“GET3D” AI ຈາກ NVIDIA ທີ່ມີຄວາມສາມາດສ້າງໂມເດລ 3 ມິຕິໄດ້ຢ່າງໄວວາສຳລັບການໃຊ້ງານໃນເກມ ຫຼື ກຣາຟຟິກຕ່າງໆ


ການສ້າງໂມເດລ 3 ມີຕິຕ່າງໆ ຈະບໍ່ເປັນເລື່ອງທີ່ຕ້ອງໃຊ້ເວລາດົນອີກຕໍ່ໄປແລ້ວ ເມື່ອ NVIDIA ບໍລິສັດເທັກໂນໂລຢີກ່ຽວກັບຄອມພິວເຕີລະດັບໂລກໄດ້ອອກມາເຜີຍແຜ່ປັນຍາປະດິດ (AI) GET3D (Generate Explicit Textured 3D meshes) ທີ່ມີຄວາມສາມາດໃນການສ້າງໂມເດລ 3 ມິຕິສຳລັບການໃຊ້ງານໃນເກມອື່ນໆ ຫຼື ງານກຣາຟຟິກຕ່າງໆ ໄດ້ເປັນຈໍານວນຫຼາຍພາຍໃນເວລາທີ່ໄວວາ ໂດຍໂມເດລທີ່ໄດ້ນັ້ນມີຄວາມຫຼາກຫຼາຍຂອງຮູບຊົງ ແລະ ພື້ນຜິວ ບໍ່ວ່າຈະເປັນ ໂມເດລຄົນ, ສັດ, ສິ່ງຂອງ ແລະ ສິ່ງປູກສ້າງຕ່າງໆ.

NVIDIA ໄດ້ໃຊ້ວິທີການເຝິກ GET3D ດ້ວຍພາບ 2 ມິຕິທີ່ໄດ້ຈາກການຈັບພາບໂມເດລ 3 ມິຕິໃນຫຼາກຫຼາຍມຸມມອງ. ພ້ອມນັ້ນທີມງານ NVIDIA ໄດ້ໃຊ້ເວລາ 2 ມື້ໃນການເຝິກມັນດ້ວຍຮູບພາບຈໍານວນ 1 ລ້ານຮູບ ໂດຍໃຊ້ A100 Tensor Core (GPU ຊະນິດໜຶ່ງຂອງ NVIDIA).

GET3D ສາມາດສ້າງໂມເດລ 3 ມິຕິໄດ້ 20 ອັນຕໍ່ວິນາທີດ້ວຍການປະມວນຜົນຂອງ GPU (ໜ່ວຍງານປະມວນຜົນກຣາຟຟິກ) ພຽງຕົວດຽວ. ຕົວຢ່າງ: ຖ້າຫາກເຮົາປ້ອນຄໍາສັ່ງໃຫ້ມັນສ້າງໂມເດລຮູບສັດ ມັນກໍສາມາດສ້າງໂມເດລສັດນານາຊະນິດໄດ້ເຊັ່ນ: ໝາຈອກ, ແຮດ, ມ້າ ແລະ ໝີ ອອກມາໄດ້ໃນຄັ້ງດຽວ ຫຼື ຖ້າຫາກໃຫ້ມັນສ້າງໂມເດລຕັ່ງມັນກໍຈະເຮັດໃຫ້ທັງຕັ່ງໝຸນ, ຕັ່ງນັ່ງກິນເຂົ້າ ຫຼື ແມ່ນແຕ່ຕັ່ງພັບ ເຊິ່ງແນ່ນອນວ່າໂມເດລທີ່ກ່າວມານີ້ມີຄວາມແຕກຕ່າງກັນທັງລາຍລະອຽດຂອງຮູບຊົງ ແລະ ລວດລາຍສີສັນ.

ນອກຈາກນີ້ GET3D ຍັງສາມາດເຮັດວຽກຮ່ວມກັບ DIBR++ ເຊິ່ງເປັນຊອຟແວທີ່ຮຽນຮູ້ແລະປັບແຕ່ງການໃຫ້ແສງເພື່ອຄວາມສົມຈິງ ແລະ ກໍຈະເຮັດໃຫ້ໂມເດລທີ່ມີການສະທ້ອນແສງຕ່າງໆ ອີງຕາມສະພາບແວດລ້ອມອ້ອມຮອບໂມເດລໄດ້ສົມຈິງຫຼາຍຍິ່ງຂຶ້ນ.

ແລະຍິ່ງໄປກວ່ານັ້ນ ຫາກຕ້ອງການປ້ອນຄໍາສັ່ງເພີ່ມໃຫ້ GET3D ເຮັດໂມເດລທີ່ມີລັກສະນະທີ່ມີຄວາມສະເພາະເຈາະຈົງຍິ່ງຂຶ້ນ ກໍສາມາດປະຍຸກໃຊ້ງານຮ່ວມກັບ StyleGAN-NADA ອີກໜຶ່ງ AI ທີ່ເຮັດໜ້າທີ່ປັບແຕ່ງພາບໂດຍອີງຄໍາສັ່ງຂໍ້ຄວາມຈາກຜູ້ໃຊ້ກໍຈະສາມາດເຮັດໃຫ້ GET3D ຮັບຄໍາສັ່ງ ແລະສ້າງໂມເດລທີ່ມີລັກສະນະສະເພາະຕາມຂໍ້ຄວາມໄດ້ ເຊັ່ນ ລະບຸໃຫ້ມັນສ້າງໂມເດລ ລົດ ກໍອາດຈະເພີ່ມຄໍາສັ່ງໃຫ້ມັນສ້າງ “ລົດຂຶ້ນຂີ້ໝ້ຽງ” ຫຼື “ລົດແທັກຊີ່” ກໍຈະໄດ້ຜົນທີ່ມີລັກສະນະສະເພາະຕາມຄວາມຕ້ອງການ.

ທັງນີ້ NVIDIA ລະບຸວ່າໂມເດລທີ່ໄດ້ຈາກ GET3D ນັ້ນເປັນໂມເດລທີ່ສາມາດນຳອອກໄປໃຊ້ງານໃນ ເອນຈິ້ນເກມ, ຊອຟແວພັດທະນາວຽກງານ 3 ມິຕິ ຫຼື ຊອຟແວສຳລັບວຽກຜະລິດຮູບເງົາ ເຊິ່ງສະດວກຕໍ່ການປັບແຕ່ງນຳໄປໃຊ້ງານຕໍ່ທັນທີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ