ເປີດວາບ “ໂຄຕະ ມິອຸຣະ” ນັກມວຍໜຸ່ມຫຼໍ່ ທີ່ກຳລັງເປັນກະແສ! ຜູ້ທີ່ເຮັດໃຫ້ຫົວໃຈສາວຍີ່ປຸ່ນອ່ອນໄຫວໄປເປັນແຖວ


ເອີ້ນໄດ້ວ່າເປັນນັກກິລາທີ່ກາຍເປັນກະແສ ແລະ ໂດ່ງດັງຂ້າມຄືນເລີຍກໍວ່າໄດ້ ສຳລັບ ໂຄຕະ ມິອຸຣະ ນັກມວຍໜຸ່ມຫຼໍ່ ຊາວຍີ່ປຸ່ນ ຜູ້ທີ່ເຮັດໃຫ້ຫົວໃຈຂອງສາວໆບໍ່ຢູ່ກັບຕົວ ເຊິ່ງນອກຈາກຄວາມຫຼໍ່ທີ່ປຽບເໝືອນຟ້າປະທານ ແລະ ສີມືການຊົກມວຍທີ່ບໍ່ທຳມະດາແລ້ວ ຄອບຄົວຂອງ ໂຄຕະ ຍັງເປັນຄວບຄົວທີ່ມີຊື່ສຽງອີກພ້ອມ ແລະ ມື້ນີ້ເຮົາຈະມາເຮັດຄວາມຮູ້ຈັກກັບນັກມວຍສຸດຫຼໍ່ຄົນນີ້ ໃຫ້ຮູ້ຈັກລາວຫຼາຍຂຶ້ນກວ່າເກົ່າ.

ໂຄຕະ ມິອຸຣະ ເກີດເມື່ອວັນທີ 28 ພຶດສະພາ ປີ 2002 ທີ່ເມືອງ ໂກເບ ແຂວງ ຮຽວໂງະ ມີສ່ວນສູງ 175 cm ຈົບການສຶກສາລະດັບມັດທະຍົມຈາກໂມງຮຽນ Meisei Gakuen High School ມີສາຍາໃນວົງການນັກມວຍວ່າ King Jr.

ນອກຈາກໜ້າຕາທີ່ເຫັນແລ້ວສາວນ້ອຍສາວໃຫຍ່ ຕ້ອງໃຈສັ່ນແລ້ວ ຄອບຄົວຂອງ ໂຄຕະ ຍັງເອີ້ນໄດ້ວ່າເປັນຄອບຄົວທີ່ມີຊື່ສຽງສຸດໆ ເລີຍ ໂດຍພໍ່ຂອງລາວແມ່ນ ຄາຊຶໂຍຊິ ມິອຸຣະ ເປັນນັກເຕະບານຊື່ດັງຂອງຍີ່ປຸ່ນ ສ່ວນແມ່ມີຊື່ວ່າ ຣິຊາໂກະ ມິອຸຣະ ເປັນນັກສະແດງ-ນາງແບບສາວຫຼາກຫຼາຍຄວາມສາມາດ ແລະ ມີອ້າຍໜຶ່ງຄົນຊື່ ຣຽວຕະ ມິອຸຣະ ທີ່ເປັນນັກສະແດງອີກ. ເອີ້ນໄດ້ວ່າຄອບຄົວນີ້ ໂດ່ງດັງສຸດໆໃນຍີ່ປຸ່ນ.

ຈຸດເລີ່ມຕົ້ນການເປັນນັກມວຍຂອງ ໂຄຕະ ມິອຸຣະ ນັ້ນ ລາວສົນໃຈກິລາດ້ານການຕໍ່ສູ້ມາຕັ້ງແຕ່ທີ່ລາວຮຽນຢູ່ຊັ້ນມັດທະຍົມຕົ້ນ ໂດຍໄດ້ຮັບແຮງບັນດານໃຈມາຈາກຜູ້ເປັນພໍ່ທີ່ມັກເບິ່ງກິລາຊົກມວຍ. ໃນໄລຍະທຳອິດ ໂຄຕະເຄີຍໄປເຕະບານຄືກັນກັບພໍ່ ແລະ ຕອນທີ່ຢູ່ຊັ້ນປະຖົມລາວເຄີຍໄດ້ເຂົ້າຮຽນຊົກມວຍເປັນຄອສໜຶ່ງມື້/ອາທິດ ແລະ ເມື່ອຂຶ້ນຊັ້ນມັດທະຍົມປາຍ ໂຄຕະ ໄດ້ເຂົ້າສະໂມສອນສິລະປະປ້ອງກັນຕົວແບບເຕັມທີ່ ຫຼັງຈາກອອກຈາກສະໂມສອນບານເຕະເນື່ອງຈາກມີອາການໄສ້ເລື່ອນ.

ຫຼັງຈາກຮຽນຈົບຊັ້ນມັດທະຍົມ ລາວກໍໄດ້ເຂົ້າໄປຢູ່ໃນສັງກັດມວຍ BRAVE ແລະ ຝຶກຊ້ອມມາເລື້ອຍໆ ແລະ ໂຄຕະ ກໍໄດ້ເປີດຕົວສັງວຽນມວຍເປັນຄັ້ງທຳອິດໃນວັນທີ 31 ທັນວາ 2021 ໃນທົວນາເມັ້ນ RIZIN.33 ໂດຍໄດ້ຂຶ້ນຊົກ ແລະ ໄດ້ຮັບໄຊຊະນະໄປ.

ສຳລັບໃຜທີ່ຢາກຕິດຕາມການເຄື່ອນໄຫວຂອງໜຸ່ມ ໂຄຕະ ແນະນຳທີ່ IG : kota_miura_official

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/