ຜູ້ບ່າວອົກຮັກເລີກວຽກມາຮ້ອງເພງອິນເດິຊິຕີ້ (LOST) ເພງລາວມີຄຸນະພາບທີ່ຖືກໃຈຫຼາຍຄົນ


ບົດເພງ ຜູ້ບ່າວອົກຫັກເລີກວຽກມາຮ້ອງເພງອິນເດິຊິຕີ້ ຫຼື LOST ເປັນບົດເພງທີ່ມີຄວາມໝາຍທີ່ດີ ເຂົ້າໃຈງ່າຍ ສື່ສານກັບຄວາມຮັກໄດ້ຢ່າງເລິກເຊິ່ງ, ປະກອບກັບພາບທີ່ສວຍງາມຢ່າງລົງຕົວ ບໍ່ວ່າຈະເປັນ ດົນຕີ, ຈັງຫວະ ແລະ ເນື້ອເພງ ລ້ວນແລ້ວແຕ່ຈົບງາມທຸກພາກສ່ວນ ເມື່ອລວມເຂົ້າກັນມັນເຮັດໃຫ້ສົມສ່ວນແບບບໍ່ມີສິ່ງທີ່ຂາດຫາຍ.

ຍອມຮັບເລີຍວ່າເປັນເພງ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະໄວໜຸ່ມລາວເຮົາ ທີ່ກຳລັງນິຍົມຮັບຟັງເພງແນວຄຸນະພາບເຊັ່ນນີ້, ມີແຟນໆປະເທດເພື່ອນບ້ານມາຮັບຟັງ ສະແດງຄຳຄິດເຫັນ ໃນທາງທີ່ດີ ແລະ ຄົນລາວເຮົາກໍເຊັ່ນດຽວກັນ ຕ່າງກໍຍ້ອງຍໍຊົມເຊີຍກັບຜົນງານຂອງ MAO MUN ອີກດ້ວຍ.

ສິ່ງທີ່ໜ້າພູມໃຈສຸດໆຄົງຫຼີກບໍ່ພົ້ນເລື່ອງສີມືຄວາມຄິດຂອງແຕ່ລະຄົນ ທັງທີ່ຍັງໜຸ່ມນ້ອຍກໍສາມາດມີຜົນງານດີໆອອກມາໃຫ້ໄດ້ຊື່ນຊົມຢູ່ຕະຫຼອດ ແລະ ສະເໝີມາ. ນອກຈາກນີ້ ກໍຍັງປະກອບກັບຄວາມຮູ້ຄວາມສາມາດຂອງທຸກຄົນ ລ້ວນແລ້ວແຕ່ມີຄຸນະພາບເປັນທີ່ສຸດ.

ທ່ານສາມາດຟັງບົດເພງໄດ້ຜ່ານທາງ: https://bit.ly/34x6gqw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/