ເຕືອນ ! ນອກຈາກຄວັນຢາສູບ ຄວັນທູບກໍພາໃຫ້ເປັນມະເຮັງປອດໄດ້

ຄວັນຢາສູບ

ເມື່ອເວົ້າເຖິງໂຣກມະເຮັງປອດ ຫຼາຍຄົນຄົງຄິດວ່າຈະມີແຕ່ຜູ້ທີ່ສູບຢາຫຼາຍເທົ່ານັ້ນທີ່ມີໂອກາດເປັນໂຣກນີ້, ແຕ່ຮູ້ບໍ່ວ່າ ນອກຈາກຄວັນຢາສູບແລ້ວ ຍັງມີອີກຄວັນໜຶ່ງທີ່ອັນຕະລາຍ ແລະ ອາດຈະເປັນຄວັນທີ່ຫຼາຍຄົນເບິ່ງຂ້າມ ແລະ ບໍ່ທັນໄດ້ຄຳນຶງເຖິງຜົນເສຍຂອງມັນນັ້ນກໍຄືຄວັນທູບ ເຊັ່ນດຽວກັນກັບຄົນເຈັບລາຍໜຶ່ງທີ່ຖືກກວດພົບວ່າເປັນມະເຮັງປອດ ຈາກການດົມເອົາຄວັນທູບຕໍ່ເນື່ອງກັນເປັນເວລາຫຼາຍປີ.

ຄວັນຢາສູບ

ວັນທີ 15 ກັນຍາ 2022 ທ່ານໝໍ ມະນູນ ລີຊະເວງວົງ (มนูญ ลีเชวงวงศ์) ໝໍຜູ້ຊ່ຽວຊານ ດ້ານລະບົບທາງເດີນຫາຍໃຈ ຈາກປະເທດໄທ ໄດ້ອອກມາເປີດເຜີຍຜ່ານ Facebook ສ່ວນຕົວວ່າ ໂຣກມະເຮັງປອດ ເປັນໂຣກມະເຮັງທີ່ພົບຫຼາຍ ຖ້າພົບໃນໄລຍະທໍາອິດ ໃນໄລຍະ1-2 ສາມາດປິ່ນປົວໃຫ້ຫາຍດີເປັນປົກກະຕິໄດ້ຈາກການຜ່າຕັດ. ພ້ອມກັນນັ້ນ ຍັງໄດ້ຍົກກໍລະນີຂອງຄົນເຈັບເພດຍິງ ອາຍຸ 65 ປີ ເມື່ອ 7 ປີ ກ່ອນ (2015) ທີ່ມາກວດຮ່າງກາຍປະຈໍາປີ ແລະ ເອັກສະເລປອດທຸກປີ ໂດຍໄດ້ພົບເຫັນກ້ອນນ້ອຍໆຢູ່ທີ່ປອດເບື້ອງຊ້າຍດ້ານເທິງ ຜ່ານໄປ 1 ປີ ກ້ອນນັ້ນໃຫຍ່ຂຶ້ນ. ຜູ້ປ່ວຍບໍ່ມີອາການໃດໆ, ບໍ່ໄອ, ບໍ່ມີໄຂ້, ບໍ່ເມື່ອຍ, ບໍ່ເຈັບໜ້າເອິກ, ນໍ້າໜັກບໍ່ລົງ ເປັນໂຣກຄວາມດັນສູງ ບໍ່ສູບຢາ. ແຕ່ຜູ້ປ່ວຍມີພຶດຕິກຳຈູດທູບ 20 ດອກໃນບ່ອນເຮັດວຽກ ທຸກໆວັນພະຫັດ ຂອງທຸກໆອາທິດ ແລະ ເຮັດຕິດຕໍ່ກັນເປັນເວລາ 6 ປີ.

ເມື່ອສະແກນປອດ ພົບກ້ອນທີ່ປອດຂ້າງຊ້າຍດ້ານເທິງ ຄ່າມະເຮັງໃນເລືອດປົກກະຕິ ເຮັດ PET scan ຈຶ່ງສົງໄສວ່າ ເນື້ອງອກ ເປັນມະເຮັງປອດ ແຕ່ບໍ່ກະຈາຍໄປອະໄວຍະວະອື່ນ ຜ່ານການສ່ອງກ້ອງເຂົ້າໄປເບິ່ງໃນຫຼອດລົມ ບໍ່ພົບສິ່ງທີ່ຜິດປົກກະຕິ ຈຶ່ງໄດ້ເຮັດການຜ່າຕັດປອດ ໂດຍວິທີສ່ອງກ້ອງຕັດປອດ ກີບດ້ານເທິງຂ້າງຊ້າຍອອກ ແລະ ຕັດຊິ້ນເນື້ອຈາກຕ່ອມນໍ້າເຫຼືອງ ບໍລິເວນອ້ອມຮອບເນື້ອງອກ. ຜົນອອກມາພົບວ່າຄົນເຈັບເປັນມະເຮັງປອດ ຂະໜາດ 4 ຊັງຕີແມັດ ຊະນິດ adenocarcinoma ຍັງບໍ່ກະຈາຍເຂົ້າໄປຕ່ອມນໍ້າເຫຼືອງ.

ຄວັນຢາສູບ

ສະຫຼຸບຄື ຄົນເຈັບລາຍນີ້ ບໍ່ມີອາການ ບໍ່ເຄີຍສູບຢາ ແຕ່ຫາຍໃຈເອົາຄວັນທູບຕໍ່ເນື່ອງ ຈົນເປັນມະເຮັງປອດໄລຍະ 2A ( ມະເຮັງປອດໄລຍະ 2A ຄືມະເຮັງຂະໜາດ 4-5 ຊັງຕີເເມັດ ແລະ ບໍ່ແຜ່ກະຈາຍເຂົ້າຕ່ອມນໍ້າເຫຼືອງ ຫຼັງຜ່າຕັດມີໂອກາດລອດຊີວິດ ທີ່ 5 ປີ) ຫຼັງຈາກຕິດຕາມຄົນເຈັບມາ 7 ປີ ຫຼັງຜ່າຕັດບໍ່ພົບມະເຮັງປອດກັບມາໃໝ່ ຖືວ່າຫາຍຂາດຈາກໂຣກມະເຮັງປອດນີ້ ໂດຍຄົນເຈັບກໍໄດ້ເຊົາຈູດທູບຫຼັງຈາກຜ່າຕັດປອດ.

ຂອຍໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ