Mark Zuckerberg ສູນເສຍລາຍໄດ້ 71.000 ລ້ານໂດລາໃນປີ 2022 ເນື່ອງຈາກ Metaverse ບໍ່ໄດ້ຮັບຄວາມນິຍົມ

2022 Mark Zuckerberg

ເບິ່ງຄືວ່າໄລຍະນີ້ ຈະເປັນໄລຍະຂາລົງຂອງຜູ້ກໍ່ຕັ້ງ Facebook ເພາະເມື່ອບໍ່ດົນມານີ້ສຳນັກຂ່າວຊື່ດັງຢ່າງ Bloomberg ໄດ້ລາຍງານວ່າ  Mark Zuckerberg ໄດ້ສູນເສຍມູນຄ່າເງິນສ່ວນບຸກຄົນໄປແລ້ວເຖິງ 71.000 ລ້ານໂດລາ ໃນປີ 2022 ພ້ອມນີ້ຍັງຖືວ່າເປັນມະຫາເສດຖີຈາກການຈັດອັນດັບຂອງ Bloomberg ທີ່ຕ້ອງສູນເສຍເງິນໄປຢ່າງມະຫາສານຫຼາຍທີ່ສຸດໃນຕອນນີ້.

2022

ໃນສ່ວນຂອງມູນຄ່າສ່ວນບຸກຄົນຂອງ Mark Zuckerberg ທີ່ລົດລົງຢ່າງໜ້າຕົກໃຈນີ້ແມ່ນເປັນຜົນມາຈາກຫຼາຍປັດໄຈເຊັ່ນ ດ້ານການຕະຫຼາດ ລວມໄປເຖິງຈຸດປ່ຽນຂອງບໍລິສັດທີ່ໄດ້ໄປໃຫ້ຄວາມສຳຄັນກັບ Metaverse ຢ່າງເຕັມຕົວ.

ເຊິ່ງເມື່ອປີ 2021 ທີ່ຜ່ານມາ Mark Zuckerberg ໄດ້ເຄີຍປະກາດວ່າບໍລິສັດຈະໃຫ້ຄວາມສໍາຄັນກັບການສ້າງແພລັດຟອມໃນໂລກ Metaverse ເພາະທາງບໍລິສັດເຊື່ອວ່ານີ້ຈະເປັນບາດກ້າວອັນສຳຄັນຕໍ່ໄປຂອງໂລກອິນເຕີເນັດ ພ້ອມທັງປ່ຽນຊື່ແບຣນບໍລິສັດຈາກເກົ່າ Facebook ມາເປັນ Meta ເຊິ່ງນັ້ນເປັນສາເຫດໃຫ້ແບຣນທຸລະກິດຍັກໃຫຍ່ທົ່ວໂລກໄດ້ຫັນມາໃຫ້ຄວາມສົນໃຈໃນການສ້າງແພລັດຟອມ Metaverse ຂອງຕົນເອງດ້ວຍເຊັ່ນກັນ.

2022

ຢ່າງໃດກໍດີ ດ້ວຍຄວາມທີ່ Meta ໄດ້ກ້າວກະໂດດສູ່ການພັດທະນາ Metaverse ຢ່າງໄວວາ ແລະ ເຕັມກໍາລັງຕັ້ງແຕ່ຕົ້ນ ເຊິ່ງສົ່ງຜົນໃຫ້ບໍລິສັດບໍ່ສາມາດສ້າງຜົນປະໂຫຍດແລະກໍາໄລໄດ້ຫຼາຍເທົ່າທີ່ຄວນ ພ້ອມນີ້ຍັງພົບວ່າໃນໄຕມາດທີ 4 ຂອງປີ 2021 ທີຜ່ານມາ Meta ໄດ້ສູນເສຍເງິນການການດໍາເນີນທຸລະກິດໄປແລ້ວເຖິງ 10.000 ລ້ານໂດລາ ລວມໄປເຖິງມູນຄ່າໃນຕະຫຼາດຂອງ Meta ຍັງຖືກປັບລົດລົງໄປອີກ 200.000 ລ້ານໂດລາ.

2022

ທັງນີ້ ນັບຕັ້ງແຕ່ຕົ້ນປີ 2022 ທີ່ຜ່ານມາ ຕະຫຼາດຮຸ້ນແມ່ນຍັງມີຄວາມຜັນຜວນຢ່າງຮຸນແຮງ ເນື່ອງຈາກຄວາມກັງວົນກ່ຽວກັບພາວະເສດຖະກິດຖົດຖອຍ ເຊິ່ງມັນສົ່ງຜົນກະທົບໃຫ້ບໍລິສັດເທັກໂນໂລຢີຍັກໃຫຍ່ແນວໜ້າຂອງໂລກຢ່າງ Apple, Amazon ແລະ  Alphabet (ບໍລິສັດແມ່ຂອງ Google) ເປັນຕົ້ນ ຕ້ອງສູນເສຍມູນຄ່າຮຸ້ນໄປໃນບາງສ່ວນ ແຕ່ສຳລັບ Meta ນັ້ນ ແມ່ນຈະຮັບຜົນກະທົບຢ່າງໜັກກວ່າບໍລິສັດອື່ນ ເພາະວ່າຕ້ອງສູນເສຍມູນຄ່າຮຸ້ນໄປເຖິງ 57%.

2022

ແລະ ຈາກທີ່ Mark Zuckerberg ໄດ້ຖືຮຸ້ນຂອງ Meta ລາຍເຖິງ 350 ລ້ານຮຸ້ນ ແລະ ສິນຊັບສ່ວນໃຫຍ່ຂອງ Mark ກໍຜູກຢູ່ກັບມູນຄ່າຮຸ້ນຂອງບໍລິສັດ ເຊິ່ງນັ້ນກໍເປັນເຫດທີ່ເຮັດຜູ້ກໍ່ຕັ້ງ Facebook ຂອງເຮົາຕ້ອງສູນເສຍມູນຄ່າສ່ວນບຸກຄົນໄປຢ່າງມະຫາສານໃນປີ 2022 ນີ້ລົງໄປຢ່າງຫຼີກເວັ້ນບໍ່ໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ