຕີ້ ຢູໄນເຕັດ ເປີດບ້ານພົບກັບ ແຊຟຟິວ ເວັນເດ (Sheffield Wednesday), ໂດຍທີ່ເກມນັດນັ້ນເປັນທາງຂອງ ແຊຟຟິວ ເວັນເດ ບຸກມານຳໄດ້ກ່ອນ 1-0 ຈາກການຍິງຈຸດໂທດຂອງ  ຈອນ ເຊີຣິດານ (John Sheridan), ແຕ່ ແມນຢູ ສາມາດຕີສະເໝີເປັນ 1-1 ຈາກ ສະຕີບ ບູດ (Steve Bruce)

ເວລານັ້ນເລີ່ມໃກ້ຈະໝົດເລື້ອຍໆ ເບິ່ງຄືວ່າ ແມນຢູ ຈະເຮັດໄດ້ພຽງເປີດບ້ານສະເໝີກັບ ແຊຟຟິວ, ແຕ່ຫຼັງຈາກນັ້ນ ກຳມະການຂອງເກມນັ້ນກໍຄື ຈອນ ຮິວດິສ (John Hilditch), ໄດ້ທົດເວລາບາດເຈັບຫຼາຍເຖິງ 7 ນາທີ, ເຊິ່ງເຮັດໃຫ້ຫຼາຍຄົນສັບສົນ ເພາະວ່າໃນເກມມັນບໍ່ມີຈັງຫວະທີ່ຕ້ອງຢຸດເກມຫຼາຍ ແລະ ບໍ່ມີຄວາມຈຳເປັນຕ້ອງທົດດົນປານນັ້ນ,

Sir Alex Ferguson

ສຸດທ້າຍ ແມນຢູ ກໍມາໄດ້ປະຕູໃນນາທີ 90+6 ຈາກລູກເອົາຫົວຕີຂອງ ສະຕີບ ບູດ ເຮັດໃຫ້ຊະນະໄປ 2-1 ເຊິ່ງເກມນັ້ນເປັນເກມທີ່ສຳຄັນຫຼາຍ ທີ່ເຮັດໃຫ້ທີມໄດ້ແຊ້ມ ພຣີເມຍລີກ ເປັນຄັ້ງທຳອິດ. ຕັ້ງແຕ່ເກມນັ້ນມາ ແຟນບານຫຼາຍຄົນກໍເລີ່ມເວົ້າເຖິງ Fergie Time ວ່າກຳມະການມັກຈະທົດເວລາໃຫ້ ເຟີກີ້ ເປັນພິເສດ.

ແຕ່ແນ່ນອນ ໃນມຸມຂອງກຳມະການ ກໍຕ້ອງປະຕິເສດຢູ່ແລ້ວວ່າເລື່ອງນີ້ມັນເປັນເລື່ອງໄຮ້ສາລະ ແຕ່ແຟນບານກໍບໍ່ເຊື່ອເພາະ ແມນຢູ ໃນຍຸກຂອງ ເຟີກີ້ ມັນເບິ່ງຄືວ່າຈະໄດ້ຮັບເວລາຫຼາຍກວ່າທີມອື່ນ ແລະ ມັນໄດ້ສົ່ງຜົນໃຫ້ ແມນຢູ ມັກຈະຍິງປະຕູໄດ້ໃນຕອນທົດເວລາບາດເຈັບເຊັ່ນກັນ. ແຕ່ບໍ່ມີໃຜຮູ້ວ່າເປັນຍ້ອນຫຍັງ ບາງເທື່ອມັນອາດຈະເປັນຍ້ອນຄວາມກົດດັນຂອງກຳມະການ, ກຳມະການອາດຈະຮູ້ສຶກວ່າຖ້າຕໍ່ເວລາໜ້ອຍເກີນໄປ ຈະເຮັດໃຫ້ແຟນບານຂອງທີມບໍ່ພໍໃຈ.

Sir Alex Ferguson

Fergie Time ນອກຈາກຈະໝາຍເຖິງ ຈະໄດ້ຮັບເວລາບາດເຈັບຫຼາຍກວ່າທີມອື່ນ ເມື່ອທີ່ຄະແນນຕາມຫຼັງແລ້ວ ແຕ່ກັບກັນເມື່ອໃດທີ່ທີມກຳລັງຈະຊະນະ ແມນຢູ ກໍມັກຈະໄດ້ທົດເວລາໜ້ອຍກວ່າທີມອື່ນນຳອີກ.

ໂດຍມີສະຖິຕິໃນການທົດເວລາ ຂອງບັນດາທີມໃຫຍ່ອອກມາດັ່ງນີ້:

ຄ່າສະເລ່ຍເມື່ອ ທີມກຳລັງເສຍ:

  • Manchester United +4.37
  • Tottenham Hotspur +4.37
  • Arsenal +4.35
  • Liverpool +4.23
  • Manchester City +4.12
  • Chelsea +2.41

ຄ່າສະເລ່ຍເມື່ອ ທີມກຳລັງຈະຊະນະ:

  • Arsenal +4.17
  • Tottenham Hotspur +4.12
  • Liverpool +3.27
  • Manchester City +3.22
  • Manchester United +3.18
  • Chelsea +3.12

ຖ້າເອົາສະຖິຕິຂັ້ນເທີງມາຫັກລົບກັບ ທີມທີ່ໄດ້ຜົນປະໂຫຍດຫຼາຍທີ່ສຸດ ກໍແມ່ນ ແມນຢູ ໂດຍມີຜົນຕ່າງຫຼາຍເຖິງ 79 ວິນາທີ.

Sir Alex Ferguson

ອີກໜຶ່ງເຫດການສຳຄັນເຊັ່ນ ໃນເກມທີ່ ແມນເຊັສເຕີ້ ຢູໄນເຕັດ ພົບກັບ ແມນເຊັສເຕີ້ ຊິຕີ້ ເຊິ່ງໃນເກມນັ້ນ ທັງສອງໄດ້ສະເໝີກັນຢູ່ທີ່ 3 ປະຕູຕໍ່ 3 ເຊິ່ງຕາມຄວາມເປັນຈິງແລ້ວ ໃນເກມນັ້ນຕ້ອງທົດເວລາພຽງ 5 ນາທີ,

ແຕ່ ມາຕິນ ແອັກຄິນຊັນ (Martin Atkinson), ຜູ້ຕັດສິນໃນເກມນັ້ນ, ປ່ອຍໃຫ້ເກມໄຫຼຢ່າງຕໍ່ເນື່ອງ ຈົນສຸດທ້າຍ ແມນຢູ ໄດ້ປະຕູໄຊຈາກ ໄມເຄີ ໂອເວັ້ນ (Michael Owen) ໃນນາທີ 95:27, ແລ້ວກໍຈົບເກມດ້ວຍສະກໍ 4 ປະຕູຕໍ່ 3 ດ້ວຍເຫດການເຫຼົ່ານີ້ຍິ່ງຕອກຢ້ຳໄປອີກວ່າ Fergie Time ສະແດງອິດທິລິດອີກແລ້ວ.

ນີ້ແມ່ນຈຸດເລີ່ມຕົ້ນຂອງຄໍາວ່າ Fergie Time. ແຕ່ຕໍ່ມາ, ຄົນອາດເຂົ້າໃຈຜິດກັບຄວາມໝາຍຂອງມັນ ວ່າການຍິງປະຕູໃນ 5ນາທີ 10ນາທີ ສຸດທ້າຍ ແມ່ນການຍິງໃນໄລຍະເວລາ Fergie Time ເຊິ່ງມັນບໍ່ຖືກຕ້ອງທັງໝົດ ເນື່ອງຈາກວ່າ Fergie Time ໃນຄວາມໝາຍດັ້ງເດີມ ມັນແມ່ນ ການທົດເວລາຫຼາຍໂດຍບໍ່ມີເຫດຜົນ ຈົນເຮັດໃຫ້ ແມນຢູ ສາມາດຍິງປະຕູໄຊໄດ້.

ເຖິງຄຳວ່າ Fergie Time ຈະຖືກແຟນບານທີມອື່ນເອົາມາເວົ້າກັນວ່າ ແມນຢູ ຊະນະໄດ້ຍ້ອນກຳມະການ ຕໍ່ເວລາໃຫ້ເປັນພິເສດ ແຕ່ເອົາມາເວົ້າເປັນເລື່ອງຕະຫຼົກກັນ ແຕ່ຖ້າເບິ່ງອີກມຸມໜຶ່ງ ມັນກໍສະທ້ອນໃຫ້ເຫັນວ່າ ແມນເຊັສເຕີ້ ຢູໄນເຕັດ ໃນຍຸກຂອງ ອາເລັກ ເຟີກຸຊັນ ນັ້ນມີໃຈນັກສູ້ຢ່າງເຕັມຕົວ ທັງໃນນັກເຕະ ແລະ ຕົວຄູເຝິກ ພວກເຂົາຈະບໍ່ຍອມເສຍ ຈະແລ່ນຈົນສຸດແຮງ ຈົນກວ່າຈະໄດ້ຍິນສຽງ ໝາກຫວີດຈົບເກມ ຈາກກຳມະການນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ