ເຈົ້າຄອງ ນວ ຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນ ຮ່ວມມືກັນຫຼາຍຂຶ້ນ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ເສດຖະກິດ-ການເງິນ


ອຳນາດການປົກຄອງນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ພາກເອກະຊົນ-ພາກລັດ ສົມທົບກັນຈັດຕັ້ງປະຕິບັດມາດຕະການຮີບດ່ວນ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ ຕິດພັນກັບໄພເງິນເຟີ້, ອັດຕາແລກປ່ຽນທີ່ເພີ່ມຂຶ້ນ ແລະ ໜີ້ສິນຕ່າງປະເທດ.

ເມື່ອບໍ່ດົນມານີ້ ຕົວແທນຈາກພາກລັດ ແລະ ພາກທຸລະກິດ ນະຄອນຫຼວງວຽງຈັນ ໄດ້ພົບປະກັນທີ່ເຂດພັດທະນາ ວຽງຈັນໄຊເສດຖາ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບການຫາທາງແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ໂດຍການເປັນປະທານ ຂອງ ທ່າ ​ອາ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ວຽງ​ຈັນ.

ທ່ານ ດຣ ອາດສະພັງທອງ ກ່າວວ່າ: ຄວນມີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງລັດຖະບານ ແລະ ພາກເອກະຊົນ ກ່ຽວກັບມາດຕະການ ແລະ ກົນໄກເພື່ອແກ້ໄຂບັນຫາດັ່ງກ່າວ ລວມທັງການສົ່ງເສີມສິນຄ້າພາຍໃນເພື່ອຂາຍ ແລະ ສົ່ງອອກ ແລະ ຫຼຸດຜ່ອນການນໍາເຂົ້າຈາກປະເທດເພື່ອນບ້ານ.

ປັດໄຈຫຼັກຂອງອັດຕາເງິນເຟີ້ແມ່ນຄວາມຕ້ອງການສູງ ທ່າມກາງຄວາມສາມາດໃນການສະໜອງທີ່ບໍ່ພຽງພໍ ເຊັ່ນ: ການຂາດຜະລິດຕະພັນພາຍໃນ ເຮັດໃຫ້ຕ້ອງມີການນໍາເຂົ້າເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ. ນອກນັ້ນ, ຍັງມີປັດໄຈຕ່າງໆເຊັ່ນ: ການຂາດແຄນເງິນຕາຕ່າງປະເທດເພື່ອສະໜອງໃຫ້ແກ່ຫົວໜ່ວຍທຸລະກິດທີ່ດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ, ການຊໍາລະໜີ້ສິນ.

ທ່ານ ຄຳແພງ ໂພຄຳ ຫົວໜ້າສະຖາບັນວິທະຍາສາດສັງຄົມ ແລະ ເສດຖະກິດ ນະຄອນຫຼວງວຽງຈັນ ກ່າວຕໍ່ກອງປະຊຸມ ວ່າ ໃນໄລຍະປີ 2019-2023, ນະຄອນຫຼວງວຽງຈັນ ຕ້ອງຮັບມືກັບ 3 ວິກິດຄື: ການລະບາດຂອງພະຍາດໂຄວິດ-19, ອັດຕາເງິນເຟີ້ ແລະ ລາຄານໍ້າມັນແພງ. ບັນຫາດັ່ງກ່າວສົ່ງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດ ແລະ ສົ່ງຜົນໃຫ້ເກີດບັນຫາສັງຄົມຢ່າງຮ້າຍແຮງ.

ບັນຫາເຫຼົ່ານີ້ສົ່ງຜົນກະທົບຕໍ່ການລົງທຶນຂອງພາກລັດ ແລະ ເອກະຊົນ, ການຜະລິດກະສິກຳ, ການບໍລິຫານຂອງລັດຖະບານ, ແລະ ຄ່າໃຊ້ຈ່າຍປະຈໍາວັນຂອງຄົວເຮືອນ.

ທ່ານ ຄຳແພງ  ຍັງກ່າວຕໍ່ອີກວ່າ ປະຊາຊົນຍັງປະເຊີນກັບບັນຫາທາງສັງຄົມເຊັ່ນ: ຄວາມສາມາດໃນການຈ່າຍຄ່າຮຽນຂອງລູກຫຼານ ໄດ້ຫຼຸດລົງ, ໃນຂະນະທີ່ສະຖາບັນການສຶກສາ ແລະ ໂຮງຮຽນວິຊາຊີບບໍ່ມີນັກຮຽນຍ້ອນວ່າພວກເຂົາບໍ່ສາມາດຈ່າຍຄ່າຮຽນໄດ້.

ສະຖາບັນວິທະຍາສາດສັງຄົມ ແລະ ເສດຖະກິດ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄພເງິນເຟີ້ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ສາມາດແກ້ໄຂໄດ້ໂດຍການແກ້ໄຂຈາກຈິດສຳນຶກ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ, ການເກັບຄ່າຊົມໃຊ້ໃຫ້ສູງຂຶ້ນສຳລັບ ສິນຄ້າຕ່າງປະເທດ, ການນຳໃຊ້ຜະລິດຕະພັນພາຍໃນ ແລະ ການບໍລິການເພີ່ມຂຶ້ນ, ສົ່ງເສີມການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ອຳນາດ​ການ​ປົກຄອງ​ຄວນ​ຊຸກຍູ້​ການ​ຜະລິດ​ສິນຄ້າ​ພາຍ​ໃນ​ປະ​ເທດ​ເຊັ່ນ: ປາ, ປາ​ແຫ້ງ, ນ້ຳ​ຖົ່ວ​ເຫຼືອງ, ແປ້ງ​ນົວ, ນ້ຳຕານ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ປະຈຳ​ວັນ, ​ເພີ່ມ​ທະວີ​ການ​ຜະລິດ​ກະສິກຳ, ຫຼຸດຜ່ອນ​ຕົ້ນ​ທຶນໃນອຸດສາຫະກຳທີ່ເຮັດການ​ຜະລິດ​ພາຍ​ໃນ​ປະ​ເທດ.

ລັດຖະບານຄວນມີນະໂຍບາຍຫຼຸດຕົ້ນທຶນໄຟຟ້າໃຫ້ແກ່ຄົວເຮືອນ, ຊົນລະປະທານ ແລະ ກະສິກຳ ເພື່ອຫຼຸດຕົ້ນທຶນການຜະລິດ ແລະ ຊ່ວຍເຫຼືອປະຊາຊົນຮັບມືກັບບັນຫາເສດຖະກິດ.

ຄວນຫຼຸດລາຍຈ່າຍໃນຂະນະຈັດງານລ້ຽງ, ງານແຕ່ງດອງ, ງານສັງສັນ ແລະ ງານສົບຂະໜາດໃຫຍ່ທີ່ເສຍເງິນ, ປະຊາຊົນຄວນຫຼຸດການໃຊ້ຈ່າຍໃນສິນຄ້າຟຸ່ມເຟືອຍເຊັ່ນ: ລົດ, ເຫຼົ້າ ແລະ ຢາສູບ ເພື່ອຫຼຸດໜີ້ສາທາລະນະ. ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ຄວນລົງທຶນໃສ່ແຕ່ສິ່ງຂອງທີ່ຈຳເປັນຢ່າງແທ້ຈິງຕໍ່ຊີວິດຂອງຕົນ.

ຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນໃນທົ່ວປະເທດຕ້ອງນຳໃຊ້ເງິນກີບໃນການແລກປ່ຽນສິນຄ້າ, ຊື້-ຂາຍສິ່ງມີຄ່າ, ຄ້າຂາຍສິນຄ້າ.

ອຳນາດ​ການ​ປົກຄອງ​ຄວນ​ຫຼຸດ​ພາສີ​ບັນດາ​ຜະລິດ​ຕະພັນ​ທີ່​ສົ່ງ​ອອກ ​ແລະ ການ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ການ​ເກັບ​ພາສີ​ລາຍ​ຮັບ ​ເພື່ອ​ຫຼຸດຜ່ອນ​ການ​ໃຊ້​ຈ່າຍ​ຢ່າງ​ສິ້ນ​ເປືອງ. ຄວນ​ມີ​ນະ​ໂຍບາຍ​ການ​ເງິນ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ຫຼຸດຜ່ອນ​ການ​ຂາດ​ດຸນ ​ແລະ ຄວນ​ນຳ​ເຂົ້າ​ແຕ່​ສິ່ງ​ທີ່​ຈຳ​ເປັນ.

ທັງນີ້ກໍຄວນເອົາໃຈໃສ່ຍົກສູງຖານະການເງິນຂອງນະຄອນຫຼວງ ແລະ ຊາວນະຄອນຫຼວງວຽງຈັນ ຕ້ອງໄດ້ປະຕິບັດຕາມກົດໝາຍສະເພາະຂອງນະຄອນຫຼວງວຽງຈັນ ເຊັ່ນ: ປະຕິບັດພັນທະໃນການຈ່າຍຄ່າບໍລິການເມືອງ.

​ນອກຈາກນີ້ ໃນ​ກອງ​ປະຊຸມ, ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ນະ​ໂຍບາຍ​ສິນ​ເຊື່ອ​ເພື່ອ​ຊຸກຍູ້​ເສດຖະກິດ, ການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ​ແຜນການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ຫຼາຍ​ຂຶ້ນ.

https://www.vientianetimes.org.la/sub-new/Business/Business_Vientianetake203_23.php?fbclid=IwAR1S8bMx4qjjg8wEctonI9gwqHuIGzxMrB8da1apzMbxFl6Ond683-hvBkU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/