ລັດຖະບານ ຈັດກອງປະຊຸມ ເພື່ອແກ້ໄຂຄວາມທຸກຍາກໃນຊົນນະບົດ ແລະ ເພື່ອສ້າງສິ່ງແວດລ້ອມທີ່ດີຂຶ້ນ

ລັດຖະບານ

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖະແຫຼງບາງຕອນວ່າ: ເພື່ອບັນລຸໄດ້ເປົ້າໝາຍ ແລະ ວາລະການພັດທະນາແຫ່ງຊາດ ລວມທັງເປົ້າໝາຍການພັດທະນາແບບຍືນຍົງ (SDG) ແລະ ການກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ, ລັດຖະບານແຫ່ງ ສປປ ລາວ ເວລາໃດກໍໃຫ້ຄວາມສຳຄັນຕໍ່ການຮ່ວມມືກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ຂອງທຸກພາກສ່ວນ ຈຶ່ງໄດ້ຖືເອົາຂະບວນການໂຕະມົນເປັນເວທີ ແລະ ກົນໄກແຫ່ງການປຶກສາຫາລື ໃນລະດັບນະໂຍບາຍ ເພື່ອສ້າງຄວາມເຂົ້າໃຈຕໍ່ທິດທາງ ແລະ ໜ້າວຽກຈຸດສຸມ ຂອງການພັດທະນາ ຢູ່ ສປປ ລາວ ໃນແຕ່ລະປີ.

ເຊິ່ງປີ 2022 ນີ້ ຫົວຂໍ້ຂອງກອງປະຊຸມໂຕະມົນແມ່ນ: “ເລັ່ງລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (ສະຫຼຸບຄືນຜົນໄດ້ຮັບໃນປີ 2022 ແລະ ວາງແຜນສໍາລັບປີ 2023), ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.”
ໃນກອງປະຊຸມຄັ້ງນີ້ ຜູ້ແທນໄດ້ຮ່ວມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃນ 5 ຫົວຂໍ້ຕ່າງໆທີ່ສໍາຄັນທີ່ໄດ້ສະເໜີຢ່າງລະອຽດ, ເຊິ່ງໃນກອງປະຊຸມຍັງເປັນເອກະພາບກັນໃນ 6 ວຽກຈຸດສຸມດັ່ງນີ້:

1). ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ສຳລັບປີ 2023 ແລະ ສອງວາລະແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ;
2). ສືບຕໍ່ເຊື່ອມສານບັນດາເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2023 ແລະ ສູ້ຊົນ ເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ດ້ວຍການສຸມທຶນຮອນທີ່ມີ ເພື່ອສຸມໃສ່ການພັດທະນາຊັບພະຍາກອນມະນຸດທີ່ຮັບປະກັນຄຸນນະພາບ, ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ, ພະຍາຍາມທຸກຄວາມສາມາດ ເພື່ອລົດຜ່ອນຄວາມແຕກໂຕນ ຂອງການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ເພື່ອແກ້ໄຂຄວາມທຸກຍາກ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນ ດ້ວຍການສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ເອື້ອອຳນວຍໃຫ້ດີຂຶ້ນ.

ລັດຖະບານ

3). ເພີ່ມຄວາມເອົາໃຈໃສ່ໃນການຊຸກຍູ້ການຈັດຕັ້ງປະຕິບັດຍຸດທະສາດການເງິນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ.

4). ຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

5). ພະຍາຍາມຍົກລະດັບການກະກຽມຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບໄພພິບັດທາງທຳມະຊາດ, ດ້ວຍການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ, ການປັບປຸງລະບົບການເຕືອນໄພລ່ວງໜ້າ, ການສຶກສາຄວາມສ່ຽງ ແລະ ການສ້າງແຜນລົດຜ່ອນຄວາມສ່ຽງໄພພິບັດ ແລະ ເອົາໃຈໃສ່ໃຫ້ຊ່ວຍເຫຼືອແກ່ຊຸມຊົນທີ່ມີຄວາມສ່ຽງສູງ;

6). ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ ການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງ ໜ່ວຍງານຂະແໜງການ ກໍຄືແຜນດຳເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.

ສະຫຼຸບແລ້ວ ໃນປີ 2023 ສປປ ລາວ ຈະມີວຽກງານຫຼາຍຢ່າງ ທີ່ຈະສືບຕໍ່ຈັດຕັ້ງປະຕິບັດ, ໃນນີ້ລວມທັງການປະເມີນກາງສະໄໝ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ການປະເມີນຈັດຕັ້ງປະຕິບັດປີສຸດທ້າຍສອງວາລະແຫ່ງຊາດຂອງລັດຖະບານ, ການກະກຽມຄວາມພ້ອມໃນການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ໃນປີ 2024 ແລະ ວຽກງານຕ່າງທີ່ເປັນພັນທະຕໍ່ເພື່ອນມິດສາກົນໃນລະດັບສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງໜ້າວຽກດັ່ງກ່າວນັ້ນບໍ່ສາມາດຈັດຕັ້ງປະຕິບັດໄດ້ລຳພັງ ແຕ່ ສປປ ລາວ ເອງຫາກບໍ່ໄດ້ຮັບການເຂົ້າຮ່ວມຢ່າງເອົາຈິງເອົາຈັງຂອງທຸກພາກສ່ວນ, ໂດຍສະເພາະການເຂົ້າຮ່ວມຢ່າງສະເໝີຕົ້ນສະເໝີປາຍ ຂອງຄູ່ຮ່ວມພັດທະນາ ກໍຄືຂອງອົງການຈັດຕັ້ງສາກົນຕ່າງໆ.

ລັດຖະບານ

ຂອບໃຈຂໍ້ມູນຈາກ:

https://bit.ly/3DlPVag

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/