ສິ່ງທີ່ຄວນຮູ້ ແລະ ມາດລະຍາດໃນການຫຼິ້ນ Clubhouse


ໃນອາທິດທີ່ຜ່ານມານີ້ ຫຼັງຈາກທີ່ເປີດຕົວແອັບພິເຄຊັນ Clubhouse ໃນ ລະບົບ ແອນດຣອຍ ໄດ້ບໍ່ດົນ ກໍມີການລົງທະບຽນນຳໃຊ້ກັນຢ່າງຫຼວງຫຼາຍ.

ແຕ່ວ່າຖ້າເວົ້າເລື່ອງ ການໃຊ້ງານ, ຂໍ້ກຳນົດ ແລະ ມາລະຍາດໃນການໃຊ້ງານແອັບພິເຄຊັນນີ້ ຫຼາຍຄົນກະອາດຈະຍັງບໍ່ຮູ້ ທາງເພຈ Lao X ຈຶ່ງສະເໜີຄຳແນະນຳທົ່ວໄປ ໃນການໃຊ້ Clubhouse ໃຫ້ເປັນການໃຊ້ສັງຄົມສົນທະນາອອນລາຍທີ່ໃຫ້ກຽດເຊິ່ງກັນແລະກັນ.

Clubhouse ແມ່ນຫຍັງ?

Clubhouse ຖືກອອກແບບມາໃຫ້ເປັນສະຖານທີ່ໃນການໂອ້ລົມສົນທະນາແລກປ່ຽນຄວາມຄິດເຫັນ ໂດຍການເວົ້າພຽງຢ່າງດຽວ, ເຮົາສາມາດຮຽນຮູ້ ແລະ ມ່ວນຊື່ນ ໂດຍການ ແບ່ງປັນ ແລະ ຮັບຟັງປະສົບການ ກັບຄົນໃນທົ່ວໂລກໄດ້ເລີຍ.

ຂໍ້ແນະນຳການຫຼິ້ນ Clubhouse ຈາກຜູ້ທີ່ສ້າງແອັບພິເຄຊັນນີ້:

  • ເປັນຕົວຂອງຕົນເອງ
  • ໃຫ້ກຽດເຄົາລົບເຊິ່ງກັນແລະກັນ
  • ສະແດງຄຳເຫັນຢ່າງເຂົ້າໃຈແຕ່ລະມຸມມອງໃນທາງບວກ
  • ມີຄວາມອົດທົນ ແລະ ຕ້ອນຮັບບຸກຄົນທີ່ມີຄວາມເຫັນທີ່ແຕກຕ່າງ
  • ສະແດງຄວາມຈິງໃຈໃນການສ້າງຄວາມສຳພັນທີ່ດີຕໍ່ກັນ

ຄຳແນະນຳສຳລັບຜູ້ດຳເນີນການສົນທະນາ (Moderator)

  • ຜູ້ດຳເນີນການສົນທະນາທີ່ດີຄວນຈະເຊີນຄົນທີ່ມີຄວາມຄິດເຫັນທີ່ຫຼາກຫຼາຍມາມີສ່ວນຮ່ວມ.
  • ການອະນຸຍາດໃຫ້ຜູ້ຟັງທີ່ມີຄວາມຄິດເຫັນທີ່ແຕກຕ່າງ ໃຫ້ມີການຕັ້ງຄຳຖາມ ຫຼື ມີຄຳເຫັນ ຈະສ້າງໃຫ້ເກີດຄວາມຄິດ ຫຼື ທາງອອກ ໃນທາງທີ່ສ້າງສັນໃນຫ້ອງສົນທະນາ.
  • ເມື່ອຜູ້ຟັງຂຶ້ນມາມີສ່ວນຮ່ວມໃນການຕັ້ງຄຳຖາມ ຫຼື ສະແດງຄວາມຄິດເຫັນ ຫ້ອງສົນທະນາຄວນຈະໃຫ້ຄວາມສຳຄັນກັບຄົນທີ່ກຳລັງເວົ້າຢູ່.

ຄຳແນະນຳສຳລັບຜູ້ເວົ້າ (Speaker)

  • ຜູ້ທີ່ໄດ້ຮັບສິດເວົ້າ ຄວນກົດປຸ່ມ mute ທຸກຄັ້ງທີ່ຜູ້ເວົ້າຄົນອື່ນກຳລັງເວົ້າຢູ່ ເພື່ອຕັດການມີສຽງລົບກວນຕ່າງໆ.
  • ຜູ້ເວົ້າມີສິດໃນການປ່ຽນຈາກ ຜູ້ເວົ້າ ເປັນຜູ້ຟັງໄດ້ສະເໝີ ໂດຍການກົດປຸ່ມ Leave quietly.

ຄຳແນະນຳສຳລັບຜູ້ຟັງ

  • ເມື່ອຢາກສະແດງຄຳຄິດເຫັນກໍໃຫ້ກົດປຸ່ມຍົກມືໄດ້ເຖິງແມ່ນວ່າຈະບໍ່ໄດ້ຖືກເຊີນມາເປັນຜູ້ເວົ້າໃນເວລານັ້ນກໍຕາມ ເພາະຜູ້ດຳເນີນການສົນທະນາອາດຈະເປີດໂອກາດໃຫ້ຜູ້ເຂົ້າຮ່ວມຂຶ້ນມາສະແດງຄຳເຫັນ ຫຼື ຕັ້ງຄຳຖາມໃນພາຍຫຼັງ.
  • ໃນຂະນະທີ່ກຳລັງຮ່ວມຟັງຢູ່ ກໍສາມາດເລືອກຫົວຂໍ້ອື່ນໄປນຳກໍໄດ້ໂດຍບໍ່ຕ້ອງກັງວົນ ຄ້າຍໆກັບຟັງ Podcast.
  • ເມື່ອພົບກັບໝູ່ໃນແອັບພິເຄຊັນໃນຫ້ອງສົນທະນາ ທ່ານອາດຈະກົດເບິ່ງໂປຣຟາຍ ແລະ ສາມາດຊວນໄປຫ້ອງໃໝ່ໄດ້
  • ຖ້າຖືກເຊີນຂຶ້ນໄປເວົ້າ ແຕ່ຍັງບໍ່ພ້ອມ ກໍສາມາດບໍ່ກົດ Accept ເທື່ອກໍໄດ້.

ກົດລະບຽບຕ່າງໆທີ່ຜູ້ສ້າງ Clubhouse ວາງອອກ

  • ທ່ານຕ້ອງໃຊ້ຊື່ແທ້ໃນການຕັ້ງ Account
  • ທ່ານຕ້ອງມີອາຍຸບໍ່ຕ່ຳກວ່າ 18ປີ
  • ຫ້າມບໍ່ໃຫ້ມີສ່ວນຮ່ວມໃນການລ່ວງລະເມີດ ຫຼື ຄຸກຄາມບຸກຄົນຫຼືກຸ່ມຄົນໃດໜຶ່ງ
  • ທ່ານຕ້ອງບໍ່ບັນທຶກ ຫຼື ແບ່ງປັນຂໍ້ມູນໃນການສົນທະນາໃນ Clubhouse ກ່ອນໄດ້ຮັບອະນຸຍາດ
  • ທ່ານບໍ່ສາມາດມີສ່ວນຮ່ວມໃນການສົນທະນາ ຫຼື ອັບໂຫຼດເນື້ອຫາໃດໆ ທີ່ລະເມີດຊັບສິນທາງປັນຍາ ຫຼື ກຳມະສິດອື່ນໆ ເຊັ່ນ: ການເປີດເພງທີ່ມີລິຂະສິດ
  • ຫ້າມແບ່ງປັນ ຫຼື ສົ່ງເສີມການສົນທະນາທີ່ມີຈຸດປະສົງ ຫຼື ທ່າອ່ຽງໃນການກໍ່ໃຫ້ເກີດອັນຕະລາຍຕໍ່ບຸກຄົນ ຫຼື ກຸ່ມຄົນໃດໆ
  • ທ່ານບໍ່ສາມາດໃຫ້ບໍລິການ ຫຼື ດຳເນີນກິດຈະກຳທີ່ບໍ່ໄດ້ຮັບອະນຸຍາດ ແລະຜິດກົດໝາຍ.

ທີ່ມາ:​ https://www.notion.so/Community-Guidelines-461a6860abda41649e17c34dc1dd4b5f#6e9abef719e74258874cc3af930fa6c0

ພາບ: PCMag, TNT Guys

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/