Butterfly Hug ການກອດຕົນເອງ ຊ່ວຍຜ່ອນຄາຍຄວາມຕຶງຄຽດ


ໃນມື້ທີ່ເຮົາເມື່ອຍລ້າ, ປະສົບກັບບັນຫາ, ທໍ້ຖອຍ, ໝົດພະລັງງານ ການໄດ້ຮັບກຳລັງໃຈດີໆຈະເຮັດໃຫ້ເຮົາຮູ້ສຶກດີຂຶ້ນ ແລະ ການກອດກໍຖືເປັນໜຶ່ງໃນຮູບແບບການໃຫ້ກຳລັງໃຈທີ່ຊ່ວຍເພີ່ມພະລັງງານດີໆແກ່ຜູ້ຖືກໂອບກອດ.

ແຕ່ໃນບາງຄັ້ງເຮົາກໍບໍ່ຈໍາເປັນຕ້ອງລໍຖ້າອ້ອມກອດ ຫຼື ກໍາລັງໃຈຈາກຄົນອື່ນ ເພາະເຮົາສາມາດສ້າງມັນຂຶ້ນມາເອງໄດ້ດ້ວຍຕົວເອງພຽງ​ແຕ່​ຍົກ​ມື​ຂຶ້ນມາຈັບເທິງບ່າໄຫຼ່ຂອງຕົນ (ໂອບກອດຕົນເອງ) ແລ້ວເວົ້າໃຫ້ກຳລັງໃຈຕົວເຮົາເອງ ເຊິ່ງຈະຊ່ວຍປອບໃຈໃຫ້ເຮົາຜ່ານພົ້ນເວລາທີ່ບໍ່ດີໄປໄດ້.

ເຊິ່ງທ່າທາງດັ່ງກ່າວມີຊື່ເອີ້ນວ່າ: ທ່າໂອບກອດແມງກະເບື້ອງ Butterfly Hug ເປັນໜຶ່ງໃນເຕັກນິກໃນຮູບແບບການປິ່ນປົວທີ່ເອີ້ນວ່າ: EMDR (Eye Movement Desensitization and Reprocessing) ມັກຈະຖືກນໍາໃຊ້ກັບຄົນເຈັບທີ່ໄດ້ຮັບຄວາມເຈັບປວດທາງດ້ານຈິດໃຈຈາກເຫດການທີ່ຜ່ານມາ. ນອກຈາກນີ້, ຍັງຊ່ວຍໃຫ້ຄາຍຄວາມຄຽດ, ກັງວົນກັບເລື່ອງຕ່າງໆໃນຊີວິດປະຈຳວັນອີກດ້ວຍ.

The Butterfly Hug ຫຼື Hug of self love, ຖືກນໍາໃຊ້ໂດຍ Lucy Artigas ໃນຂະນະທີ່ລາວກໍາລັງເຮັດວຽກເພື່ອຊ່ວຍຜູ້ລອດຊີວິດຈາກພາຍຸເຮີລິເຄນໃນ Acapulco, ເມັກຊິໂກໃນປີ 1997 ລາວໄດ້ໃຊ້ທ່າດັ່ງກ່າວນຳມາປິ່ນປົວສະພາບຈິດໃຈຂອງຜູ້ລອດຊີວິດຈາກເຫດການຮ້າຍແຮງທີ່ພວກເຂົາໄດ້ປະສົບມາ ແລະ ໄດ້ມີປະຕິກິລິຍາຕອບຮັບເປັນຢ່າງດີ.

ການກອດແມງກະເບື້ອນີ້ແມ່ນ ເຕັກນິກທີ່ນິຍົມກັນຢ່າງກວ້າງຂວາງ 

ເນື່ອງຈາກວ່າ ເປັນທ່າທີ່ເຮົາມອບຄວາມຮັກ, ຄວາມອົບອຸ່ນ, ຄວາມເຂັ້ມແຂງໃຫ້ກັບຕົນເອງ. ມັນສາມາດນໍາໃຊ້ເຂົ້າໃນທຸກສະຖານະການເມື່ອເຮົາຮູ້ສຶກຄິດລົບ, ຕຶງຄຽດ, ຕ້ອງການຜ່ອນຄາຍ ຫຼື ຕ້ອງການເພີ່ມກຳລັງໃຈແກ່ຕົນເອງ; ໂດຍທ່າໂອບກອດຕົນເອງນີ້ເປັນທ່າງ່າຍໆທີ່ທຸກຄົນສາມາດເຮັດໄດ້ທຸກບ່ອນ, ທຸກເວລາ ແລະ ບໍ່ໄດ້ໃຊ້ອຸປະກອນແຕ່ຢ່າງໃດ.

ເຮົາມາລອງປະຕິບັດຕາມ 5 ຂັ້ນຕອນງ່າຍໆນຳກັນ

1.ຍົກແຂນທັງສອງຂ້າງໄຂວ້ກັນ ວາງມືໄວ້ເທິງບ່າໄຫຼ່

2.ຫາຍໃຈເຂົ້າ ແລະ ອອກຊ້າໆ

3.ເຄື່ອນເໜັງມືທັງສອງຂ້າງຄ່ອຍໆ 

4.ເຮັດຈິດໃຈໃຫ້ສະຫງົບ ຄິດຫາແຕ່ເລື່ອງລາວດີໆ ແລະ ເວົ້າໃຫ້ກຳລັງໃຈຕົນເອງ

5.ເຮັດຈົນກວ່າອາລົມຄວາມຮູ້ສຶກດີຂຶ້ນ

ທີ່ມາ:

https://cutt.ly/Ywbd3OTS

https://cutt.ly/Ywbd3XZI

https://cutt.ly/bwbd33EV

https://cutt.ly/2wbd8wx5

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/