ຂ່າວຮ້າຍ! ຜູ້ກຳກັບເຜີຍ Deadpool 3 ອາດຈະບໍ່ທັນມື້ສາຍທີ່ວາງໄວ້


ເຊື່ອວ່າຮູບເງົາ Deadpool 3 ເປັນອີກໜຶ່ງເລື່ອງທີ່ຫຼາຍຄົນລໍຖ້າຊົມກັນຢ່າງໃຈຈົດຈະຈໍ່ ແລະ ຕັ້ງໜ້າຕັ້ງຕາຖ້າກັນມາດົນນານໂດຍສະເພາະພາກນີ້ທີ່ປະກົບຄູ່ Deadpool ກັບ  Wolverine ທີ່ເອີ້ນກະແສໄດ້ຕັ້ງແຕ່ປ່ອຍພາບອອກມາ ໂດຍກ່ອນໜ້ານີ້ກໍມີການກຳນົດມື້ສາຍໃນວັນທີ 2 ພືດສະພາ 2024 ແຕ່ເບິ່ງແລ້ວອາດມີການເລື່ອນອອກໄປ.

ຖືວ່າເປັນຂ່າວຮ້າຍສຳລັບແຟນໆ ເນື່ອງຈາກວ່າ Shawn Levy  ຜູ້ກຳກັບ Deadpool 3 ໄດ້ອອກມາໃຫ້ສຳພາດກັບທາງ  The Wrap ເຖິງຄວາມຄືບໜ້າຂອງຮູບເງົາທີ່ແຟນໆລໍຖ້າເຊິ່ງໄດ້ກ່າວເຖິງຄວາມບໍ່ແນ່ນອນກ່ຽວກັບວັນເຂົ້າສາຍຂອງຮູບເງົາເນື່ອງຈາກຕ້ອງຢຸດການຖ່າຍທຳໄປຫຼາຍເດືອນຈາກເຫດການປະທ້ວງ ເຮັດໃຫ້ຕອນນີ້ເຈົ້າຕົວເອງກໍບໍ່ໝັ້ນໃຈວ່າຈະແລ້ວທັນຫຼືໍບໍ່?.

ແຕ່ທາງ Shawn Levy ເອງກໍອອກມາບອກວ່າບໍ່ຕ້ອງກັງວົນເນື່ອງຈາກໃນຕອນນີ້ຍັງບໍ່ມີການປະກາດອອກມາຢ່າງເປັນທາງການວ່າຮູບເງົາ Deadpool 3 ຈະຕ້ອງຖືກເລື່ອນສາຍຫຼຶບໍ່? ເຊິ່ງສຸດທ້າຍແລ້ວກໍຕ້ອງກັບມາຖ່າຍທຳໃນກັນໄວໆນີ້ ເປັນໄປໄດ້ວ່າອາດຈະແລ້ວທັັນກຳນົດ.

ແຕ່ເຖິງຢ່າງໃດຫາກຮີບເຮັດຮີບແລ້ວທັນອອກສາຍຈົນຄຸນະພາບຮູບເງົາຫຼຸດລົງແຟນໆກໍຄົງອາດຈະບໍ່ພໍໃຈໄດ້ເຊັ່ນກັນ ດັ່ງນັ້ນການເລື່ອນມື້ອາດເປັນທາງເລືອກທີ່ດີສຸດ ເພື່ອໃຫ້ຜົນງານອອກມາດີທີີ່ສຸດ ຄົງຈະເປັນທາງເລືອກທີ່ດີ ແລະ ເໝາະສົມທີ່ສຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/