21 ກັນຍາ ວັນສັນຕິພາບໂລກ

ວັນສັນຕິພາບໂລກ

ວັນສັນຕິພາບສາກົນ ຫຼື International Day of Peace ຫຼື World Day of Peace ກົງກັບວັນທີ 21 ກັນຍາ ຂອງທຸກໆປີ ເພື່ອສະເຫຼີມສະຫຼອງແກ່ສັນຕິພາບ, ຢຸດຄວາມຮຸນແຮງ ແລະ ປາສະຈາກສົງຄາມ, ຮ່ວມມືກັນສ້າງສັນຕິສຸກ ແລະຍັງເປັນການລະນຶກເຖິງຜູ້ທີ່ເສຍສະຫຼະຊີວິດເພື່ອໂລກທີ່ມີສັນຕິພາບ, ບາງບ່ອນທີ່ຍັງມີສົງຄາມຢູ່ ກໍຈະຖືເອົາມື້ນີ້ເປັນມື້ພັກຮົບຊົ່ວຄາວ ເພື່ອມາສະເຫຼີມສະຫຼອງ. ດັ່ງນັ້ນ ມື້ນີ້ຈຶ່ງເປັນອີກວັນທີ່ສຳຄັນຂອງໂລກ, ເຊິ່ງວັນສັນຕິພາບສາກົນນີ້ ເລີ່ມສະເຫຼີມສະຫຼອງຕັ້ງແຕ່ປີ 1981 ເປັນຕົ້ນມາ.
ສັນຍະລັກຂອງສັນຕິພາບ ແມ່ນຮູບ “ນົກກາງແກຄາບກິ່ງໝາກກອກ” ເນື່ອງຈາກວ່່າ ຊາວຕາເວັນຕົກມີຄວວາມເຊື່ອວ່າ ນົກກາງແກເປັນວິນຍານຂອງພະເຈົ້າ ເປັນຕົວແທນຂອງຄວາມບໍລິສຸດ ຈາມຄຳພີໄບເບິນ. ສ່ວນກິ່ງໝາກກອກ ເປັນສິ່ງທີ່ຊາວກຣີກບູຮານໃຊ້ໃນພິທີສຳຄັນ ເປັນມົງກຸດສວມໃຫ້ຜູ້ທີ່ໄດ້ຮັບແຕ່ງຕັ້ງ ແລະ ມອບໃຫ້ຜູ້ທີ່ຊະນະໃນການແຂ່ງຂັນ Olympics ອີກດ້ວຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ