Binance.US ໄດ້ປະກາດລະງັບການຖອນເງິນໂດລາໃນສະຫະລັດເປັນທີ່ຮຽບຮ້ອຍ


Binance.US ເຊິ່ງເປັນບໍລິສັດໃນເຄືອຂອງ Binance ໄດ້ປະກາດວ່າ ຜູ້ໃຊ້ຈະບໍ່ສາມາດຖອນເງິນໂດລາໂດຍກົງຜ່ານແພລັດຟອມໄດ້ອີກຕໍ່ໄປ, ຫຼັງຈາກທີ່ກະດານເທຣດໄດ້ມີການອັບເດດຂໍ້ກຳນົດການໃຊ້ງານເມື່ອວັນຈັນທີ່ຜ່ານມາ.

“ໂດຍໃນກໍລະນີທີ່ລູກຄ້າຕ້ອງການຖອນເງິນໂດລາສະຫະລັດຈາກບັນຊີ, ພວກເຂົາສາມາດເຮັດໄດ້ໂດຍການປ່ຽນເງິນໂດລາສະຫະລັດໄປເປັນ Stablecoin ຫຼື ຊັບສິນດິຈິຕອນອື່ນໆ, ເຊິ່ງຈະສາມາດຖອນໄດ້ໃນພາຍຫຼັງ”

ໃນ​ເດືອນ​ມິຖຸນາ​ທີ່ຜ່ານ​ມາ, ທາງບໍລິສັດໄດ້ລະງັບການເງິນຝາກເງິນໂດລາ ໂດຍກ່າວວ່າຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ຕ້ອງການທີ່ຈະຢຸດອຸດສາຫະກໍາ crypto ພາຍໃນປະເທດໂດຍຜ່ານກົນລະຍຸດທີ່ຮຸກຮານ. ນີ້ສົ່ງຜົນໃຫ້ທະນາຄານທີ່ເປັນຄູ່ຮ່ວມງານເກີດຄວາມບໍ່ເຕັມໃຈທີ່ຈະໃຫ້ບໍລິການອີກ.

ຢ່າງໃດກໍຕາມ, Binance.US ໄດ້ເຕືອນລູກຄ້າວ່າ ຄູ່ຮ່ວມງານທະນາຄານຂອງຕົນກໍາລັງກະກຽມທີ່ຈະລະງັບການຖອນເງິນໂດລາຊົ່ວຄາວພາຍໃນເດືອນມິຖຸນາ 13.

SEC ໄດ້ຍື່ນຟ້ອງຕໍ່ Binance.US ແລະ CEO ຄື Changpeng “CZ” Zhao, ໃນວັນທີ 5 ເດືອນມິຖຸນາ. ໃນ​ຂໍ້​ກ່າວ​ຫາ​ວ່າ ໄດ້ມີການດຳເນີນງານໃນແພລັດຟອມທີ່ບໍ່ໄດ້ລົງ​ທະ​ບຽນ​ ແລະ ພາຍຫຼັງ​ການ​ຟ້ອງ​ຮ້ອງໃນ​ຄັ້ງ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບບໍລິສັດ Binance ຢ່າງຫຼວງຫຼາຍ. ໂດຍສະເພາະກັບທະນາຄານຄູ່ຮ່ວມງານ ໃນເດືອນແລ້ວນີ້, ບໍລິສັດໄດ້ສູນເສຍຄູ່ຮ່ວມງານການຊຳລະເງິນຢູໂຣຂອງຕົນໄປ. ເຊິ່ງໃນເວລານີ້, ກໍບໍ່ໄດ້ມີການປະກາດການທົດແທນແຕ່ຢ່າງໃດ.

ທີ່ມາ:

coindesk

binance.us

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/