ລາວກຳລັງເລີ່ມສ້າງ ໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນນ້ຳພານ

ລາວກຳລັງເລີ່ມສ້າງ

ພິທີວາງສິລາລືກໂຄງການກໍ່ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນ ນໍ້າພານ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 22 ກຸມພາ 2023 ນີ້ ໂດຍໃຫ້ກຽດເຂົ້າຮ່ວມກ່າວເປີດພິທີ ແລະ ລັ່ນຄ້ອງ 9 ບາດຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ມີການນຳຂອງແຂວງຊຽງຂວາງ, ການນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທ່ຽງ ດວງປະເສີດ, ຜູ້ອໍານວຍການ ບໍລິສັດ ບີຣິດສ ໄຟຟ້າພະລັງງານຄວາມຮ້ອນນໍ້າພານ ຈຳກັດຜູ້ດຽວ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ເອດີເອັນ ຂຸດຄົ້ນຖ່ານຫີນ ຊຽງຂວາງຈໍາກັດ ໄດ້ຮັບອະນຸຍາດສໍາຫຼວດ ແຫຼ່ງວັດຖຸດິບໃນເຂດນໍ້າພານ ເມືອງຄູນ ແລະ ເຂດຄັງພະນຽນ ເມືອງໜອງແຮດ ແຂວງຊຽງຂວາງ ໂດຍໄດ້ດຳເນີນການສໍາຫຼວດຕາມມາດຕະຖານສາກົນ ແລະໄດ້ຮັບການຢັ້ງຢືນປະລິມານຊັບພະຍາກອນຖ່ານຫີນ ທັງສອງແຫ່ງນີ້ ວ່າສາມາດສະໜອງຖ່ານຫີນໃຫ້ກັບໂຮງງານໄຟຟ້າຄວາມຮ້ອນຖ່ານຫີນ ຂະໜາດກໍາລັງຕິດຕັ້ງ 660 MW ແຫ່ງນີ້ຢ່າງພຽງພໍ, ເພື່ອຜະລິດເປັນພະລັງໄຟຟ້າ ສົ່ງຂາຍຢູ່ພາຍໃນ ແລະ ຕ່າງປະເທດ.

ລາວກຳລັງເລີ່ມສ້າງ

ທ່ານ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ໂຄງການດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້, ປັດຈຸບັນ ບໍລິສັດ ບີ ຣິດສ ໄຟຟ້າຄວາມຮ້ອນນໍ້າພານ ຈໍາກັດຜູ້ດຽວ ໄດ້ຮ່ວມມືກັບບໍລິສັດ CWPC ຈໍາກັດ ຈາກ ສປ ຈີນ ຕັດສິນໃຈ ລົງທຶນຮ່ວມກັນ ເພື່ອພັດທະນາໂຄງການກໍ່ສ້າງໂຮງງໄຟຟ້າພະລັງງານຄວາມຮ້ອນແຫ່ງນີ້ ດ້ວຍມູນຄ່າລົງທຶນ ທັງໝົດ 529,2 ລ້ານ ໂດລາສະຫະລັດ, (ໃນນັ້ນມີມູນຄ່າກໍ່ສ້າງໂຮງງານ 409,2 ລ້ານ, ກໍ່ສ້າງສາຍສົ່ງ ແລະວຽກກະກຽມອື່ນໆອີກ 120 ລ້ານ ໂດລາສະຫະລັດ) ໂດຍຈະແບ່ງການຈັດຕັ້ງປະຕິບັດໂຄງການອອກເປັນ 2 ໄລຍະຄື: ໄລຍະກໍ່ສ້າງ 45 ເດືອນ (ຄາດໝາຍສໍາເລັດເດືອນ ພຶດສະພາ ປີ2026) ແລະ ໄລຍະດໍາເນີນການຜະລິດໄຟຟ້າ 25 ປີ.

ລາວກຳລັງເລີ່ມສ້າງ

ໂຮງງານໄຟຟ້າພະລັງງານຄວາມຮ້ອນແຫ່ງນີ້ ເປັນໂຮງງານປະເພດ ຮຸ່ນຊຸບເປີ ຄຣິດຕິກໂຄ    2 x 330MW (ລວມ 660MW) ເຊິ່ງເປັນ ເທັກໂນໂລຢີທີ່ທັນສະໄໝ ແລະ ເປັນພະລັງງານສະອາດ ໂດຍມີລະບົບກັ່ນຕອງອາກາດ ESP & FGD ເປັນຕົວຄວບຄຸມມົນລະພິດທາງອາກາດໄດ້ເປັນຢ່າງດີ, ຄາດວ່າຈະສາມາດ ຜະລິດກະແສໄຟຟ້າໄດ້ 3.861 GWh/ປີ (ຕໍ່ການຜະລິດ 6.500 ຊົ່ວໂມງ/ປີ), ໂດຍຈະນໍາໃຊ້ຖ່ານຫີນປະມານ 2,2 ລ້ານໂຕນ/ປີ ຄວາມຮ້ອນລະຫວ່າງ 3.800-4.200 ກາລໍລີ/ ກິໂລກຣາມ.

ຂອບໃຈຂໍ້ມູນຈາກ:

https://bit.ly/3Z6F78N

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/