ຖືກໃຈຄົນມັກກິນ! ເທສະການອາຫານລາວທີ່ແຄມຂອງ ປະຈຳປີ 2022 ຈະເລີ່ມຈັດຂຶ້ນວັນທີ 25-29 ມັງກອນ

ໃນວັນທີ 5 ມັງກອນ 2022, ເວລາ 14:00 ໂມງ ທີ່ຕຶກ K&C, ໂດຍການເຂົ້າຮ່ວມ ຈາກຫຼາຍພາກສ່ວນ ທັງສະມາຊິກ, ຄະນະຮັບຜິດຊອບງານ, ຜູ້ອຸປະຖຳງານ ບໍລິສັດເບຍລາວ ແລະ ນັກຂ່າວສື່ມວນຊົນຈາກພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມງານຖະແຫຼງຂ່າວຢ່າງພ້ອມໜ້າ.

ໃນປີ 2022 ນີ້ ເທສະການອາຫານ ຈະໄດ້ຈັດຂຶ້ນພາຍໃຕ້ຄໍາຂວັນ: “ເທສະການອາຫານລາວ ຕາມວິຖີຊີວິດປົກກະຕິແແບບໃໝ່” (Lao food festival New normal ) 2022. ສທຍ ຈະເລືອກເຟັ້ນເອົາຮ້ານອາຫານລາວ ທີ່ໂດດເດັ່ນພຽງ 120 ຮ້ານເທົ່ານັ້ນ ເພື່ອຮັກສາໄລຍະຫ່າງ, ຈະມີຮ້ານອາຫານລາວ ຈາກຕົວແທນທົ່ວປະເທດ ແລະ ຜູ້ສະໜັບສະໜູນ 109 ຮ້ານ ແລະ ຮ້ານຂາຍເຄື່ອງຫັດຖະກໍາ, ກະສິກໍາ 11 ຮ້ານ. ງານເທສະການອາຫານລາວ ແມ່ນຈະເລີ່ມຕົ້ນເປີດ ຕັ້ງແຕ່ວັນທີ 25-29 ມັງກອນ 2022, ເປັນເວລາ 5 ວັນເຕັມ, ທີ່ເດີ່ນສວນເຈົ້າອະນຸວົງແຄມຂອງ.

 ທາງຜູ້ຈັດງານ ໄດ້ວາງມາດຕະການປ້ອງກັນໃນງານດັ່ງນີ້: 

1. ມີການກວດວັດແທກອຸນຫະພູມໃນງານທຸກໆວັນ,

2. ມີເຈວລ້າງມືໃຫ້ຜູ້ເຂົ້າຮ່ວມງານ,

3. ແຈກຜ້າອັດປາກອັດດັງປ້ອງກັນພະຍາດໃຫ້ຜູ້ເຂົ້າງານຟຣີທຸກທ່ານ,

4. ຜູ້ມາຂາຍເຄື່ອງຕ້ອງໃຫ້ຮັບວັກຊີນປ້ອງກັນໂຄວິດ ຄົບໂດສ, ໃສ່ຜ້າອັດປາກອັດດັງຕະຫຼອດເວລາ,

5. ຈັດສັນສະຖານທີ່ນັ່ງກິນ ໃຫ້ມີໄລຍະຫ່າງຕາມມາດຕະການຢ່າງຖືກຕ້ອງ ເຂັ້ມງວດ.

ແລະ ມາດຕະການຕ່າງໆ ຕາມລະບຽບການຄວບຄຸມພະຍາດໂຄວິດ-19 ຂອງຄະນະສະເພາະກິດ.

ໃນງານຍັງມີ “ໂຄງການສ້າງຄວາມເຂັ້ມແຂງໃຫ້ຍິງໜຸ່ມ” ຜູ້ທີ່ຢາກເປັນເຈົ້າຂອງຮ້ານອາຫານ ໃນອະນາຄົດໂດຍການສະໜັບສະໜູນຈາກໂຄງການ “Plan Lao” (ໂດຍຈັດໃຫ້ມີການຄັດເລືອກເອົາຍິງໜຸ່ມເຂົ້າມາແຂ່ງຂັນ, ຄັດເລືອກເອົາທຶນຊ່ວຍເຫຼືອຈາກອົງການ Plan Lao ໃຫ້ໄດ້ຜູ້ຊະນະເລີດຈໍານວນ 5 ຄົນ) ນອກນີ້ ຍັງມີການແຂ່ງຂັນປຸງແຕ່ງການເຮັດ “ລາບ” ໃນງານອີກດ້ວຍ.

ທ່ານນາງ ຈັນທະຈອນ ວົງໄຊ ກ່າວຕື່ມວ່າ: ທ້າຍສຸດນີ້ຂໍເຊີນຊວນມວນຊົນທຸກຄົນຖ້ວນໜ້າໂດຍຜ່ານສື່ຕ່າງໆຈົ່ງໄດ້ເຊື່ອໝັ້ນ ແລະ ມາຮ່ວມງານ ເລືອກຊິມເລືອກຊື້ອາຫານ, ເຄື່ອງດື່ມ, ເຄື່ອງຫັດຖະກຳລາວ ໃນ “ເທສະການອາຫານລາວ 2022” ພາຍໃຕ້ຄໍາຂວັນ: “ເທສະການອາຫານລາວ ຕາມວິຖີຊີວິດປົກກະຕິແແບບໃໝ່” ຢ່າງປອດໄພ.

ຂອບໃຈຂໍ້ມູນຈາກ: https://bit.ly/3npO9wX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/