ຄັກສຸດ! “4MIX” ວົງທີປັອບສາຍເລືອດ LGBT ເປີດຕົວເພງໃໝ່ “Y U COMEBACK”


ຖືວ່າໄດ້ເປັນການສ້າງຄວາມຮືຮາ ໃນວົງການເພງໃນປະເທດເພື່ອນບ້ານຂອງພວກເຮົາກໍຄື ລາຊະອານາຈັກໄທນັ້ນເອງ ໂດຍການເປີດຕົວເພງໃໝ່ໃນກຸ່ມສີລະປິນວົງ 4MIX, ວົງ T-Pop ນ້ອງໃໝ່ຈາກ KS Gang ດ້ວຍຄວາມສາມາດທີ່ຫຼາກຫຼາຍ ກັບຈຸດຢືນໃນເລື່ອງຣົດສະນິຍົມທາງເພດທີ່ຫຼາກຫຼາຍຂອງສະມາຊິກ 4 ຄົນ ທີ່ສ້າງມິຕິໃໝ່ໃຫ້ກັບວົງການ LGBT.

ສຳລັບເພງ Y U COMEBACK ເປັນເພງທີ່ປະສົມປະສານແນວດົນຕີທີ່ຈັດຈ້ານ ແລະ ເນື້ອຫາທີ່ສາມາດເປັນຕົວແທນທີ່ສື່ຄວາມໝາຍໄດ້ທຸກເພດ ໂດຍມີເນື້ອໃນເພງທີ່ເວົ້າເຖິງການຕອກຢ້ຳຢ່າງມີຄວາມໜັກແໜ້ນ ໃຫ້ກັບຄົນທີ່ເຄີຍຖິ້ມເຮົາໄປ ແລະ ຢາກກັບມາຂໍຄືນດີໃໝ່ ເປັນເພງທີ່ມີຈັງຫວະ ມ່ວນຊື່ນ ແລະ ທ່ອນຮຸກທີ່ຕິດຫູ ພ້ອມກັບ ທ່າເຕັ້ນທີ່ຈື່ຈຳງ່າຍ ແລະ ໃຜໆກໍຮ້ອງຕາມເຕັ້ນຕາມໄດ້ບໍ່ຍາກເລີຍ.

ນອກຈາກນັ້ນ, ການແຕ່ງຕົວຂອງ 4MIX ແມ່ນຖືກອອກແບບໃຫ້ມີເອກະລັກທີ່ບໍ່ຄືໃຜ ຮວມທັງຄຸນະພາບຂອງການຮ້ອງການເຕັ້ນທີ່ມີສະເໜ່ ແລະ ໜ້າດຶງດູດ ໃນພາບທີ່ເກີດຂຶ້ນໃນ Music Video ນີ້.

ທີ່ມາ: https://bit.ly/3vuXkhs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/