ເຂື່ອນໄຟຟ້ານ້ຳອູ ແຂວງຜົ້ງສາລີ ໄດ້ນຳເອົາການພັດທະນາ ແລະ ຜົນປະໂຫຍດຫຼາຍດ້ານມາສູ່ແຂວງ

ແຂວງຜົ້ງສາລີ

ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບໂຄງການກໍ່ສ້າງເຂື່ອນໄຟຟ້າຕາມລໍາແມ່ນໍ້າອູ (ຢູ່ແຂວງຜົ້ງສາລີ) ວັນທີ 26 ກັນຍາ 2022 ນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ, ພ້ອມທັງໄດ້ຢືນຢັນວ່າໂຄງການກໍ່ສ້າງເຂື່ອນໄຟຟ້າຕາມລໍາແມ່ນໍ້າອູ ໄດ້ນໍາເອົາການພັດທະນາ ແລະ ຜົນປະໂຫຍດຫຼາຍດ້ານມາສູ່ແຂວງ ແລະ ປະຊາຊົນຜົ້ງສາລີ.

ທ່ານ ຄໍາຜອຍ ວັນນະສານ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ມາຍັງພັກ-ລັດຖະບານຈີນ ແລະ ສູນກາງພັກ-ລັດຖະບານລາວ ທີ່ໃຫ້ຄວາມສຳຄັນຕໍ່ການສ້າງສາພັດທະນາຢູ່ແຂວງຜົ້ງສາລີ, ເຊິ່ງໄດ້ອະນຸມັດໃຫ້ບໍລິສັດຜະລິດໄຟຟ້າ ພະລັງງານນ້ຳ ນ້ຳອູຈຳກັດ ສົ່ງກຸ່ມບໍລິສັດ ພາວເວີ ໄຊນາ (Power China) ຮ່ວມມື ກັບ ລັດວິສາຫະກິດ ໄຟຟ້າລາວ ຂອງ ສປປ ລາວ ລົງທຶນກໍ່ສ້າງເຂື່ອນໄຟຟ້າ ຢູ່ສາຍນ້ຳອູ ປະກອບ ມີ 7 ເຂື່ອນ. ໃນນັ້ນ, ຢູ່ແຂວງຜົ້ງສາລີ ມີ 4 ເຂື່ອນ ຄື: ເຂື່ອນໄຟຟ້ານໍ້າອູ 4, 5, 6 ແລະ 7 ທີ່ມີກໍາລັງຕິດຕັ້ງທັງໝົດ 762 ເມກາວັດ ເຊິ່ງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນປະກອນສ່ວນເຂົ້າໃນການເສີມຂະຫຍາຍມູນເຊື້ອ ການຮ່ວມມືຂອງສອງປະເທດ ທີ່ມີມາແຕ່ດົນນານ, ເສີມຂະຍາຍຄູ່ຮ່ວມຍຸດທະສາດຮອບດ້ານ, ຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ສປ ຈີນ.

ແຂວງຜົ້ງສາລີ

ສະເພາະແຂວງຜົ້ງສາລີ, ໃນດ້ານຜົນປະໂຫຍດທີ່ໄດ້ຮັບຈາກເຂື່ອນໄຟຟ້າດັ່ງກ່າວ ແມ່ນໄດ້ຮັບຜົນປະໂຫຍດດ້ານໂຄງລ່າງພື້ນຖານ, ດ້ານພະລັງງານ, ດ້ານແສງສະຫວ່າງ, ການຈັດສັນບ້ານ, ຕັ້ງເຮືອນໃໝ່ໃຫ້ປະຊາຊົນທີ່ຖືກໂຄງການ ແລະ ການຈັດສັນ, ຟື້ນຟູອາຊີບໃຫ້ປະຊາຊົນ ເປັນຕົ້ນ ດ້ານພື້ນຖານໂຄງລ່າງລວມມີ: ເສັ້ນທາງ, ຂົວເຂົ້າຫາບ້ານ, ເຂົ້າຫາເຂດຜະລິດ, ລະບົບຕາຂ່າຍໄຟຟ້າ ແລະ ສະຖານີ ໂດຍມີລະບົບຕາຂ່າຍ 230 ກິໂລໂວນ, ຕາຂ່າຍ 115 ກິໂລໂວນ, 22 ກິໂລໂວນ ແລະ 0.4 ກິໂລໂວນ. ນອກນີ້ ຍັງສະຖານີ 230 ກິໂລໂວນ ແລະ ສະຖານີ 115 ກິໂລໂວນ ເຊິ່ງສາມາດສະໜອງພະລັງງານ ເຂົ້າໃສ່ການພັດທະນາດ້ານອຸດສາຫະກຳບໍ່ແຮ່, ໂຮງງານຕ່າງໆ ແລະ ຢຸດການນຳເຂົ້າພະລັງງານຈາກ ສປ ຈີນ ແລະ ສສ ຫວຽດນາມ.

ແຂວງຜົ້ງສາລີ

ພ້ອມນີ້, ໂຄງການ ຍັງໄດ້ຈັດສັນທີ່ດິນ ແລະ ປຸກສ້າງເຮືອນຢູ່ຖາວອນ ໃຫ້ປະຊາຊົນ ພາຍໃນບ້ານທີ່ໄດ້ຮັບຜົນກະທົບ 44 ບ້ານ, 2.241 ຄອບຄົວ ກວມເອົາ 5 ເມືອງໃນທົ່ວແຂວງ. ໃນນີ້, ມີຜົນກະທົບໂຄງການເຂື່ອນນໍ້າອູ ໄລຍະທີ 1 (ເຂື່ອນນ້ຳອູ 5 ແລະ 6) ມີ 17 ບ້ານ 1.265 ຄອບຄົວ, ໂຄງການເຂື່ອນນໍ້າອູ ໄລຍະທີ 2 (ເຂື່ອນນໍ້າອູ 4 ແລະ 7) ມີ 27 ບ້ານ 976 ຄອບຄົວ ເຊິ່ງບໍລິສັດ ໄດ້ປະຕິບັດຕາມສັນຍາ ແລະ ໄດ້ປະກອບສ່ວນທຶນມະຫາສານ ໃນການຈັດສັນທີ່ຕັ້ງບ້ານໄປຢູ່ບ່ອນໃໝ່ ທີ່ມີຜັງບ້ານທີ່ສະດວກ ແລະ ສວຍງາມກວ່າຢູ່ບ່ອນເກົ່າ ແລະ ປຸກເຮືອນໃຫ້ແຕ່ລະຄອບຄົວ ຕາມແຕ່ລະລະດັບ ທີ່ມີຄວາມສະດວກ, ໄດ້ຊົດເຊີຍ, ເວນຄືນ ເຄື່ອງປູກຂອງຝັງ ແລະ ສິ່ງປຸກສ້າງ ໃຫ້ແກ່ປະຊາຊົນ, ພົນລະເມືອງ ຕາມນະໂຍບາຍຂອງພັກ-ລັດ ກໍຄື ຂອງແຂວງວາງອອກ.

ຂະນະດຽວກັນ, ບໍລິສັດຜະລິດໄຟຟ້າ ພະລັງງານນ້ຳ ນ້ຳອູຈໍາກັດ ຍັງຊ່ວຍຍາດແຍ່ງແຫຼ່ງທຶນ ແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຈາກ ສປ ຈີນ ມາຊ່ວຍພັດທະນາບັນດາບ້ານ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງບັນດາເຂື່ອນດັ່ງກ່າວ ເຊັ່ນ: ບຸກເບີກເຮັດນາຂັ້ນໄດ, ສອງໜອງເບ້ຍໄມ້, ກໍ່ສ້າງສະໜາມຂີ້ເຫຍື້ອ, ປັບປຸງລະບົບນ້ຳລິນ-ນໍ້າສະອາດ ແລະ ປະກອບສ່ວນຊ່ວຍເຫຼືອໃຫ້ການຈັດຕັ້ງພັກ-ລັດຢູ່ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ຊ່ວຍເຫຼືອສັງຄົມໃນດ້ານຕ່າງໆ ເປັນມູນຄ່າຫຼາຍສົມຄວນ.

ແຂວງຜົ້ງສາລີ

ຂອບໃຈຂໍ້ມູນຈາກ: https://cutt.ly/8VHsEtw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ