ເປັນກຳລັງໃຈໃຫ້ ອັງເດຣ ສຸຄຳທັດ ທີ່ຈະຂຶ້ນຊົກມວຍ Xtreme Fighting Championships ທີ່ສະຫະລັດອາເມຣິກາ ໃນວັນທີ 29 ພຶດສະພານີ້!


ອັງເດຣ ສຸຄຳທັດ (Andre Soukhamthath) ເປັນອີກນັກກິລາມວຍຄົນໜຶ່ງຂອງລາວ ທີ່ມີຜົນງານດີເດັ່ນ ພ້ອມກັບໄດ້ໄປແຂ່ງໃນລາຍການຕ່າງໆຫຼາຍຄັ້ງ ແລະ ໃນວັນທີ 29 ພຶດສະພາ 2021 ນີ້ ກໍຈະໄດ້ຂຶ້ນສັງວຽນມວຍ ໃນລາຍການ Xtreme Fighting Championships ຫຼື (XFC) ທີ່ນະຄອນ ດິມອຍ, ລັດໄອໂອວ້າ, ສະຫະລັດອາເມຣິກາ ເວລາປະມານ 10:00 ໂມງເປັນຕົ້ນໄປ  ແລະ ຄວາມພ້ອມໃນຄັ້ງນີ້ມີແບບເກີນຮ້ອຍ ກັບຄູ່ແຂ່ງ ໂຈເຊ່ ອາວແບໂຕ້ ກຸຍໂນເນັສ ນັກມວຍເມັກຊິໂກ ອາຍຸ 30 ປີ.

ອັງເດຣ ສຸຄຳທັດ ເປັນຄົນສັນຊາດອາເມຣິກາ ເຊື້ອສາຍລາວ ອາຍຸ 32 ປີ, ໃນການຂຶ້ນສັງວຽນລາຍການນີ້ ຖືໄດ້ວ່າເປັນຄັ້ງທີ 2 ແລ້ວ ຕໍ່ຈາກການຊະນະ ກຸຍເຮີເມ້ ຟາເຣຍ ນັກມວຍຊາວເບຣຊິນ ເມື່ອວັນທີ 11 ພະຈິກ 2020 ທີ່ຜ່ານມາ, ເຊິ່ງໂນເນັສ ຂຶ້ນຊົກ 2 ຄັ້ງໃນລາຍການນີ້ ແຕ່ກໍບໍ່ຊະນະ ເສຍນັອກໃຫ້ທັງສອງຄັ້ງ ແລະ ການພົບກັນຄັ້ງນີ້ກໍເປັນການພົບກັນຄັ້ງທຳອິດ.

ສະຖິຕິຂອງ ອັງເດຣ ສຸຄຳທັດ ຖືວ່າເຮັດໄດ້ດີ ເຊິ່ງລວມທຸກລາຍການເປັນ 22 ຄັ້ງກ່ອນໜ້ານີ້, ຊະນະ 14 ຄັ້ງ, ເສຍ 8 ແລະ ນັອກຄູ່ຕໍ່ສູ້ 8 ຄັ້ງ ຊະນະໂດຍຄູ່ແຂ່ງຍອມຈຳນົນ 3 ຄັ້ງ, ຊະນະດ້ວຍຄະແນນ 3 ຄັ້ງ ແລະ ເສຍ 8 ຄັ້ງ ດ້ວຍການເສຍຄະແນນ ບໍ່ເຄີຍຖືກນັອກ.

ອັງເດຣ ສຸຄຳທັດ ເຄີຍເປັນແຊ້ມ CES MMA bantamweight Championships ແລະ ເປັນນັກມວຍທີ່ຄົບເຄື່ອງ ຢູ່ສັງວຽນ UFC ແລະ ONE Championship, ອັງເດຣ ເປັນຄົນລາວຄົນທຳອິດທີ່ສາມາດກ້າວສູ່ສັງວຽນ Ultimate Fighting Championships ຫຼື UFC.

ຂອບໃຈຂໍ້ມູນຈາກ: https://bit.ly/3fOcBDy

ຊ່ອງທາງເບິ່ງຖ່າຍທອດສົດ: https://www.facebook.com/OfficialXFC/?_rdc=1&_rdr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/