ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າພົບປະທານ FIFA ທີ່ຝຣັ່ງ ເພື່ອປຶກສາຫາລື ວຽກງານການພັດທະນາບານເຕະຢູ່ ສປປ ລາວ

ເລຂາທິການ

ວັນທີ 27 ກຸມພາ ທີ່ສຳນັກງານ FIFA ນະຄອນຫຼວງປາຣີສ ປະເທດຝຣັ່ງ ຈານນີ ອິນຟານຕິໂນ (Gianni Infantino) ປະທານສະຫະພັນບານເຕະນານາຊາດ ຫຼື FIFA ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທັງເປັນຄະນະບໍລິຫານງານສະຫະພັນບານເຕະນານາຊາດ ເພື່ອປຶກສາຫາລື ວຽກງານການພັດທະນາບານເຕະຢູ່ ສປປ ລາວ.

ໂດຍໃນການພົບປະກັນຄັ້ງນີ້ ຂອງ ທ່ານ ນາງ ກັນຍາ ແກ້ວມະນີ ກໍໄດ້ລາຍງານສະພາບການ ແລະ ແຜນພັດທະນາການສູນເຝິກອົບຮົມບານເຕະແຫ່ງຊາດ ທີ່ໄດ້ຮັບການສະໜັບສະໜູນຈາກ FIFA Forward Programe ມູນຄ່າເກືອບ 1 ​ລ້ານໂດລາ ໂດຍທ່ານ ນາງ ກັນຍາ ແກ້ວມະນີລະບຸວ່າ: ໂຄງການດັ່ງກ່າວ ສືບເນື່ອງມາຈາກ ທີ່ພວກເຮົາໄດ້ສ້າງສູນເຝິກຂຶ້ນມາ 2 ແຫ່ງ ແລະ ສູນເຝິກນີ້ຈະໃຊ້ສຳລັບນັກກິລາທີມຊາດ ແລະ ສຳລັບສະໂມສອນທ້ອງຖິ່ນ ທີ່ບໍ່ມີສູນເຝິກຊ້ອມເປັນຂອງຕົນເອງ.

ເລຂາທິການ

ທ່ານນາງ ກັນຍາ ແກ້ວມະນີ ຍັງໄດ້ມີການປຶກສາຫາລືກ່ຽວກັບການພັດທະນາການແຂ່ງຂັນບານເຕະຍິງໃນ ສປປ ລາວ ພາຍໃຕ້ການສະໜັບສະໜູນຈາກ FIFA Forward funding ໂດຍ ທ່ານນາງ ກັນຍາ ແກ້ວມະນີ ລະບຸວ່າ: “ພວກເຮົາໄດ້ປຶກສາຫາລືກັນ ແລະ ຫວັງວ່າທຶນຈຳນວນດັ່ງກ່າວ ຈະສາມາດຊ່ວຍເຫຼືອການແຂ່ງຂັນຂອງພວກເຮົາໄດ້. ໂດຍສະເພາະໃນປີນີ້ ທີ່ທາງສະຫະພັນບານເຕະພວກເຮົາໄດ້ມີການເປີດການແຂ່ງຂັນລີກບານເຕະຍິງ ຢ່າງເປັນທາງການ ເປັນຄັ້ງທຳອິດ ໃນ ສປປ ລາວ”

ທ່ານ ນາງ ກັນຍາ ແກ້ວມະນີ ລະບຸຕື່ມວ່າ: ເຮົາມີນັກກິລາບານເຕະຍິງ ທີ່ເຮັດໄດ້ດີໃນລະດັບຊາດ ແຕ່ເຮົາຍັງບໍ່ມີລີກການແຂ່ງຂັນແບບຈິງຈັງ ສະນັ້ນປີນີ້ ເຮົາຈຶ່ງຈັດຕັ້ງຂຶ້ນມາ. ເຊິ່ງພວກເຮົາໄດ້ມີການວາງແຜນກ່ຽວກັບເລື່ອງນີ້ມາກ່ອນໂຄວິດແລ້ວ ແຕ່ດ້ວຍສະພາບການຕ່າງໆ ຈຶ່ງຕ້ອງໂຈະໄປກ່ອນ ແລະ ປີນີ້ ມີການແຂ່ງຂັນບານເຕະໂລກ (ຍິງ) ມັນຈຶ່ງເປັນເວລາທີ່ເໝາະສົມທີ່ຈະເປີດການແຂ່ງຂັນບານເຕະລີກຍິງຂຶ້ນມາ”.

ໂອກາດດັ່ງກ່າວ ຈານນີ ອິນຟານຕິໂນ ປະທານ FIFA ກ່າວວ່າ: “ເປັນໂອກາດທີ່ດີທີ່ໄດ້ເຫັນການພັດທະນາກິລາບານເຕະໃນ ສປປ ລາວ ແລະ FIFA ເອງພ້ອມທີ່ຈະໃຫ້ການສະໜັບສະໜູນທຸກວິທີທາງທີ່ສາມາດເຮັດໄດ້ບໍ່ວ່າຈະເປັນເລື່ອງສູນເຝິກກິລາບານເຕະແຫ່ງຊາດ, ການພັດທະນາກິລາບານເຕະຍິງຢ່າງຕໍ່ເນື່ອງ ຫຼື ໂຄງການອື່ນໆທີ່ສາມາດຊ່ວຍຍົກລະດັບກິລາບານເຕະລາວໄດ້”.

ເລຂາທິການ

ສຳລັບການແຂ່ງຂັນ ລາວລີກ 1 ຫຼື ລີກສູງສຸດຂອງລາວ ລະດູການ 2023 ປັດຈຸບັນ ແມ່ນມີການແຂ່ງຂັນມາແລ້ວ 2 ນັດ ແລະ ທີມທີ່ເຮັດໄດ້ດີກວ່າໝູ່ແມ່ນ ສະໂມສອນ ມາສເຕີ້ 7 ທີ່ລົງເຕະ 2 ນັດ ມີ 6 ຄະແນນເຕັມ ເທົ່າກັບອັນດັບ 2 ຢ່າງ ສະໂມສອນຊ້າງນ້ອຍ ທີ່ມີ 6 ຄະແນນ ຄືກັນ ແຕ່ໄດ້ຂຶ້ນອັນດັບ 1 ຍ້ອນຜົນປະຕູໄດ້ເສຍ.

ຂອບໃຈຂໍ້ມູນຈາກ: https://fifa.fans/3Y8x4XR

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/