ລົດໄຟລາວ-ຈີນ ສາຍໃໝ່ເຊື່ອມຕໍ່ຊຽງໄຮ້-ນະຄອນຫຼວງວຽງຈັນ ຂົນສົ່ງສິນຄ້າຂ້າມພົມແດນສະດວກວ່ອງໄວ


ລົດໄຟຂົນສົ່ງສິນຄ້າລະຫວ່າງນະຄອນຊຽງໄຮ້ ແລະ ນະຄອນຫຼວງວຽງຈັນ ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການໃນວັນອາທິດທີ່ຜ່ານມາ ໂດຍໄດ້ຂົນສົ່ງສິນຄ້າຫຼາກຫຼາຍລາຍການ ລວມເຖິງໝາກໄມ້ ແລະ ຢາງພາລາຈາກ ສປປ ລາວ. ອອກເດີນທາງຈາກສະຖານີຫວັງເຈ້ຍອິ໋ງຕາເວັນຕົກໃນນະຄອນຄຸນ ໝິງ ເມືອງເອກຂອງມົນທົນຢູນານ ທີ່ຢູ່ທາງຕາເວັນຕົກສຽງໃຕ້ຂອງຈີນ ໄປຍັງນະຄອນຊຽງໄຮ້ ເຊິ່ງຄາດວ່າຈະໃຊ້ເວລາທັງໝົດ 82 ຊົ່ວໂມງ.

ບໍລິການລົດໄຟຂົນສົ່ງສິນຄ້າສາຍນີ້ຈະເຊື່ອມທາງລົດໄຟຈີນ-ລາວ ແລະ ທາງລົດໄຟຊຽງໄຮ້-ຄຸນໝິງ ໂດຍຈະດຳເນີນການແບບ 2 ທິດທາງ. ທັງນີ້ ທາງລົດໄຟຈີນ-ລາວ ເຊິ່ງເປັນໂຄງການສຳຄັນພາຍໃຕ້ແຜນລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” (BRI) ເປີດດຳເນີນການຢ່າງເປັນທາງການ ເມື່ອເດືອນທັນວາ 2021 ທີ່ຜ່ານມາ ໂດຍຮອງຮັບການຂົນສົ່ງສິນຄ້າປະມານ 27 ລ້ານໂຕນ ສູ່ຈຸດໝາຍໃນຫຼາຍປະເທດ ບໍ່ວ່າຈະເປັນ ລາວ, ໄທ, ຫວຽດນາມ ແລະ ມຽນມາ.

ຂໍ້ມູນຈາກ:

AEC Connect

XINHUA NEWS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/