ເສຍຊໍ້າເສຍຊ້ອນ! Brighton ຢໍ້າແຄ້ນ ເອົາຊະນະ Liverpool 2-1 ສົ່ງແຊ້ມເກົ່າຕົກຮອບ FA ຮຽບຮ້ອຍ

Brighton

ຄວາມຫວັງທີ່ຈະແກ້ແຄ້ນ ຂອງລິເວີ້ພູລ ທີ່ມີຕໍ່ໄບຣຕັນຕ້ອງຈົບລົງ ເມື່ອຄາໂອຣຸ ມິໂຕມະ ປີກຍີ່ປຸ່ນລີລາດີ ຂອງ ໄບຣຕັນ ມາຍິງປະຕູທ້າຍເກມ ສົ່ງຜົນໃຫ້ ໄບຣຕັນ ເອົາຊະນະ ລິເວີ້ພູລ ໄປໄດ້ 2 ປະຕູຕໍ່ 1 ຢໍ້າແຄ້ນ ເອົາຊະນະ ລິເວີ້ພູລໄປ 2 ນັດຊ້ອນ ສົ່ງທີມແຊ້ມເກົ່າຕົກຮອບ FA cup ໄປເປັນທີ່ຮຽບຮ້ອຍ.

Brighton

ສຳລັບເກມຂອງຄໍ່າຄືນທີ່ຜ່ານມາ ທີ່ລິເວີ້ພູລນັ້ນ ເປີດເກມມາດ້ວຍຄວາມຮ້ອນແຮງ ເປີດສາກບຸກຢ່າງໜັກ ຈົນສຸດທ້າຍກໍມາໄດ້ປະຕູ ຂຶ້ນນຳໄປກ່ອນຈາກ ຮາວີ້ ເອຣຽດ ໃນນາທີ 30. ແຕ່ແຟນບານລິເວີ້ພູລ ກໍດີໃຈໄດ້ແຕ່ 9 ນາທີເທົ່ານັ້ນ ເມື່ອໄບຣຕັນມາສາມາດເຮັດປະຕູຕີສະເໝີໄດ້ ໃນນາທີ 39 ຂອງເກມ ເປັນ 1 ປະຕູຕໍ່ 1.

Brighton

ຫຼັງຈາກນັ້ນເກມກໍແລກກັນໄປມາ ເບິ່ງຄືວ່າຈະຈົບລົງດ້ວຍຜົນສະເໝີແລ້ວ ຈົນມາຮອດ ນາທີ 90+2 ຄາໂອຣຸ ມິໂຕມະ ປີກຊ້າຍລີລາດີ ຈາກຍີ່ປຸ່ນ ຈະມາຍິງປະຕູໄຊເຂົ້າໄປຢ່າງສວຍງາມ ເຮັດໃຫ້ ໄບຣຕັນເອົາຊະນະໄປ 2 ປະຕູຕໍ່ 1 ຢໍ້າແຄ້ນ ລິເວີ້ພູລໄປ 2 ນັດຕິດ ຫຼັງຈາກກ່ອນໜ້ານີ້ ເມື່ອ ອາທິດ ທີ່ຜ່ານມາ ໃນການແຂ່ງຂັນ ພລີເມຍລີກ ໄບຣຕັນກໍສາມາດເອົາຊະນະ ລິເວີ້ພູລ ໄປໄດ້ 3 ປະຕູຕໍ່ 0.

Brighton

ສຳລັບ ຄາໂອຣຸ ມິໂຕມະ ປີກ ເບີ 22 ຂອງໄບຣຕັນ ຄົນນີ້ ຖືເປັນ ໜຶ່ງຜູ້ຫຼິ້ນທີ່ສຳຄັນ ທີ່ສ້າງຄວາມປັ່ນປ່ວນໃຫ້ກັບກອງຫຼັງຂອງ ລິເວີ້ພູລ ໂດຍສະເພາະ 2 ນັດທີ່ຜ່ານມາ ມິໂຕມະ ແມ່ນເຮັດຜົນງານໄດ້ຢ່າງໂດດເດັ່ນ ຈົນຕອນນີ້ ກາຍເປັນ ອີກໜຶ່ງນັກເຕະ ຈາກ ເອເຊຍ ທີ່ກຳລັງເປັນທີ່ເວົ້າເຖິງກັນຢ່າງກວ້າງຂວາງ ໃນລີກ ອັງກິດ.

ດ້ວຍຜົນສະກໍທີ່ຈົບລົງແບບນີ້ ໃຫ້ເຮັດ ລະດູການນີ້ ລິເວີ້ພູລ ພົບກັບ ໄບຣຕັນມາແລ້ວ 3 ນັດ ແຕ່ບໍ່ສາມາດເອົາຊະນະ ໄບຣຕັນໄດ້ເລີຍຈັກນັດ ແຖມປະລາໄຊໄປເຖິງ 2 ນັດ. ຈົນຕອນນີ້ ໄບຣຕັນກາຍເປັນ ທີມທີ່ ແຟນບານ ລິເວີ້ພູລ ຮູ້ສຶກກັງວົນທຸກຄັ້ງທີ່ໄດ້ພົບກັນ ໄປແລ້ວ.

Brighton

ສຳລັບນັດຕໍ່ໄປຂອງ ລິເວີ້ພູລ ແມ່ນຈະພົບກັບ ວູຟແຮັມຕັ້ນ ໃນວັນເສົາທີ 4 ກຸມພາ ນີ້. ສ່ວນ ໄບຣຕັນ ແມ່ນຈະມີຄິວຈະພົບກັບ ສະໂມສອນ ບອນມັດ ໃນວັນເສົາ ທີ 4 ກຸມພານີ້ ເຊັ່ນດຽວກັນ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/