ອົງກອນ The Ocean Cleanup ເຜີຍວ່າພວກເຂົາກໍາລັງຂະຫຍາຍໂຄງການໃຫ້ໃຫຍ່ຂຶ້ນ ໂດຍຫວັງໃຫ້ເກັບຂີ້ເຫຍື້ອໃນມະຫາສະໝຸດໄດ້ຫຼາຍຂຶ້ນກວ່າເກົ່າ

ອົງກອນ The Ocean Cleanup

ຫາກໃຜຍັງຈື່ໄດ້ວ່າກ່ອນໜ້ານີ້ The Ocean Cleanup ອົງກອນເກັບຂີ້ເຫຍື້ອໃນທະເລສັນຊາດເນເທີແລນ ທີ່ຖືກກໍ່ຕັ້ງໂດຍ Boyan Slat ໄດ້ອອກມາເປີດເຜີຍຄວາມສໍາເລັດໃນການເກັບກວາດຂີ້ເຫຍື້ອໃນແພຂີ້ເຫຍື້ອຍັກໃຫຍ່ຂອງມະຫາສະໝຸດປາຊີຟິກໄດ້ແລ້ວກວ່າ 100.000 ກິໂລກຣາມ ດ້ວຍການນໍາໃຊ້ເທັກໂນໂລຢີລະບົບເກັບກວາດຂີ້ເຫຍື້ອທີ່ມີຊື່ວ່າ System 002 (ສາມາດອ່ານເພີ່ມໄດ້ທີ່: https://laox.la/environment/27232/)

ອົງກອນ The Ocean Cleanup

ແລະຫຼ້າສຸດນີ້ເອງ The Ocean Cleanup ກໍໄດ້ອອກມາເປີດເຜີຍຂໍ້ມູນເພີ່ມວ່າ ທາງອົງກອນກໍາລັງມຸ່ງສູ່ໂຄງການ ການນຳໃຊ້ລະບົບເກັບກວາດຂີ້ເຫຍື້ອ System003 ໂດຍໂຄງການ System003 ນີ້ເປັນການຂະຫຍາຍໂຄງການ System002 ໃຫ້ໃຫຍ່ກວ່າເກົ່າເຖິງ 3 ເທົ່າ ແລະ ເພື່ອເຮັດໃຫ້ລະບົບມີປະສິດທິພາບໃນການດັກຈັບຫຼາຍຂຶ້ນ ຂະນະດຽວກັນກໍລົດຄ່າໃຊ້ຈ່າຍຕໍ່ການກໍາຈັດລົງໄປນຳ.

ອົງກອນ The Ocean Cleanup

ສຳລັບແຜນງານໃນ System003 ຖືກແບ່ງອອກເປັນ 4 ໄລຍະເຊິ່ງພາຍໃນແຕ່ລະໄລຍະ ລະບົບຈະໄດ້ຮັບການພັດທະນາຕໍ່ຍອດ ເພື່ອໃຫ້ທາງທີມສາມາດວິເຄາະການເຮັດວຽກຂອງອົງປະກອບໃໝ່ໆ ແລະ ນຳໄປປັບໃຊ້ຢ່າງເໝາະສົມໃນໄລຍະຖັດໄປ ຈຶ່ງລົດຄວາມສ່ຽງໃນການດໍາເນີນງານ ແລະໃຫ້ The Ocean Cleanup ກໍາຈັດຂີ້ເຫຍື້ອໄດ້ຢ່າງຕໍ່ເນື່ອງ ເຖິງວ່າຈະຢູ່ໃນໄລຍະທົດສອບ.

ອົງກອນ The Ocean Cleanup

ທັງນີ້ ນອກຈາກ System003 ຈະແກ້ໄຂບັນຫາຢ່າງ overtopping ຫຼື ບັນຫາຂີ້ເຫຍື້ອຫຼຸດລອດແນວດັກຈັບເພາະຄື້ນຈາກການທົດລອງຄັ້ງກ່ອນ, ທາງທີມຍັງນໍາແບບຈໍາລອງ plastic hotspot modelling ມາໃຊ້ໃນການຄາດການຈຸດທີ່ມີຂີ້ເຫຍື້ອສະສົມຢູ່ຫຼາຍ. ຫຼັງຈາກລະບົບດັກຈັບຂີ້ເຫຍື້ອໄດ້ເປັນທີ່ຮຽບຮ້ອຍ ກໍຈະຖືກນຳມາຂຶ້ນຝັ່ງເພື່ອເອົາໄປຣີໄຊເຄິລຕໍ່ແບບຖືກວິຖີ.

ອົງກອນ The Ocean Cleanup

ໃນດ້ານຜົນກະທົບຕໍ່ສິ່ງແວດລ້ອມ The Ocean Cleanup ໄດ້ຊີ້ວ່າ System002 ດັກຈັບຂີ້ເຫຍື້ອພລາສຕິກ ຄິດເປັນອັດຕາສ່ວນເຖິງ 99,8% ຂອງປະລິມານການດັກຈັບທັງໝົດ. ທັງນີ້ ເມື່ອລະບົບມີຂະໜາດໃຫຍ່ຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນກໍຈະດັກຈັບຂີ້ເຫຍື້ອໄດ້ຫຼາຍກວ່າເກົ່າ ເຊິ່ງມັນຈະສາມາດລົດຈໍານວນຄາບອນທີ່ຖືກປ່ອຍອອກມາ.

ອົງກອນ The Ocean Cleanup

ໂດຍ The Ocean Cleanup ເປັນໂຄງການດ້ານສິ່ງແວດໜຶ່ງທີ່ສຳຄັນ ເພາະພວກເຂົາໄດ້ພັດທະນານະວັດຕະກໍາດັກຈັບຂີ້ເຫຍື້ອໃນທະເລ ແລະມີເປົ້າໝາຍກໍາຈັດຂີ້ເຫຍື້ອໃນ Great Pacific Garbage Patch (GPGP ຫຼື ແພຂີ້ເຫຍື້ອຍັກໃຫຍ່ໃນມະຫາສະໝຸດປາຊີຟິກ ທີ່ມີຂີ້ເຫຍື້ອຢູ່ເຖິງ 79.000 ໂຕນ ແລະ ກິນພື້ນທີ່ກວ່າ 1,6 ລ້ານກິໂລຕາແມັດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ