Jung Kook ກຽມຂຶ້ນງານສະແດງປະກາດຮາງວັນ MTV EMAs


ແຟນໆວ່າຈັ່ງໃດເມື່ອໜຸ່ມ Jung Kook ຈະໄດ້ຂຶ້ນງານປະກາດຮາງວັນ MTV Europe Music Awards ຫຼື MTV EMAs ໃນຖານະສິລະປິນດ່ຽວ ທີ່ປະເທດຝຣັ່ງ ພ້ອມຍັງໄດ້ຮັບການສະເໜີຊື່ເຂົ້າຊິງຮາງວັນທັງໝົດອີກ 3 ສາຂາ ງານນີ້ຕ້ອງບໍ່ທຳມະດາຢ່າງແນ່ນອນ.

ສືບເນື່ອງຈາກຄວາມສຳເລັດອັນລົ້ນເຫຼືອຈາກ 2 ຜົນງານເພງທຳອິດໃນຖານະສິລະປິນດ່ຽວຂອງ Jung Kook ສະມາຊິກວົງ BTS ໂດຍທັງ 2 ຜົນງານເພງຢ່າງເພງ Seven (feat. Latto) ແລະ ເພງ 3D (feat. Jack Harlow) ກໍໄດ້ປະສົບຄວາມສຳເລັດ.

ໂດຍ Jung Kook ເອງກໍໄດ້ເຂົ້າຊິງທັງໝົດ 3 ສາຂາ Best K-Pop, Biggest Fan ແລະ ຜົນງານເພງ Seven ກໍໄດ້ເຂົ້າຊິງສາຂາໃຫຍ່ຢ່າງ  Best Song ສຳລັບງານປະກາດຮາງວັນ MTV Europe Music Awards ຈະຈັດຂຶ້ນໃນວັນທີ 5 ພະຈິກ 2023 ພ້ອມນັ້ນຍັງສາມາດໄປຮ່ວມໂຫວດໄດ້ທີ່ເວັບໄຊ MTV EMAs.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/