ເກົາຫຼີໃຕ້ ແລະ ອາເມຣິກາ ຊ້ອມຍິງລູກສອນໄຟ ເພື່ອຕອບໂຕ້ການກະທຳທີ່ອຸກອາດຂອງເກົາຫຼີເໜືອ

ເກົາຫຼີໃຕ້

ສະຖານະການລະຫວ່າງ ເກົາຫຼີເໜືອ ແລະ ບັນດາປະເທດພັນທະມິດຂອງອາເມຣິກາ ເບິ່ງຄືວ່າຈະຄ່ອຍໆກັບມາເຄັ່ງຕຶງອີກເທື່ອໜຶ່ງ ຫຼັງວັນທີ 4 ຕຸລາ ທີ່ຜ່ານມາ ເກົາຫຼີເໜືອໄດ້ທົດສອບ ຍິງລູກສອນໄຟ ຂ້າມເກາະຍີ່ປຸ່ນ ເປັນຄັ້ງທຳອິດໃນຮອບ 5ປີ.

ຫຼ້າສຸດ ຕອນເຊົ້າຂອງວັນທີ 5 ຕຸລາ ທາງ ເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ ໄດ້ຕອບໂຕ້ການກະທຳດັ່ງກ່າວຂອງເກົາຫຼີເໜືອ ໂດຍການຍິງລູກສອນໄຟ 4 ລູກ ໄປທາງຝັ່ງຕາເວັນອອກຂອງ ແຫຼມເກົາຫຼີ (Korean Peninsula) ພ້ອມປະນາມການກະທຳຂອງ ເກົາຫຼີເໜືອວ່າ ເປັນການກະທຳທີ່ອັນຕະລາຍ ແລະ ປະໝາດເກີນໄປ.

ເກົາຫຼີໃຕ້

ໂດຍເສນາທິການຮ່ວມເກົາຫຼີໃຕ້ໄດ້ເປີດເຜີຍວ່າ ກອງກຳລັງທະຫານຂອງເກົາຫຼີໃຕ້ ແລະ ສະຫະລັດ ອາເມຣິກາ ໄດ້ຍິງລູກສອນໄຟລົງທະເລເພື່ອເປັນການຕອບໂຕ້ການກະທຳຂອງເກົາຫຼີເໜືອ ເມື່ອວັນທີ 4 ຕຸລາ ທີ່ຜ່ານມາ ໂດຍລູກສອນໄຟດັ່ງກ່າວເປັນຮຸ່ນ ATACMS ແບບພື້ນສູ່ພື້ນ (Surface-to-Surface Missile) ເປັນຈຳນວນ 4 ລູກ ເຊິ່ງສາມາດຍິງໄປໄດ້ໄກເຖິງ 320 ກິໂລແມັດ.

ໂດຍກ່ອນໜ້ານີ້ ເກົາຫຼີ ແລະ ສະຫະລັດອາເມຣິກາ ກໍໄດ້ຕອບໂຕ້ການກະທຳຂອງເກົາຫຼີເໜືອ ແບບທັນທີ ໄປກ່ອນແລ້ວ ໂດຍເມື່ອວັນທີ 4 ຕຸລາ ກອງທັບເກົາຫຼີໃຕ້ ແລະ ສະຫະລັດອາເມຣິກາ ໄດ້ຊ້ອມຖິ້ມລະເບີດ ໂດຍໃຊ້ເຮືອບິນຂັບໄລ່ F-15K ຂອງເກົາຫຼີໃຕ້ຍິງອາວຸດຈາກອາກາດສູ່ພື້ນ ຈຳນວນ 2 ລູກໃສ່ເປົ້າໝາຍຈຳລອງທີ່ຢູ່ທາງຕາເວັນຕົກຂອງແຫຼມເກົາຫຼີ.

ເກົາຫຼີໃຕ້

ຈອນ ເຄີບີ້ (John Kirby) ຜູ້ປະສານງານການສື່ສານດ້ານຍຸດທະສາດຂອງສະພາຄວາມໝັ້ນຄົງແຫ່ງຊາດ ເປີດເຜີຍກັບ CNN ວ່າ ການຊ້ອມຍິງລູກສອນໄຟຄັ້ງນີ້ມີຂຶ້ນເພື່ອສະແດງໃຫ້ເຫັນວ່າ ສະຫະລັດ ອາເມຣິກາ ແລະ ບັນດາຊາດພັນທະໝິດ ມີຄວາມສາມາດ ແລະ ຄວາມພ້ອມທາງດ້ານການທະຫານທີ່ຈະຕອບໂຕ້ການຍຸແຫຍ່ຈາກເກົາຫຼີເໜືອ ໄດ້ທຸກເວລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ