ຫຼູຫຼາ ທັນສະໄໝ! “Trash Pouch” ກະເປົາຖົງຂີ້ເຫຍື້ອຈາກ Balenciaga ມາພ້ອມກັບລາຄາທີ່ໃຫ້ທຸກຄົນຄິດໜັກ ພຽງ 32 ລ້ານກີບ

Balenciaga

ຫາກຈະກ່າວເຖິງແບຣນດັງລະດັບໂລກທີ່ມັກຈະອອກສິນຄ້າທີ່ແປກກວ່າແບຣນດັງເຈົ້າອື່ນໆ Balenciaga ກໍຄືຈະເປັນແບຣນອັນດັບຕົ້ນໆທີ່ຫຼາຍຄົນນຶກເຖິງ. ຢ່າງໃດກໍດີ ທຸກສິນຄ້າທີ່ Balenciaga ຜະລິດອອກມາຈະມີສິ່ງທີ່ແຝງໄວ້ ບໍ່ວ່າຈະເປັນຄວາມໝາຍ, ເລື່ອງລາວປະຫວັດສາດ, ຕົວຕົນຂອງຜູ້ອອກແບບ ຫຼື ແມ່ນແຕ່ສື່ເຖິງສະຖານະການຕ່າງໆ.

Balenciaga

ເຊັ່ນດຽວກັນກັບກະເປົາຖົງຂີ້ເຫຍື້ອຈາກ Balenciaga ໜ່ວຍນີ້ທີ່ໄດ້ Demna Gvasalia ຊາຍຊາວຈໍເຈຍຜູ້ທີ່ເປັນ creative director ຂອງແບຣນມາເປັນຜູ້ອອກແບບ ແລະ ຖ່າຍທອດເລື່ອງລາວໃຫ້ກະເປົາໜ່ວຍນີ້.

Balenciaga

ສຳລັບຖົງຂີ້ເຫຍື້ອໜ່ວຍນີ້ Demna ສ້າງສັນໃຫ້ເປັນສ່ວນໜຶ່ງຂອງຄໍເລັກຊັ່ນລະດູໃບໄມ້ຫຼົ່ນ ແລະ ລະດູໜາວ 2022 ໂດຍຕັ້ງຊື່ວ່າ “Trash Pouch” ທີ່ໄດ້ແຮງບັນດານໃຈມາຈາກຖົງຂີ້ເຫຍື້ອແທ້ໆ ໂດຍຖົງຂີ້ເຫຍື້ອໜ່ວຍນີ້ມາພ້ອມວັດສະດຸສຸດພິເສດຄື ສາຍຫູຮູດແມ່ນເຮັດມາຈາກວັດສະດຸ Calfskin (ໜັງລູກງົວ) ແລະ ໄດ້ເພີ່ມລາຍລະອຽດດ້ວຍການພິມຄໍາວ່າ “BALENCIAGA PARIS MADE IN ITALY” ແລະ ມີ 4 ສີໃຫ້ເລືອກຕາມໃຈມັກເຊິ່ງປະກອບມີ ສີດໍາ, ສີຂາວ-ແດງ, ສີຟ້າ-ດໍາ ແລະ ສິເຫຼືອງ-ດໍາ ຕົວກະເປົາຖືກເຄືອບຢ່າງດີເພື່ອໃຫ້ພື້ນຜິວມີຄວາມມັນວາວສວຍງາມ.

ໃນສ່ວນຂອງລາຄາແມ່ນເຫັນແລ້ວຕ້ອງຕົກໃຈເລັກໜ້ອຍ ເພາະມັນສູງເຖິງ 1.790 ໂດລາ ຫຼື ປະມານ 32 ລ້ານກີບ ເອີ້ນໄດ້ວ່າເປັນກະເປົາທີ່ດີໄຊນ໌ນອກຈາກຈະຄຸ້ນຕາແລ້ວ ລາຄາຍັງສູງຫຼາຍ.

Balenciaga

Demna ຜູ້ອອກແບບກະເປົາໜ່ວຍນີ້ກ່າວວ່າ “ຂ້ອຍພາດໂອກາດທີ່ຈະເຮັດຖົງຂີ້ເຫຍື້ອທີ່ແພງທີ່ສຸດໃນໂລກໄປບໍ່ໄດ້ດອກ ເພາະມີໃຜແດ່ທີ່ຈະບໍ່ມັກເລື່ອງທີ່ສ້າງປະເດັນ ໃນວົງການແຟຊັ່ນ” ເຊິ່ງແນວຄິດນີ້ມັນໄດ້ສະທ້ອນໃຫ້ເຫັນວິທີການນຳສະເໜີຄວາມໜ້າສົນໃຈຂອງແບຣນ Balenciaga ເພາະວ່າຕະຫຼອດເວລາທີ່ Demna ຄວບຄຸມວິທີການຄິດຂອງແບຣນນີ້ ເຮົາກໍມັກຈະເຫັນໄອເທັມທີ່ເຮັດໃຫ້ເກີດຄວາມງຸນງົງສົງໄສ ແຕ່ວ່າມັນກໍດຶງດູດຄວາມສົນໃຈຈາກນັກສະສົມ ຫຼື ຄົນທີ່ມັກໃນແຟຊັ່ນໄປຢ່າງຫຼວງຫຼາຍເລີຍ.

Balenciaga

ຈາກແນວຄິດການອອກແບບທີ່ແປກແບບນີ້ ເຮັດໃຫ້ວາລະສານແຟຊັ່ນຊື່ດັງຢ່າງ GQ ຍົກໃຫ້ຖົງຂີ້ເຫຍື້ອລາຄາແພງທີ່ສຸດໃນໂລກຈາກ Balenciaga ກາຍເປັນໜຶ່ງໃນໄອເທມທີ່ຕ້ອງມີ ເປັນທີ່ຮຽບຮ້ອຍແລ້ວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ