ເປີດເຫດຜົນ ເປັນຫຍັງການກົດ Share ຂໍ້ມູນທີ່ບໍ່ຖືກຕ້ອງ ຈຶ່ງອັນຕະລາຍຫຼາຍກວ່າທີ່ຄິດ


ໃນປັດຈຸບັນ ການແບ່ງປັນຂໍ້ມູນຜ່ານໂລກອອນລາຍ ສາມາດເຮັດໄດ້ງ່າຍດາຍ ພຽງແຕ່ມືສຳຜັດປຸ່ມ Share ພຽງປຸ່ມດຽວເທົ່ານັ້ນ ຈຶ່ງເຮັດໃຫ້ຫຼາຍຄົນບໍ່ທັນໄດ້ພິຈາລະນາເຖິງທີ່ມາຂອງຂໍ້ມູນທີ່ກຳລັງຈະແບ່ງປັນອອກໄປ ວ່າເປັນເຫດການທີ່ເກີດຂຶ້ນໂດຍແທ້ຈິງຫຼືບໍ່, ມີຄວາມໜ້າເຊື່ອຖືຫຼາຍປານໃດ, ກຳລັງສົ່ງຜົນກະທົບຕໍ່ໃຜຫຼືບໍ່. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ມີຈໍານວນຫຼາຍຄັ້ງ ຂ່າວສານຕ່າງໆທີ່ຖືກສົ່ງ ຫຼື Share ຕໍ່ໆກັນ ຢູ່ເທິງໂລກອອນລາຍ ບາງຂ່າວກໍເປັນຂໍ້ມູນບິດເບືອນ, ບໍ່ຖືກຕ້ອງຕາມຄວາມເປັນຈິງ ຫຼື ອາດເປັນຂ່າວທີ່ແທ້ຈິງ ແຕ່ກໍຖືກສົ່ງຕໍ່ໆກັນໄປ ຈົນສົ່ງຜົນກະທົບຕໍ່ຄວາມປອດໄພ ຄວາມເປັນສ່ວນຕົວ ແລະ ກາຍເປັນໄພຄຸກຄາມຕໍ່ສັງຄົມໄດ້ຢ່າງໄວວາ.

ສະນັ້ນ, ມື້ນີ້ເຮົາມາເບິ່ງວິທີກວດຄວາມຖືກຕ້ອງຂອງຂໍ້ມູນກ່ອນກົດ Share ອອກໄປ, ວິທີປ້ອງກັນບໍ່ໃຫ້ຕົນເອງກົດເຂົ້າລິ້ງຂໍ້ມູນໃດໜຶ່ງທີ່ສ່ຽງຕໍ່ໄພຄຸກຄາມຂໍ້ມູນສ່ວນຕົວ ແລະ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອ ຫຼື ກາຍເປັນເຄື່ອງມືໃຫ້ແກ່ກຸ່ມມິດສາຊີບ ຫຼື ຄົນບໍ່ຫວັງດີຕ່າງໆ.

ຂັ້ນຕອນໃນການປ້ອງກັນບໍ່ໃຫ້ຕົນເອງແບ່ງປັນ (Share) ຂໍ້ມູນທີ່ບໍ່ຖືກຕ້ອງ

  1. ກວດສອບແຫຼ່ງທີ່ມາຂອງຂໍ້ມູນ: ກ່ອນທີ່ຈະກົດແຊອອກໄປ ຕ້ອງກວດສອບໃຫ້ແນ່ໃຈວ່າ ທ່ານບໍ່ໄດ້ກໍາລັງແບ່ງປັນຂໍ້ມູນທີ່ບິດເບືອນ ຫຼື ຂໍ້ມູນທີ່ບໍ່ມີມູນຄວາມຈິງ. ສະນັ້ນ, ວິທີທີ່ຈະກວດສອບ ທ່ານຕ້ອງໄດ້ຫາແຫຼ່ງອ້າງອີງຂໍ້ມູນທີ່ໜ້າເຊື່ອຖື, ຖ້າຂ່າວນັ້ນມີມູນຄວາມຈິງແທ້ ຈະຕ້ອງມາຈາກແຫຼ່ງທີ່ເຊື່ອຖືໄດ້, ສາມາດຄົ້ນຫາຂໍ້ຄວາມໄດ້ຈາກຫຼາຍແຫຼ່ງຂໍ້ມູນ ແລະ ຫຼາຍແຫຼ່ງຂ່າວກໍໃຫ້ຄຳຢືນຢັນກົງກັນ.  
  2. ສັງເກດຄວາມຜິດປົກກະຕິໃນການລົງຫົວຂໍ້ຂ່າວ: ສ່ວນຫຼາຍແລ້ວ ຂ່າວທີ່ບໍ່ມີມູນຄວາມຈິງ ຫຼື ອາດເປັນລິ້ງຂໍ້ມູນທີ່ໃຫ້ກົດເຂົ້າໄປເພື່ອຜົນປະໂຫຍດທາງການຕະຫຼາດ ຫຼື ກຸ່ມມິດສາຊີບໃດໜຶ່ງ ອາດນິຍົມໃສ່ຫົວຂໍ້ຂ່າວໃຫ້ໜ້າສົນໃຈ ຕົວຢ່າງເຊັ່ນ: ດ່ວນ! ພົບຊິ້ນສ່ວນມະນຸດຕ່າງດາວ ຕົກຢູ່ນະຄອນຫຼວງວຽງຈັນ!; ທ່ານເປັນຜູ້ໂຊກດີໄດ້ຮັບເງິນຮາງວັນ 10 ລ້ານກີບ! ກົດຮັບເງິນທັນທີ ກ່ອນທີ່ຈະໝົດເວລາ!; ມາແລ້ວ! ນັກວິທະຍາສາດຄົ້ນພົບຢາອາຍຸວັດທະນະ ຕໍ່ໄປນີ້ຄົນເຮົາຈະເປັນອຳມະຕະ!. ການລົງຫົວຂໍ້ຂ່າວແບບນີ້ ກໍເພື່ອດຶງດູດໃຫ້ທ່ານສົນໃຈເຂົ້າໄປເບິ່ງ ເມື່ອກົດເຂົ້າໄປ ທ່ານອາດຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ ຫຼື ພວກມິດສາຊີບ, ຍິ່ງໄປກວ່ານັ້ນ ທ່ານອາດສູນເສຍຂໍ້ມູນສ່ວນຕົວ ແລະ ກາຍເປັນຜູ້ສົ່ງຕໍ່ຂໍ້ມູນເຫຼົ່ານີ້ໄປຫາບຸກຄົນອື່ນ ໂດຍທີ່ທ່ານບໍ່ໄດ້ເປັນຄົນສົ່ງ.
  3. ສັງເກດຄວາມຜິດປົກກະຕິຢູ່ທ້າຍ Link URL ທີ່ໃຫ້ກົດເຂົ້າໄປ: ສ່ວນໃຫຍ່ມັກຈະພົບ Link URL ທີ່ຕິດມາກັບແຫຼ່ງຂ່າວ ເບິ່ງແລ້ວມີຄວາມຜິດປົກກະຕິ, ບໍ່ມີຄວາມໜ້າເຊື່ອຖື, ເມື່ອທ່ານກົດເຂົ້າໄປໂດຍທີ່ບໍ່ທັນໄດ້ລະມັດລະວັງ ອາດເທົ່າກັບທ່ານຍິນຍອມໃຫ້ Website ນັ້ນເຂົ້າເຖິງຂໍ້ມູນຂອງທ່ານ ໂດຍທີ່ບໍ່ຮູ້ເລີຍວ່າ ທ່ານກຳລັງຈະສູນເສຍຂໍ້ມູນສ່ວນຕົວ. 
  4. ກວດສອບວັນເດືອນປີຂອງຂໍ້ມູນ: ບາງຄັ້ງ ອາດເປັນຂ່າວເກົ່າທີ່ເຄີຍເກີດຂຶ້ນໃນອະດີດແຕ່ດົນນານແລ້ວ ແຕ່ຖືກນໍາມາສ້າງກະແສຄືນໃໝ່ ເພື່ອຫວັງຍອດ Like ຍອດ Share. ສະນັ້ນ, ເມື່ອພົບເຫັນຂ່າວທີ່ສົງໄສວ່າຈະເປັນຂ່າວເກົ່າ ໃຫ້ລອງກວດສອບຈາກຫຼາຍແຫຼ່ງຂໍ້ມູນເພື່ອໃຫ້ແນ່ໃຈວ່າ ຂ່າວນີ້ເກີດຂຶ້ນຕັ້ງແຕ່ຕອນໃດ, ມີມູນຄວາມຈິງຫຼືບໍ່.
  5. ຢ່າ Share ພຽງແຕ່ວ່າທ່ານຮູ້ຈັກກັນ ຫຼື ຍ້ອນຜູ້ Share ເປັນບຸກຄົນທີ່ມີຊື່ສຽງ: ບາງຄັ້ງ ເຮົາມັກຈະ Share ຍ້ອນເຫັນໝູ່ໃນໂລກອອນລາຍ ຕ່າງກໍພາກັນ Share, ຍິ່ງຖ້າເປັນຄົນທີ່ທ່ານຮູ້ຈັກ ຫຼື ມີຊື່ສຽງເປັນຄົນກົດ Share ແລ້ວ ທ່ານຍິ່ງເຊື່ອໃຈທັນທີວ່າຂໍ້ມູນນັ້ນເປັນຄວາມຈິງ ໂດຍບໍ່ທັນໄດ້ກວດສອບຂໍ້ມູນໃຫ້ແນ່ໃຈດ້ວຍຕົວຂອງທ່ານເອງ. ສະນັ້ນ, ກ່ອນທີ່ຈະແບ່ງປັນມັນອອກໄປ ຢ່າລືມກວດສອບໃຫ້ແນ່ໃຈກ່ອນວ່າຂໍ້ມູນນັ້ນຖືກຕ້ອງບໍ່ ແລະ ຖ້າຫາກພົບວ່າຄົນຮູ້ຈັກໃກ້ຕົວຂອງເຮົາກຳລັງ Share ຂໍ້ມູນທີ່ບໍ່ຖືກຕ້ອງ, ການກັ່ນກອງຂໍ້ມູນທີ່ລະອຽດຂອງທ່ານ ສາມາດຊ່ວຍເຫຼືອພວກເຂົາໄດ້ທັນເວລາ ເຊັ່ນດຽວກັນ.
  6. ໃຊ້ເຄື່ອງມືຊ່ວຍກັ່ນກອງຂ່າວ: ບາງຄັ້ງ ເຮົາມັກພົບຮູບພາບທີ່ຖືກສົ່ງຕໍ່ໆກັນໃນໂລກອອນລາຍ ແລະ ມາຄົ້ນພົບພາຍຫຼັງວ່າເປັນການສ້າງຂ່າວບິດເບືອນ ຍົກຕົວຢ່າງເຊັ່ນ: ມີການນໍາໃຊ້ຮູບຜູ້ປ່ວຍໜັກ ເພື່ອມາຂໍຮັບບໍລິຈາກ ແຕ່ຂໍ້ມູນຊື່ ແລະ ເລກບັນຊີມີບໍ່ຄົບຖ້ວນ ຫຼື ເປັນການລະດົມເງິນຈາກເລກບັນຊີອື່ນ ເມື່ອມາຄົ້ນພົບຕາມຫຼັງ ຈຶ່ງຮູ້ວ່າເປັນກຸ່ມມິດສາຊີບ ແລະ ຜູ້ທີ່ປ່ວຍກໍເປັນພາບເກົ່າ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບໝາຍເລກບັນຊີທີ່ໃຫ້ໂອນເງິນໄປ. ສະນັ້ນ, ເຮົາສາມາດກວດສອບຮູບພາບໄດ້ ໂດຍການນໍາໃຊ້ເຄື່ອງມືຕ່າງໆເຊັ່ນ: Google Len, Microsoft Bing ແລະ ອື່ນໆ ຫຼື ຄົ້ນຫາຈາກຫຼາຍແຫຼ່ງ ເພື່ອກວດສອບຮູບວ່າມີທີ່ມາຈາກໃສ.
  7. ຄິດອີກຄັ້ງ ກ່ອນກົດ Share: ເມື່ອໄດ້ຮັບຂ່າວສານມາ ແລະ ທ່ານໝັ້ນໃຈແລ້ວວ່າ ຂໍ້ມູນເປັນຄວາມຈິງ ແຕ່ແທນທີ່ຈະຮີບຮ້ອນແບ່ງປັນມັນອອກໄປເພື່ອໃຫ້ທັນກະແສ, ໃຫ້ທ່ານຢຸດຄິດອີກຄັ້ງ ກ່ອນ Share ດັ່ງນີ້:  ຂ່າວນີ້ ຖ້າແບ່ງປັນແລ້ວ ຈະມີປະໂຫຍດຕໍ່ຄົນອື່ນແນວໃດ? ‚  ຂ່າວນີ້ ຖ້າ Share ອອກໄປ ຈະສ້າງຄວາມເດືອດຮ້ອນ ໃຫ້ໃຜຫຼືບໍ່?. ຍົກຕົວຢ່າງເຊັ່ນ: ເຖິງແມ່ນວ່າຈະເປັນຂ່າວທີ່ກຳລັງເປັນກະແສ ແຕ່ຂ່າວນັ້ນເປັນຂ່າວທີ່ກະທົບຕໍ່ບຸກຄົນອື່ນຈົນເຮັດໃຫ້ເສື່ອມເສຍຊື່ສຽງ ຫຼື ເປັນທີ່ອັບອາຍແກ່ສັງຄົມ ທີ່ອາດເກີດມາຈາກຄວາມອະຄະຕິສ່ວນຕົວ ຫຼື ຕ້ອງການສ້າງຄວາມກຽດຊັງ ຂອງຜູ້ສ້າງຂ່າວ, ທ່ານກໍຄວນຫຼີກເວັ້ນທີ່ຈະແບ່ງປັນ ເພາະນອກຈາກຈະເປັນສິ່ງທີ່ເຮົາໃນສັງຄົມບໍ່ຄວນປະຕິບັດແລ້ວ ທ່ານກໍບໍ່ຄວນປ່ອຍໃຫ້ຕົນເອງຕົກເປັນເຄື່ອງມືຂອງກຸ່ມຄົນໃດໜຶ່ງ ໃນການພະຍາຍາມສ້າງຄວາມເສ່ືອມເສຍແກ່ບຸກຄົນອື່ນ.  
  8. ຕັດວົງຈອນການ Share: ເມື່ອທ່ານພົບເຫັນຂ່າວປອມ ຂ່າວບໍ່ຖືກຕ້ອງ ຫຼື ເປັນຂ່າວທີ່ກະທົບຕໍ່ຄົນອື່ນ ຫຼື ເປັນໄພຄຸກຄາມສັງຄົມ ທ່ານຄວນຕັດວົງຈອນເຫຼົ່ານີ້ ດ້ວຍການຢຸດ Share, ຢຸດການແບ່ງປັນຂໍ້ມູນ ຫຼື ຢຸດການກະຈາຍຂໍ້ມູນເຫຼົ່ານັ້ນໃນທຸກຊ່ອງທາງ ພ້ອມທັງລາຍງານ (Report) ຂ່າວເຫຼົ່ານັ້ນ ໄປຍັງຜູ້ຄວບຄຸມສື່ອອນລາຍທີ່ທ່ານນໍາໃຊ້ທັນທີ. ເມື່ອທ່ານ Share ຂ່າວປອມ ຫຼື ບິດເບືອນຈາກຄວາມເປັນຈິງ ນັ້ນກໍເທົ່າກັບວ່າທ່ານໃຫ້ການສະໜັບສະໜູນໃຫ້ເກີດກະແສ ສຸດທ້າຍທ່ານກໍຈະຕົກເປັນເຄື່ອງມືໃຫ້ແກ່ກຸ່ມຄົນທີ່ບໍ່ຫວັງດີ ແລະ ວົງຈອນເຫຼົ່ານີ້ກໍຈະເກີດຂຶ້ນຊ້ຳໆອີກຕໍ່ໄປບໍ່ມີວັນຈົບສິ້ນ. 

ສະຫຼຸບແລ້ວ ເຖິງແມ່ນວ່າ ການແບ່ງປັນຂໍ້ມູນໃຫ້ກັນ ແລະ ກັນ ໃນໂລກອອນລາຍຈະເປັນສິ່ງທີ່ດີ ແຕ່ວ່າຫາກຂໍ້ມູນທີ່ຖືກແບ່ງປັນ ບໍ່ມີມູນຄວາມຈິງ ຫຼື ເປັນຂໍ້ມູນທີ່ບໍ່ຖືກຕ້ອງ ຍິ່ງເປັນອັນຕະລາຍທັງຕໍ່ຜູ້ Share ແລະ ຜູ້ໄດ້ຮັບຂໍ້ມູນ. ສະນັ້ນ, ກ່ອນທີ່ຈະແບ່ງປັນສິ່ງໃດອອກໄປໃນໂລກອອນລາຍ ຢ່າລືມເສຍເວລາໜ້ອຍໜຶ່ງ ເພື່ອກວດສອບຄວາມຖືກຕ້ອງ ແລະ ໃຫ້ໝັ້ນໃຈວ່າ ເຮົາບໍ່ໄດ້ກຳລັງສະໜັບສະໜູນການກະທຳບໍ່ດີຂອງກຸ່ມຄົນໃດໜຶ່ງ ທີ່ອາດຈະສົ່ງຜົນກະທົບຕໍ່ທັງຕົວເຮົາເອງ ແລະ ເປັນໄພອັນຕະລາຍຕໍ່ສັງຄົມ.

ແຫຼ່ງຂໍ້ມູນອ້າງອີງ:

https://tinyurl.com/mtvvuexw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/