ອັງເດຣ ສຸຄຳທັດ (Andre Soukhamthath) ເປັນອີກນັກກິລາມວຍຄົນໜຶ່ງຂອງລາວ ທີ່ມີຜົນງານດີເດັ່ນ ພ້ອມກັບໄດ້ໄປແຂ່ງໃນລາຍການຕ່າງໆຫຼາຍຄັ້ງ ແລະ ໃນວັນທີ 29 ພຶດສະພາ 2021 ນີ້ ກໍຈະໄດ້ຂຶ້ນສັງວຽນມວຍ ໃນລາຍການ Xtreme Fighting Championships ຫຼື (XFC) ທີ່ນະຄອນ ດິມອຍ, ລັດໄອໂອວ້າ, ສະຫະລັດອາເມຣິກາ ເວລາປະມານ 10:00 ໂມງເປັນຕົ້ນໄປ ແລະ ຄວາມພ້ອມໃນຄັ້ງນີ້ມີແບບເກີນຮ້ອຍ ກັບຄູ່ແຂ່ງ ໂຈເຊ່ ອາວແບໂຕ້ ກຸຍໂນເນັສ ນັກມວຍເມັກຊິໂກ ອາຍຸ 30 ປີ.

ອັງເດຣ ສຸຄຳທັດ ເປັນຄົນສັນຊາດອາເມຣິກາ ເຊື້ອສາຍລາວ ອາຍຸ 32 ປີ, ໃນການຂຶ້ນສັງວຽນລາຍການນີ້ ຖືໄດ້ວ່າເປັນຄັ້ງທີ 2 ແລ້ວ ຕໍ່ຈາກການຊະນະ ກຸຍເຮີເມ້ ຟາເຣຍ ນັກມວຍຊາວເບຣຊິນ ເມື່ອວັນທີ 11 ພະຈິກ 2020 ທີ່ຜ່ານມາ, ເຊິ່ງໂນເນັສ ຂຶ້ນຊົກ 2 ຄັ້ງໃນລາຍການນີ້ ແຕ່ກໍບໍ່ຊະນະ ເສຍນັອກໃຫ້ທັງສອງຄັ້ງ ແລະ ການພົບກັນຄັ້ງນີ້ກໍເປັນການພົບກັນຄັ້ງທຳອິດ.

ສະຖິຕິຂອງ ອັງເດຣ ສຸຄຳທັດ ຖືວ່າເຮັດໄດ້ດີ ເຊິ່ງລວມທຸກລາຍການເປັນ 22 ຄັ້ງກ່ອນໜ້ານີ້, ຊະນະ 14 ຄັ້ງ, ເສຍ 8 ແລະ ນັອກຄູ່ຕໍ່ສູ້ 8 ຄັ້ງ ຊະນະໂດຍຄູ່ແຂ່ງຍອມຈຳນົນ 3 ຄັ້ງ, ຊະນະດ້ວຍຄະແນນ 3 ຄັ້ງ ແລະ ເສຍ 8 ຄັ້ງ ດ້ວຍການເສຍຄະແນນ ບໍ່ເຄີຍຖືກນັອກ.

ອັງເດຣ ສຸຄຳທັດ ເຄີຍເປັນແຊ້ມ CES MMA bantamweight Championships ແລະ ເປັນນັກມວຍທີ່ຄົບເຄື່ອງ ຢູ່ສັງວຽນ UFC ແລະ ONE Championship, ອັງເດຣ ເປັນຄົນລາວຄົນທຳອິດທີ່ສາມາດກ້າວສູ່ສັງວຽນ Ultimate Fighting Championships ຫຼື UFC.
ຂອບໃຈຂໍ້ມູນຈາກ: https://bit.ly/3fOcBDy
ຊ່ອງທາງເບິ່ງຖ່າຍທອດສົດ: https://www.facebook.com/OfficialXFC/?_rdc=1&_rdr
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/