ເຈົ້າໜ້າທີ່ໃນຕຸຣເຄຍ ເຂົ້າຈັບຜູ້ຕ້ອງຫາເກືອບ 200 ຄົນ ຂໍ້ຫາສ້າງອາຄານບໍ່ໄດ້ມາດຕະຖານ ຫຼັງເກີດເຫດແຜ່ນດິນໄຫວ

ເຈົ້າໜ້າທີ່ໃນຕຸຣເຄຍ

ເຈົ້າໜ້າທີ່ຕຳຫຼວດປະເທດຕຸຣເຄຍ ເຂົ້າຈັບຕົວຜູ້ຕ້ອງຫາເກືອບ 200 ໃນຂໍ້ຫາ ສ້າງອາຄານບໍ່ເປັນໄປຕາມມາດຕະຖານ ຈົນເຮັດໃຫ້ອາຄານຫຼາຍຫຼັງພັງທະລາຍລົງມາທັບຄົນລົ້ມຕາຍ ເປັນຈຳນວນຫຼາຍ ໃນເຫດການແຜ່ນດິນໄຫວ ທີ່ເກີດຂຶ້ນເມື່ອຕົ້ນເດືອນ ກຸມພາທີ່ຜ່ານມາ.

ໂດຍກະຊວງຍຸຕິທຳຂອງ ຕຸຣເຄຍ ລະບຸວ່າ: ຜູ້ຄົນຫຼາຍກວ່າ 600 ຄົນກາຍເປັນຜູ້ຕ້ອງສົງໄສ ຫຼັງອາຄານຫຼາຍແຫ່ງທີ່ພວກເຂົາອາດຈະມີສ່ວນໃນການກໍ່ສ້າງ ພັງທະລາຍລົງມາ ຫຼື ໄດ້ຮັບຜົນເສຍຫາຍຈາກເຫດແຜ່ນດິນໄຫວ. ພ້ອມລະບຸອີກວ່າ ຫຼັກຖານການກະທຳຜິດຂອງພວກເຂົາຖືກລວບລວມໄວ້ທີ່ອາຄານປະມານ 5,7 ພັນແຫ່ງທີ່ພັງລົງມາ ຫຼັງແຜ່ນດິນໄຫວ.

ມຸດສຕາຟາ ເອີດິກ (Mustafa Erdik) ສາສະດາຈານ ດ້ານວິສະວະກໍາແຜ່ນດິນໄຫວ ໃນມະຫາວິທະຍາໄລຊື່ດັງໃນ ອິສຕັນບູລ ກ່າວວ່າ:​ ອາຄານສ່ວນຫຼາຍທີ່ພັງທະລາຍລົງ ມີລັກສະນະການຍຸບຕົວລົງຄ້າຍແພນເຄັກ ເຊິ່ງເປັນລັກສະນະທີ່ວິສະວະກອນບໍ່ປາຖະໜາ.

ເຈົ້າໜ້າທີ່ໃນຕຸຣເຄຍ

ເອີດິກ ລະບຸຕື່ມວ່າ: ພາບຂອງອາຄານທີ່ທະລາຍລົງມາເຫຼືອແຕ່ເສດຊາກນັ້ນ ເປັນຂໍ້ຊີ້ວັດວ່າ ການອອກແບບ ແລະ ການກໍ່ສ້າງນັ້ນ ບໍ່ມີຄຸນະພາບຫຼາຍພໍ ເຊິ່ງໂຄງສ້າງທີ່ມີຄຸນະພາບນັ້ນ ຈະພັງທະລາຍລົງມາພຽງບາງສ່ວນເທົ່ານັ້ນ ຫຼັງເກີດແຜ່ນດິນໄຫວ ແຕ່ຈະບໍ່ພັງທະລາຍລົງມາໝົດແບບນີ້.

ນອກຈາກນີ້ ຫຼັງເກີດເຫດດັ່ງກ່າວ ລັດຖະບານ ຕຸຣເຄຍໄດ້ອອກກົດຄຸມເຂັ້ມໃນເລື່ອງຂອງມາດຕະຖານການສ້າງອາຄານ ໃຫ້ໄດ້ຄຸນະພາບ ເພື່ອຮັບປະກັນວ່າ ໂຄງສ້າງອາຄານໃໝ່ເຫຼົ່ານີ້ຈະສາມາດທົນຕໍ່ແຮງສັ່ນສະເທືອນຂະໜາດໃຫຍ່ ທີ່ອາດເກີດຂຶ້ນໃນອະນາຄົດໄດ້.

ເຫດແຜ່ນດິນໄຫວໃນຕຸຣເຄຍ-ຊີເຣຍ ທີ່ເກີດຂຶ້ນເມື່ອຕົ້ນເດືອນກຸມພາທີ່ຜ່ານມາ ຖືເປັນອີກໜຶ່ງເຫດການໄພພິບັດທີ່ມີຄົນເສຍຊີວິດຫຼາຍທີ່ສຸດ ຂອງປະເທດ ຕຸຣເຄຍ, ຜ່ານມາເກືອບຄົບເດືອນ ມີຍອດຜູ້ເາຍຊີວິດ ແລ້ວ ຫຼາຍກວ່າ 50.000 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/