ເປັນຫຍັງຄົນຮຸ່ນໃໝ່ຈຶ່ງມັກໃຊ້ TikTok?


ຕິກຕ໋ອກ (TikTok) ເອີ້ນໄດ້ວ່າເປັນໜຶ່ງໃນແອັບພິເຄຊັນວີດີໂອຈາກ ສປ.ຈີນ ທີ່ພັດທະນາໄວຫຼາຍ ໃນໄລຍະເວລາສັ້ນໆ ເຊິ່ງແອັບນີ້ໂດ່ງດັງຢ່າງວ່ອງໄວໃນກຸ່ມໄວໜຸ່ມທີ່ມີຄວາມເຮຮາ ມ່ວນຊື່ນ ແລະ ມັກຈະສະແດງຕົນເອງຜ່ານການໃຊ້ວີດີໂອສັ້ນໆ.

ໃນປີ 2019 ແອັບພຣິເຄຊັນນີ້ ແມ່ນມີຄົນໃຊ້ປະມານ 500 ລ້ານກວ່າຄົນ, ໂດຍທີ່ 41% ແມ່ນຢູ່ໃນກຸ່ມອາຍຸ 16 – 24ປີ ແລະ ມີເວລາສະເລ່ຍນຳໃຊ້ຢູ່ທີ່ 52 ນາທີຕໍ່ມື້.

TikTok ຍັງເປັນແອັບພິເຄຊັນທີ່ຢາກຊຸກຍູ້ ໃຫ້ຄົນຫັນມາເຮັດຄອນເທັນຜ່ານວີດີໂອຫຼາຍຂຶ້ນ ດ້ວຍການແບ່ງປັນປະສົບການ ຫຼື ເລື່ອງລາວຕ່າງໆ ທີ່ມີຄວາມຍາວບໍ່ເກີນ 10 ວິນາທີ ເຊິ່ງສາມາດຕອບສະໜອງສັງຄົມທີ່ຕ້ອງການຄວາມວ່ອງໄວໃນປັດຈຸບັນ, ໂດຍມີລັກສະນະການເຮັດວຽກຄ້າຍໆກັບ Twitter ນັ້ນກໍຄື ຄົ້ນຫາຄວາມໜ້າສົນໃຈຜ່ານ Discover ຫຼື Hashtag ນັ້ນເອງ. ນັ້ນຈຶ່ງເປັນເຫດຜົນທີ່ວ່າເປັນຫຍັງເວລາມີຄົນລົງວີດີໂອຕ້ອງມີ Hashtag ຈຳນວນຫຼາຍ.

ນອກຈາກນັ້ນ, TikTok ຍັງມີລະບົບ AI ທີ່ຈະກັ່ນຕອງເນື້ອຫາຕາມສິ່ງທີ່ເຮົາສົນໃຈ ຫຼື ກົດຕິດຕາມ

ບໍ່ວ່າຈະເປັນເລື່ອງທີ່ມີສາລະ ຫຼື ບັນເທີງ ແລະ ຍັງມີການຂາຍສິນຄ້າໃນ TikTok ຈຳນວນໜຶ່ງນຳອີກ.

ທີ່ມາ: https://www.thumbsup.in.th/sommark-creater-tik-tok

ພາບ: Neil Patel, Al Jazeera\

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/