ລາວ-ໄທ ເສີມຂະຫຍາຍການພົວພັນຂົງເຂດການສຶກສາ, ກິລາ, ທ່ອງທ່ຽວ ແລະ ກົດໝາຍ

ລາວ-ໄທ

ໃນວັນທີ 20 ກັນຍາ 2022 ທີ່ສະພາແຫ່ງຊາດລາວ ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງຄະນະມິດຕະພາບລັດຖະສະພາ ລາວ-ໄທ, ໄທ-ລາວ ຝ່າຍລາວ ນໍາໂດຍ ທ່ານ ສຸບັນ ສະວະບຸດ, ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາລາວ-ໄທ ຂອງສະພາແຫ່ງຊາດລາວ ແລະ ຝ່າຍໄທ ນໍາໂດຍທ່ານ ຈະເດັດ ອິນສະຫວ່າງ, ສະມາຊິກວຸດທິສະພາ, ປະທານກຸ່ມມິດຕະພາບລັດຖະສະພາໄທ-ລາວ ຂອງລັດຖະສະພາໄທ ແລະ ມີບັນທ່ານຄະນະຕິດຕາມທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ ເພື່ອເປັນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີງາມຖານບ້ານໃກ້ເຮືອນຄຽງ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ ແລະ ໄທ, ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ເພື່ອເປັນການປຶກສາຫາລື ແລະ ເຮັດວຽກຮ່ວມກັນ ລະຫວ່າງ ສອງຄະນະມິດຕະພາບລັດຖະສະພາ ລາວ-ໄທ, ໄທ-ລາວ ເພື່ອທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສອງຄະນະມິດຕະພາບ ພ້ອມທັງ, ທິດທາງແຜນການ ແລະ ກົນໄກພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຕະຫຼອດຮອດການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ເປັນຕົ້ນ ຂົງເຂດການສຶກສາ, ກິລາ, ທ່ອງທ່ຽວ, ກົດໝາຍ, ຍຸຕິທໍາ ແລະ ອື່ນໆ.

ລາວ-ໄທ

ໂອກາດດັ່ງກ່າວ ທ່ານ ສຸບັນ ສະວະບຸດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ຢ່າງຈິງໃຈຕໍ່ ທ່ານ ຈະເດັດ ອິນສະຫວ່າງ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະພົບປະເຮັດວຽກໃນຄັ້ງນີ້; ທ່ານ ຈະເດັດ ອິນສະຫວ່າງ ກໍໄດ້ກ່າວສະແດງຄວາມຂອບໃຈ ທີ່ທ່ານ ສຸບັນ ສະວະບຸດ ພ້ອມດ້ວຍຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ.

ສອງຝ່າຍໄດ້ຮ່ວມກັນຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງສອງຝ່າຍ ເຊິ່ງເຫັນວ່າໃນໄລຍະຜ່ານມາ, ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຊິ່ງໄລຍະຜ່ານມາ ໄດ້ມີການແລກປ່ຽນຢ້ຽມຢາມ ລະຫວ່າງ ສອງຄະນະມິດຕະພາບລັດຖະສະພາ ຈໍານວນຫຼາຍຄະນະ ອັນໄດ້ປະກອບສ່ວນອັນສໍາຄັນໃນການເປັນກົນໄກໜຶ່ງ ຂອງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ແລະປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ; ສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວຕ່າງໆ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ; ບັນດາຄະນະຜູ້ແທນ ທັງສອງຝ່າຍ ກໍໄດ້ ປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະກົງໄປກົງມາ ກ່ຽວກັບບົດຮຽນ, ປະສົບການ ແລະໂຄງການຕ່າງໆ ທີ່ສາມາດພົວພັນຮ່ວມມືກັນ.

ລາວ-ໄທ

ຂໍ້ມູນຈາກ: https://cutt.ly/UVclYgy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ