ເປັນຫຍັງ ຄົນທີ່ປະສົບຜົນສຳເລັດສ່ວນໃຫຍ່ມັກນອນຕື່ນເຊົ້າ?


ທຸກຄົນລ້ວນແຕ່ຕ້ອງການປະສົບຜົນສຳເລັດກັນທັງນັ້ນ ແລະນິຍາມຄວາມສຳເລັດຂອງແຕ່ລະຄົນຍ່ອມແຕກຕ່າງກັນໄປ ບາງຄົນອາດວາງເປົ້າໝາຍຜົນສຳເລັດຫາກຕົນມີເຮືອນ, ລົດ, ວັດຖຸສິ່ງຂອງ, ມັ່ງຄັ່ງໄປດ້ວຍຊັບສິນເງິນທອງ, ທຸລະກິດກ້າວໜ້າ, ໄດ້ໃຊ້ຊີວິດໃນແບບທີ່ມັກ, ໄດ້ອອກໄປທ່ອງທ່ຽວ, ຊ່ວຍເຫຼືອສັງຄົມ ຫຼື ຮູບແບບຕ່າງໆ. ທຸກທ່ານເຄີຍສັງເກດບໍ່ວ່າ ບຸກຄົນທີ່ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ນັ້ນ ພວກເຂົາມີກິດຈະວັດປະຈຳວັນກັນແນວໃດ?

ທຸກໆຄົນລ້ວນມີໄລຍະເວລາໃນລະມື້ 24 ຊົ່ວໂມງເທົ່າກັນ ແຕ່ກິດຈະກຳ, ແບບແຜນການໃຊ້ຊີວິດ, ການຈັດສັນເວລາຂອງແຕ່ລະຄົນມີຮູບແບບແຕກຕ່າງກັນ. ສຳລັບຄົນທີ່ມີເປົ້າໝາຍຊັດເຈນ ພວກເຂົາຈະຈັດສັນເວລາໃຫ້ເກີດປະໂຫຍດສູງສຸດ ຍ້ອນແນວນນີ້ຈຶ່ງເປັນໜຶ່ງໃນສາເຫດທີ່ວ່າ: ຄົນທີ່ປະສົບຜົນສຳເລັດໂດຍສ່ວນຫຼາຍແລ້ວເປັນຄົນມັກນອນຕື່ນເຊົ້າ.

ບັນດາຜູ້ປະສົບຜົນສຳເລັດທີ່ມີຊື່ສຽງໃນໂລກ ເຊັ່ນ: Jack Dorsey, ຜູ້ກໍ່ຕັ້ງ ແລະ ປະທານບໍລິຫານຂອງ Twitter ແລະ Square, ຕື່ນນອນທຸກໆເຊົ້າເວລາ 5:30 ໂມງເຊົ້າເພື່ອນັ່ງສະມາທິ. ຫຼັງຈາກນັ້ນ, ກໍອອກໄປແລ່ນ 6 ກິໂລແມັດຕໍ່ມື້. 

ທ່ານ Bill Gates, ນັກທຸລະກິດຊາວອາເມຣິກາເປັນໜຶ່ງໃນຜູ້ກໍ່ຕັ້ງຂອງ Microsoft ຫຼື ທຸກຄົນອາດຮູ້ຈັກກັນໃນນາມຜູ້ທີ່ຖືຕໍາແໜ່ງມະຫາເສດຖີອັນດັບ 1 ຂອງໂລກນັ້ນເອງ, ລາວອອກກຳລັງກາຍທຸກໆເຊົ້າໂດຍການແລ່ນເທິງເຄື່ອງແລ່ນອອກກຳລັງກາຍຄຽງຄູ່ກັບການເບິ່ງວິດີໂອທີ່ໃຫ້ຄວາມຮູ້ໄປພ້ອມໆກັນ.

ມື້ນີ້, LaoX ຈະພາທຸກທ່ານມາເບິ່ງນຳກັນວ່າ ການນອນຕື່ນເຊົ້າໃຫ້ຄຸນປະໂຫຍດແກ່ຄົນເຮົາແນວໃດ?

1.ເພີ່ມປະສິດທິພາບໃນການເຮັດວຽກ

ຄົນທີ່ປະສົບຜົນສຳເລັດສ່ວນຫຼາຍມັກຕື່ນນອນເວລາ 5:00 ໂມງເຊົ້າ ຫຼື ໄວກວ່ານັ້ນ. ຄົນທີ່ຕື່ນນອນແຕ່ເຊົ້າຈະມີເວລາເຮັດຫຼາຍຢ່າງ ແລະ ມີປະສິດທິພາບໃນການເຮັດວຽກຫຼາຍຂຶ້ນ ເພາະວ່າພວກເຂົາມີເວລາໂຟກັດໃສ່ວຽກທີ່ສໍາຄັນ ແລະ ສະໝອງຄົນເຮົາຈະມີຄວາມຕື່ນຕົວຫຼາຍທີ່ສຸດໃນຕອນເຊົ້າ.

2.ມີເວລາເຮັດກິດຈະກຳຫຼາຍຂຶ້ນ

ກິດຈະກຳໃນຍາມເຊົ້າທີ່ຫຼາຍໆຄົນມັກເຮັດນັ້ນກໍຄື: ການອ່ານປຶ້ມ ດ້ວຍບັນຍາກາດດີໆໃນຍາມເຊົ້າ, ສະໝອງປອດໂປ່ງຜ່ອນຄາຍຈະເຮັດໃຫ້ເຮົາໂຟກັດ ແລະ ອ່ານປຶ້ມເຂົ້າໃຈຫຼາຍຂຶ້ນ. ນອກຈາກນີ້, ການອອກກໍາລັງກາຍໃນຍາມເຊົ້າຈະຊ່ວຍໃຫ້ມີພະລັງງານ ແລະ ກຽມພ້ອມສໍາລັບກິດຈະກໍາຕ່າງໆຕະຫຼອດມື້.

3.ມີເວລາກິນອາຫານເຊົ້າ

ເມື່ອເຮົາຕື່ນແຕ່ເຊົ້າຍ່ອມມີເວລາຫຼາຍພໍສຳລັບການແຕ່ງອາຫານ ແລະ ກິນເຂົ້າໃນຕອນເຊົ້າເຊິ່ງນີ້ເປັນສິ່ງສໍາຄັນຕໍ່ສຸຂະພາບຫຼາຍ. 

4.ຄວາມສະຫງົບ

ໃນເຊົ້າທີ່ແສນສະຫງົບຈະເຮັດໃຫ້ເຮົາໄດ້ຢູ່ກັບຕົນເອງ, ມີເວລາຄິດທົບທວນ, ຈັດສັນ, ວາງແຜນເປົ້າໝາຍໃນຊີວິດ ພ້ອມຍັງມີເວລາວາງແຜນກິດຈະວັດໃນມື້ນັ້ນໆອີກດ້ວຍ.

5.ອາກາດສົດຊື່ນ

ຕ້ອນຮັບເຊົ້າມື້ໃໝ່ກັບອາກາດສົດຊື່ນ, ແສງແດດອ່ອນໆທີ່ມາພ້ອມກັບວິຕາມິນທີ່ດີຊ່ວຍເສີມສ້າງສຸຂະພາບກາຍ ແລະ ສຸຂະພາບຈິດໄດ້ດີ.

ແລ້ວເຮົາຈະມີວິທີເຝິກຕົນເອງໃຫ້ເປັນຄົນທີ່ມີນິດໄສນອນຕື່ນເຊົ້າໄດ້ແນວໃດ ເຮົາມາເບິ່ງນຳກັນ.

1.ງົດຫຼິ້ນເຄື່ອງອີເລັກໂທຣນິກກ່ອນນອນ

ໃຫ້ປິດໂທລະສັບມືຖື, ຄອມພິວເຕີ ຫຼື ໂທລະພາບຢູ່ໃນຫ້ອງ ປະມານ 30 ນາທີ ຫາ 1 ຊົ່ວໂມງກ່ອນນອນຈະຊ່ວຍໃຫ້ທ່ານນອນຫຼັບໄດ້ໄວຂຶ້ນ.

2.ການອ່ານປຶ້ມ ແລະ ດື່ມຊາ

ໃຊ້ເວລາ 30-45 ນາທີອ່ານ ແລະ ດື່ມຊາກ່ອນນອນຈະຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ແລະ ນອນຫຼັບງ່າຍຂຶ້ນ.

3.ການສ້າງແຮງຈູງໃຈ

ເວລາກ່ອນນອນ ໃຫ້ຂຽນສິ່ງທີ່ຈະເຮັດໃນມື້ຖັດໄປ ເຊັ່ນ: ກິນເຂົ້າເຊົ້າ, ອອກໄປແລ່ນ, ມີນັດອອກໄປນອກກັບຫມູ່ເພື່ອນ ແລະ ອື່ນໆ ເນື່ອງຈາກວ່າຖ້າຫາກວ່າເຮົາມີເປົ້າຫມາຍທີ່ຈະຕ້ອງໄດ້ເຮັດແລ້ວ ຈະສົ່ງຜົນໃຫ້ເກີດມີຄວາມກະຕືລືລົ້ນຢາກຕື່ນນອນໃນຕອນເຊົ້າຫຼາຍຂຶ້ນ.

5.ນອນໄວກ່ວາປົກກະຕິ

ເມື່ອໃຫ້ຮ່າງກາຍໄດ້ຮັບການພັກຜ່ອນຢ່າງພຽງພໍຈະຊ່ວຍໃຫ້ສະໝອງ ແລະ ລະບົບພາຍໃນຕ່າງໆ ກຽມພ້ອມຕື່ນຂຶ້ນມາໃນຍາມເຊົ້າ ແລະ ເຮັດວຽກໄດ້ງ່າຍຂຶ້ນດ້ວຍການລອງປັບປ່ຽນການນອນໃຫ້ໄວຂຶ້ນກວ່າປົກກະຕິ 30 ນາທີ ຫຼື ຫຼາຍກວ່ານັ້ນ. 

6.ການເປີດຜ້າມ່ານ

ເປັນອີກໜຶ່ງວິທີງ່າຍໆທີ່ໃຊ້ໄດ້ຜົນ ໂດຍການເປີດຜ້າມ່ານໃນຕໍາແຫນ່ງທີ່ກົງກັບຕຽງນອນພໍ​ເມື່ອ​ຕາ​ເວັນ​ສ່ອງແສງເຂົ້າມາໃນຕອນເຊົ້າຄວາມສະຫວ່າງຈະປຸກໃຫ້ເຮົາຕື່ນໂດຍບໍ່ຈໍາເປັນຕ້ອງໃຊ້ໂມງປຸກ.

ການຕື່ນເຊົ້າຍ່ອມມີຜົນດີຕໍ່ສຸຂະພາບ ແລະ ເພີ່ມໄລຍະເວລາໃນການເຮັດກິດຈະວັດໃນແຕ່ລະເຊົ້າຫຼາຍຂຶ້ນ; ແນວໃດກໍຕາມຄວາມສຳເລັດບໍ່ແມ່ນວ່າຈະຕື່ນເຊົ້າແລ້ວຈະປະສົບຜົນສຳເລັດໄດ້ທຸກຄົນ ແຕ່ມັນຂຶ້ນກັບຕົນເຮົາເອງວ່າຈະແບ່ງເວລາໄດ້ດີພຽງໃດ, ມີການວາງແຜນເປົ້າໝາຍຊັດເຈນແລ້ວບໍ່, ໝັ່ນຊອກຮຽນຮູ້ຢູ່ຕະຫຼອດເວລາແລ້ວຫຼືຍັງ, ມີພະຍາຍາມຫຼາຍໜ້ອຍພຽງໃດ ປັດໄຈເຫຼົ່ານີ້ຕ່າງຫາກທີ່ເປັນຕົວຊີ້ວັດເຖິງບາດກ້າວຄວາມສຳເລັດຂອງຄົນເຮົາຢ່າງແທ້ຈິງ.

ທີ່ມາ:

https://cutt.ly/cwbdzmtX

https://cutt.ly/7wbdz4mV

https://cutt.ly/2wbdxhkl

https://cutt.ly/GwbdxSWY

https://cutt.ly/0wbdcwye

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/