Elon Musk ປ່ຽນໃຈ ຍອມຊື້ Twitter ໃນລາຄາເກົ່າທີ່ຕົກລົງກັນໄວ້ ດ້ວຍຈຳນວນເງິນ 44.000 ລ້ານໂດລາ

Elon Musk

Elon Musk

Elon Musk ເສດຖີອັນດັບ 1 ຂອງໂລກ ປ່ຽນໃຈກັບມາຍື່ນຂໍ້ສະເໜີ ຂໍຊື້ Twitter ອີກເທື່ອໜຶ່ງ ໃນວົງເງິນ 44.000 ລ້ານໂດລາ ຫຼື ຕົກຢູ່ທີ່ຮຸ້ນລະ 54,20 ໂດລາ ເທົ່າກັບທີ່ເຄີຍສະເໜີໄປໃນເບື້ອງຕົ້ນ ພ້ອມກັບຮຽກຮ້ອງໃຫ້ Twitter ຢຸດດຳເນີນຄະດີກັບຕົນເອງ ໃນຂໍ້ຫາພະຍາຍາມຍົກເລີກຂໍ້ຕົກລົງ ໃນເດືອນ ກໍລະກົດ ທີ່ຜ່ານມາ.

Elon Musk

ໂດຍ ອີລອນ ມັສ ໄດ້ຍື່ນຈົດໝາຍຂໍ້ສະເໜີດັ່ງກ່າວໃຫ້ Twitter ເມື່ອວັນຈັນທີ 3 ຕຸລາທີ່ຜ່ານມາ ວ່າລາວພ້ອມທີ່ຈະຊື້ກິດຈະການຂອງ Twitter ພາຍໃຕ້ເງື່ອນໄຂເກົ່າທີ່ຕົກລົງກັນໄວ້ ແຕ່ມີເງື່ອນໄຂວ່າໃຫ້ຜູ້ພິພາກສາ ສານລັດເດລາແວ ຈະຕ້ອງລະງັບການດຳເນີນຄະດີໄວ້ກ່ອນ. ໂດຍໂຄສົກ Twitter ຢືນຢັນວ່າໄດ້ຮັບຈົດໝາຍສະບັບດັ່ງກ່າວແທ້ ແຕ່ຍັງບໍ່ຢືນຢັນວ່າຈະຮັບຂໍ້ສະເໜີດັ່ງກ່າວ ຫຼືບໍ່.

Elon Musk

ຂໍ້ສະເໜີໃໝ່ຄັ້ງນີ້ຂອງ ອີລອນ ມັສ ມີຂຶ້ນກ່ອນທີ່ລາວ ແລະ Twitter ຈະຕ້ອງປະເຊີນໜ້າກັນໃນຊັ້ນສານ ໃນວັນທີ 18 ຕຸລາ ທີ່ຈະມາຮອດນີ້. ເຊິ່ງກ່ອນໜ້ານີ້ Twitter ນັ້ນຂໍໃຫ້ສານມີຄຳສັ່ງບັງຄັບໃຫ້ ອີລອນ ມັສ ຕ້ອງຍອມຊື້ Twitter ດ້ວຍຈຳນວນເງິນ 44.000 ລ້ານໂດລາ ຕາມທີ່ໄດ້ຕົກລົງກັນໄວ້ ແຕ່ຕອນທຳອິດ.

ໂດຍເລື່ອງທັງໝົດນີ້ ເກີດຂຶ້ນຕັ້ງແຕ່ ເດືອນ ເມສາ 2022 ທີ່ຕອນນັ້ນ ອີລອນ ມັສ ໄດ້ຍື່ນຂໍ້ສະເໜີ ຂໍຊື້ ກິດຈະການ Twitter ດ້ວຍມູນຄ່າ 44.000 ລ້ານໂດລາ ເຊິ່ງທາງ Twitter ເອງກໍໄດ້ຕອບຮັບຂໍ້ສະເໜີ ດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ. ແຕ່ຕໍ່ມາ ໃນເດືອນ ຕຸລາ 2022  ອີລອນ ມັສ ໄດ້ພະຍາຍາມຍົກເລີກຂໍ້ສະເໜີດັ່ງກ່າວ ໂດຍອ້າງວ່າ ຈຳນວນບັນຊີປອມ ຫຼື bot accounts ນັ້ນມີຫຼາຍກວ່າ 5% ຫຼາຍເທົ່າຕາມທີ່ Twitter ໄດ້ໃຫ້ຂໍ້ມູນມາ ແລະ ບໍລິສັດ Twitter ບໍ່ສາມາດໃຫ້ຂໍ້ມູນເລື່ອງດັ່ງກ່າວໄດ້ ຫຼື ພະຍາຍາມປະຕິເສດຄຳຂໍຂໍ້ມູນເຫຼົ່ານັ້ນຫຼາຍເທື່ອ ຈາກຝ່າຍຂອງ ອີລອນມັສ.

ເຊິ່ງຖ້າວ່າຂໍ້ສະເໜີຄັ້ງຫຼ້າສຸດນີ້ ຂອງ ອີລອນ ມັສ ບັນລຸໄປດ້ວຍດີ ຈະເຮັດໃຫ້ ມະຫາເສດຖີອັນດັບ 1 ຂອງໂລກຄົນນີ້ ຄອບຄອງ ໜຶ່ງໃນສື່ສັງຄົມອອນລາຍ ທີ່ມີອິດທິພົນຕໍ່ຄວາມຄິດຂອງຜູ້ຄົນ ຫຼາຍທີ່ສຸດ ອັນດັບຕົ້ນໆຂອງໂລກ ແລະ ຍັງຈະຖືເປັນການສິ້ນສຸດການຕໍ່ສູ້ທາງກົດໝາຍລະຫວ່າງ ອີລອນ ມັສ ກັບ Twitter ທີ່ກິນເວລາມາຫຼາຍ ແລະ ໄດ້ສົ່ງຜົນລົບຕໍ່ອີລອນ ມັສ ແລະ Twitter ເອງ,

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ