ເປັນຫຍັງ ປະເທດສະວິດເຊີແລນ ຈຶ່ງເປັນປະເທດທີ່ສະຫງົບບໍ່ກ່ຽວຂ້ອງດ້ານການເມືອງ ຫຼື ສົງຄາມ


ປະເທດສະວິດເຊີແລນ  ເປັນປະເທດໜຶ່ງທີ່ຫຼາຍຄົນຍອມຮັບວ່າເປັນປະເທດທີ່ຈະເລີນກ້າວໜ້າ ບໍ່ວ່າຈະເປັນທາງດ້ານການເມືອງ ຫຼື ສັງຄົມ ແລະ ດ້ານການທ່ອງທ່ຽວກໍຖືວ່າເປັນປະເທດຕົ້ນໆ ທີ່ມີບ່ອນທ່ອງທ່ຽວຫຼາຍແຫ່ງທີ່ດຶງດູດນັກທ່ອງທ່ຽວ ໃຫ້ໄດ້ໄປທ່ຽວໄປຊົມຢ່າງບໍ່ຂາດສາຍ. ພິເສດຍິ່ງໄປກວ່ານັ້ນ ຖ້າຫາກວ່າໃຜໄດ້ໄປແລ້ວ ບໍ່ມີທາງຜິດຫວັງຢ່າງແນ່ນອນ ລ້ວນແລ້ວແຕ່ປະທັບໃຈໃນສະຖານທີ່ທ່ອງທ່ຽວອັນສວຍສົດງົດງາມ.

ແຕ່ຖ້າເວົ້າເຖິງເລື່ອງການເມືອງຂອງ ປະເທດສະວິດເຊີແລນແລ້ວນັ້ນ, ຈະວາງຕົວເປັນກາງ ບໍ່ວ່າຈະໃນສະຖານະການໃດກໍຕາມ ທັງດ້ານການເມືອງ ຫຼື ດ້ານສົງຄາມ ທາງປະເທດຈະບໍ່ຫຍຸ້ງກ່ຽວໂດຍເດັດຂາດ ເຊິ່ງການປະຕິບັດດັ່ງກ່າວນີ້ມີມາຫຼາຍຮ້ອຍປີແລ້ວ.

ໃນສະຕະວັດທີ 17 ເຊິ່ງໄດ້ເລີ່ມຕົ້ນຈາກຄວາມຂັດແຍ່ງ ລະຫວ່າງໂຣມັນຄາທໍລິກ ກັບ ໂປຣເຕສແຕນ ຈົນກາຍເປັນການແຂ່ງຂັນ ຊີງອຳນາດລະຫວ່າງຝຣັ່ງກັບຣາຊະວົງຮັບບຣູກ ເຊິ່ງໄດ້ແຜ່ຂະຫຍາຍເປັນວົງກວ້າງ ແລະ ສ້າງຄວາມເສຍຫາຍໄວ້ຫຼາຍທີ່ສຸດໃນຄັ້ງໜຶ່ງ. ສະນັ້ນ ສະວິດເຊີແລນ  ກໍຍັງສາມາດປະຄອງປະເທດຕົນເອງບໍ່ຕ້ອງໄປທາງຝ່າຍໃດກໍໄດ້ ແລະ ສົນທິສັນຍາ ເວສຟາເລຍ ທີ່ລົງນາມກັນ ເມື່ອສົງຄາມສິ້ນສຸດຍັງໃຫ້ການຍອມຮັບ ສະວິດເຊີແລນ ໃນຖານະດິນແດນອິດສະຫຼະ ບໍ່ໄດ້ຢູ່ພາຍໃຕ້ອິດທິພົນຂອງຈັກກະພັດໂຣມັນອັນສັກສິດອີກດ້ວຍ.

ຜ່ານມາເກືອບ 200 ປີ ຄວາມເປັນກາງຂອງສະວິດເຊີແລນ  ໄດ້ຮັບການຮັບຮອງຢ່າງເປັນທາງການອີກຄັ້ງ ຫຼັງການສິ້ນສຸດຂອງສົງຄາມນະໂປລຽນໃນປີ 1815 ກອງປະຊຸມວຽນນາ ໄດ້ປະກາດໃຫ້ສະຖານະພາບເປັນກາງຂອງສະວິດເຊີແລນ ກາຍເປັນຂໍ້ຕົກລົງທີ່ບັງຄັບໃຊ້ໃນຢູໂຣບ.

ນັບແຕ່ນັ້ນມາ ສະວິດເຊີແລນ  ບໍ່ເຄີຍເຂົ້າຮ່ວມໃນສົງຄາມໃດໆເລີຍ ແລະ ຜ່ານສົງຄາມໂລກທັງ 2 ຄັ້ງມາ ໂດຍບໍ່ຕ້ອງເລືອກຝ່າຍ. ໃນລະຫວ່າງທີ່ ເຢຍລະມັນ ຕ້ອງການເສັ້ນທາງໃໝ່ ໃນການຮຸກຮານຝຣັ່ງ ເຊິ່ງເຢຍລະມັນຕ້ອງການຢາກຈະຂໍຜ່ານທາງກັບ ເບວຍຽມ ແຕ່ເບວຍຽມປະຕິເສດບໍ່ໃຫ້ຜ່ານທາງ ເຮັດໃຫ້ເຢຍລະມັນປະກາດສົງຄາມກັບເບວຍຽມ.

ແຕ່ສຳລັບສະວິດເຊີແລນ  ເຖິງຈະບໍ່ມີທາງອອກສູ່ທະເລ ຄວນຈະເປັນຂໍ້ເສຍປຽບ ໂດຍສະເພາະເມື່ອຖືກອ້ອມຮອບດ້ວຍປະເທດມະຫາອຳນາດ ທີ່ມັກເປັນຄູ່ຂັດແຍ່ງກັນໃນປະຫວັດສາດ ແຕ່ການເປັນດິນແດນທີ່ມີພູສູງຊັນ ກາຍເປັນຄວາມໄດ້ປຽບຂອງສະວິດເຊີແລນ  ທີ່ເຮັດໃຫ້ບໍ່ມີໃຜຢາກທຸ່ມເທພະລະກຳລັງຍຶດຄອງອຳນາດ ຫຼື ໃຊ້ເປັນທາງຜ່ານ ເຊິ່ງໝາຍຄວາມວ່າບໍ່ມີໃຜຢາກຈະເສຍເວລາ ຂ້າມພູອັນສູງຊັນນັ້ນ.

ປັດຈຸບັນ ປະເທດສະວິດເຊີແລນ  ຍັງເປັນປະເທດທີ່ມີດິນແດນທີ່ຖືກອ້ອມຮອບໄປດ້ວຍ ເຢຍລະມັນທາງຕອນເໜືອ, ຝຣັ່ງທາງຕາເວັນຕົກ, ອີຕາລີທາງໃຕ້ ແລະ ອອສເຕເລຍທາງຕາເວັນອອກ.

ຄວາມເປັນກາງບໍ່ພຽງແຕ່ເປັນປະຫວັດສາດ ແລະ ວັດທະນະທຳເທົ່ານັ້ນ ແຕ່ໄດ້ຂຽນເປັນລາຍລັກອັກສອນໃນນະໂຍບາຍຕ່າງປະທດ ວ່າສະວິດເຊີແລນ ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບການຂັດແຍ່ງກັນດ້ວຍອາວຸດ. ສ່ວນທະຫານຈະຖືກບັງຄັບໂດຍກົດໝາຍໃຫ້ເຂົ້າເຝິກອົບຮົມ ຖ້າຫາກໃຜບໍ່ເປັນທະຫານຈະເສຍພາສີ 4% ຕໍ່ປີ.

ຂອບໃຈຂໍ້ມູນຈາກ: https://bit.ly/32jab9o

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/