ສປປ ລາວ ເປັນກຽດ! ແບ່ງປັນຄວາມຮູ້ດ້ານການສຶກສາ ຢູ່ກອງປະຊຸມສຸດຍອດສະຫະປະຊາຊາດ ເພື່ອເລັ່ງແກ້ໄຂວິກິດການດ້ານການຮຽນ

ສປປ ລາວ ເປັນກຽດ

ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ໄດ້ເຕົ້າໂຮມເອົາບັນດາຜູ້ນຳດ້ານການສຶກສາຈາກທົ່ວໂລກເພື່ອມາປຶກສາຫາລືການແກ້ໄຂວິກິດການດ້ານການຮຽນທີ່ເກີດຈາກການລະບາດຂອງ ໂຄວິດ-19.

ວັນທີ 21 ກັນຍາ 2022 ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ພ້ອມດ້ວຍ ອົງການຢູນິເຊັບ ປະຈໍາ ສປປ ລາວ, ໄດ້ສໍາເລັດການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ.

ກອງປະຊຸມດັ່ງກ່າວ ໄດ້ຮັບການຊີ້ນຳໂດຍ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ເປັນສ່ວນໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 77 ເຊິ່ງໄດ້ຈັດຂຶ້ນເປັນເວລາ 3 ວັນ ແຕ່ວັນທີ 17 ຫາ 19 ກັນຍາ 2022. ກອງປະຊຸມນີ້ຍັງໄດ້ເຕົ້າໂຮມເອົາບັນດາຜູ້ນຳດ້ານການສຶກສາຈາກທົ່ວໂລກ ໂດຍມີຈຸດປະສົງເພື່ອຊອກຫາວິທີການແກ້ໄຂວິກິດການດ້ານການຮຽນໃນທົ່ວໂລກທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ການສົນທະນາໄດ້ສຸມໃສ່ 5 ຫົວຂໍ້ສໍາຄັນ ເຊິ່ງປະກອບມີ ໂຮງຮຽນ, ຫຼັກສູດ ແລະ ການຮຽນຮູ້ , ຄູອາຈານ, ການຫັນປ່ຽນຮູບແບບ ການຮຽນເເບບດິຈິຕອລ ແລະ ການສະໜັບສະໜູນດ້ານການເງິນສຳລັບການສຶກສາ.

ສປປ ລາວ ເປັນກຽດ

ກ່ອນໜ້າກອງປະຊຸມໃຫຍ່ ໃນວັນທີ 19 ກັນຍາ 2022, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ກໍໄດ້ເຂົ້າຮ່ວມງານ “ການຫັນປ່ຽນການສຶກສາເລີ່ມຕົ້ນໂດຍການວາງຮາກຖານຕັ້ງແຕ່ໄວເຍົາ” ໃນ ວັນທີ 17 ກັນຍາ, ສປປ ລາວ ເປັນປະເທດດຽວໃນພາກພື້ນທີ່ເປັນເຈົ້າພາບຮ່ວມຈັດງານດັ່ງກ່າວ ພ້ອມດ້ວຍ ປະເທດ ອຸສເບກິສຖານ ເເລະ ກາບອນ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ, ອົງການຢູເນສໂກ, ທະນາຄານໂລກ, ມູນນິທິ LEGO, ມູນນິທິ Hilton, ວິທະຍາໄລຄູ ຂອງ ມະຫາວິທະຍາໄລ Columbia ແລະ ECDAN.

“ການປົກປ້ອງ ເເລະ ຜັນຂະຫຍາຍການລົງທຶນໃນການສຶກສາເດັກ ກ່ອນໄວຮຽນ ເເມ່ນເປັນບັນຫາຮີບດ່ວນ ຍິ່ງກວ່າທີ່ເຄີຍມີມາກ່ອນ ໃນໄລຍະການເເຜ່ລະບາດຂອງພະຍາດ ໂຄວິດ-19 ເເລະ ເມື່ອພວກເຮົາພິຈາລະນາເຖິງຜົນກະທົບຂອງພະຍາດດັ່ງກ່າວຕໍ່ການພັດທະນາຂອງເດັກ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ,” ກ່າວໂດຍ ພະນະທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ທ່ານຍັງໄດ້ກ່າວອີກວ່າ: “ລັດຖະບານເເຫ່ງ ສປປ ລາວ ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ການປົກປ້ອງຮັກສາສິດທິຕໍ່ການເຂົ້່າເຖິງການສຶກສາສຳລັບທຸກຄົນ ແລະ ຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາຂອງລັດຖະບານໃນການສະໜັບ ສະໜູນການຟື້ນຟູການສຶກສາໃນປະເທດ.”

ໃນກອງປະຊຸມສຸດຍອດນີ້, ສປປ ລາວ ຍັງໄດ້ນຳສະເໜີ ການຖະແຫຼງການແຫ່ງຊາດວ່າດ້ວຍການ ປ່ຽນແປງການສຶກສາເຊັ່ນດຽວກັນ ເຊິ່ງໄດ້ຮັບການພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລືຢ່າງສົມບູນແບບ, ລວມເຖິງ ບັນດາກະຊວງ ແລະ ຄູ່ຮ່ວມພັດທະນາຕ່າງໆ ຈົນເຖິງ ຄູອາຈານ ແລະ ນັກຮຽນ. ພາຍຫຼັງກອງປະຊຸມສຸດຍອດນີ້ ຈະໄດ້ມີການຕິດຕາມການປະຕິບັດຄຳໝັ້ນສັນຍາແຫ່ງຊາດຂອງບັນດາປະເທດຕ່າງໆ, ລວມເຖິງ ສປປ ລາວ, ຢ່າງໃກ້ຊິດ.

ສປປ ລາວ ເປັນກຽດ

“ມີພຽງເເຕ່ 1 ໃນ 3 ຂອງຈຳນວນເດັກນ້ອຍໃນທົ່ວໂລກທີ່ສາມາດອ່ານປະໂຫຍກ ເເລະ ເຂົ້າໃຈນິທານເເບບພື້ນຖານໄດ້. ໃນປັດຈຸບັນ, ພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລະບົບການສຶກສາໃນທົ່ວໂລກເຮັດໃຫ້ເກີດມີວິກິດການດ້ານການຮຽນ ແລະ ໄດ້ສົ່ງຜົນຕໍ່ການຮຽນຮູ້ຂອງເດັກນ້ອຍຫຼາຍກວ່າ 90 ສ່ວນຮ້ອຍ ຂອງໂລກ. ແນວໃດກໍຕາມ, ການລະບາດຂອງພະຍາດ ໂຄວິດ-19 ຍັງເປັນໂອກາດສຳລັບພວກເຮົາທີ່ຈະປ່ຽນແປງຮູບແບບ ການສຶກສາ ເເລະ ວິທີການສອນໄປໃນຮູບເເບບໃໝ່, ພ້ອມດ້ວຍເສີມສ້າງຄຸນະພາບຂອງການສຶກສາສໍາລັບທຸກຄົນ,” ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.

ສປປ ລາວ ເປັນກຽດ

ນອກຈາກນັ້ນ, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ເຂົ້າຮ່ວມເວທີສົນທະນາພາຍໃຕ້ຫົວຂໍ້ ການຫັນປ່ຽນການສຶກສາໄປໃນຮູບເເບບດິຈິຕອລຢ່າງສົມບູນເເບບ ເເລະ ສະເໝີພາບ, ພ້ອມຍັງໄດ້ຍົກຕົວຢ່າງໃຫ້ເຫັນເຖິງຜົນສຳເລັດຂອງ ຖານຂໍ້ມູນການຮຽນການສອນເເບບດິຈິຕອລ “ຄັງປັນຍາລາວ” ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນຈາກ ສປປ ລາວ ກໍຍັງໄດ້ພົບກັບບັນດາຜູ້ແທນຈາກປະເທດອື່ນໆ, ພາກເອກະຊົນ ແລະ ສະຖາບັນການສຶກສາອື່ນໆ ເພື່ອແລກປ່ຽນບົດຮຽນໃນການປັບປຸງຄຸນະພາບການສຶກສາໃນ ສປປ ລາວ ເຊັ່ນດຽວກັນ.

ສປປ ລາວ ເປັນກຽດ

ຂໍ້ມູນຈາກ: https://cutt.ly/2VkluKx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ