ສະວິດເຊີແລນຄວ້າແຊ້ມປະເທດທີ່ດີທີ່ສຸດໃນໂລກປະຈໍາປີ 2022 ສ່ວນປະເທດລາວເຮົາບໍ່ຕິດອັນດັບ

ສະວິດເຊີແລນ

usnews.com ເວັບໄຊທີ່ຈັດອັນດັບຄວາມນິຍົມຕ່າງໆ ແລະ ເປັນເວັບໄຊທີ່ມີອິດທິພົນຕໍ່ຊາວອາເມຣິກາ ໄດ້ອອກມາເປີດເຜີຍດັດຊະນີປະເທດທີ່ມີປະສິດທິພາບສູງສຸດໃນໂລກປະຈໍາປີ 2022 ຜ່ານການຈັດອັນດັບ U.S. News & World Report Best Countries Rankings ໂດຍມີຄວາມພະຍາມທີ່ຈະກວດສອບຄຸນຄ່າຂອງປະເທດຕ່າງໆ ເຊັ່ນ: ສະພາບເສດຖະກິດ, ຕົວເລກ GDP, ສະພາບເສດຖະກິດ ແລະ ຈໍານວນປະຊາກອນ ເປັນຕົ້ນ.

ໂດຍຜົນສຳຫຼວດນີ້ແບ່ງເກນການໃຫ້ຄະແນນເປັນ 10 ດ້ານຄື: ດ້ານຄວາມສາມາດໃນການປັບຕົວຂອງປະເທດ, ສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ຜູ້ປະກອບການ, ຄຸນະພາບຊີວິດ, ຄວາມມີເອກະລັກ, ສິດທິທາງສັງຄົມ, ອິດທິພົນທາງວັດທະນະທໍາ, ການເປີດກວ້າງຕໍ່ທຸລະກິດ, ສະຖານະຂອງປະເທດໃນເວທີໂລກ, ການທ່ອງທ່ຽວ ແລະ ມໍລະດົກທາງວັດທະນະທຳ.

ທັງນີ້ ໃນການຈັດອັນດັບປະຈໍາປີ 2022 ທາງເວັບໄຊໄດ້ເຮັດສຳຫຼວດຈາກທັງໝົດ 85 ປະເທດທົ່ວໂລກ ເຊິ່ງຜົນສໍາຫຼວດໃນ 10 ອັນດັບທຳອິດມີດັ່ງນີ້:

1. ສະວິດເຊີແລນ ໄດ້ 100 ຄະແນນ

2. ເຢຍລະມັນ ໄດ້ 98 ຄະແນນ

3. ແຄນາດາ ໄດ້ 97,8 ຄະແນນ

4. ສະຫະລັດອາເມຣິກາ ໄດ້ 97,1 ຄະແນນ

5. ສະວີເດັນ ໄດ້ 95,7 ຄະແນນ

6. ຍີ່ປຸ່ນ ໄດ້ 95,6 ຄະແນນ

7. ອອສເຕຣເລຍ ໄດ້ 94,3 ຄະແນນ

8. ສະຫະລາຊະອານາຈັກ ໄດ້ 92,4 ຄະແນນ

9. ຝຣັ່ງ ໄດ້ 90,5 ຄະແນນ

10. ເດນໝາກ ໄດ້ 89,8 ຄະແນນ

ສະວິດເຊີແລນ

ສຳລັບປະເທດສະວິດເຊີແລນທີ່ຄວ້າອັນດັບ 1 ມາໄດ້ນັ້ນ ເພາະສະວິດເຊີແລນມີປະລິມານ GDP ຕໍ່ຫົວ 77.324 ໂດລາ ແລະ GDP ປະເທດຫຼາຍກວ່າ 8,13 ແສນລ້ານໂດລາ ຈາກຈຳນວນປະຊາກອນ 8.697.723 ຄົນ. ພ້ອມນັ້ນ ຄຸນະພາບປະເທດຍັງດີສຸດ ບໍ່ວ່າຈະມາຈາກຄວາມສະຖຽນລະພາບທາງການເມືອງ ແລະ ເສດຖະກິດທີ່ມີມາດຕະຖານສູງກວ່າປະເທດອື່ນໆ.

ສະວິດເຊີແລນ

ໃນສ່ວນຂອງປະເທດຕ່າງໆທີ່ໜ້າສົນໃຈເຊັ່ນ: ນໍເວຍ໌ ອັນດັບທີ 13 ໄດ້ 86,9 ຄະແນນ, ອິຕາລີ ອັນດັບທີ 14 ໄດ້ 83,0 ຄະແນນ, ຟິນແລນ ອັນດັບທີ 15 ໄດ້ 81,5 ຄະແນນ, ສະເປນ ອັບດັບທີ 16 ໄດ້ 80,0 ຄະແນນ, ໄອແລນ ອັນດັບທີ 23 ໄດ້ 62,5 ຄະແນນ.

ສະວິດເຊີແລນ

ສຳລັບທະວີບອາຊີ ຈີນຢູ່ໃນອັນດັບ 17 ໄດ້ 77,1 ຄະແນນ, ເກົາຫຼີໃຕ້ ອັນດັບ 20 ໄດ້ 70,6 ຄະແນນ, ອິນເດຍ ອັນດັບທີ 31 40,8 ຄະແນນ, ສີລັງກາ ອັນດັບ 55 ໄດ້ 13,9 ຄະແນນ, ບັງກະລາເທດ ອັນດັບ 71 ໄດ້ 6,3 ຄະແນນ, ອີຣັກ ອັນດັບທີ 83 ໄດ້ 1,0 ຄະແນນ.

ສະວິດເຊີແລນ

ທາງດ້ານບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ສິງກະໂປກໍສາມາດຕິດຢູ່ໃນອັນດັບ 19 ໄດ້ 74,1 ຄະແນນ, ໄທ ອັນດັບ 28 ໄດ້ 47,7 ຄະແນນ, ມາເລເຊຍ ອັນດັບ 39 ໄດ້ 31,8 ຄະແນນ, ອິນໂດເນເຊຍ ອັນດັບທີ 41 ໄດ້ 26,5 ຄະແນນ, ຟິລິບປິນ ອັນດັບ 46 ໄດ້ 23,1 ຄະແນນ, ຫວຽດນາມ ອັນດັບ 47 ໄດ້ 22,0 ຄະແນນ, ກໍາປູເຈຍ ອັນດັບ 63 ໄດ້ 10,3 ຄະແນນ ແລະ ມຽນມາ ອັນດັບ 76 ໄດ້ 4,6 ຄະແນນ.

ສະວິດເຊີແລນ

ສຳລັບປະເທດລາວເຮົາ ແລະ ບຣູໄນແມ່ນບໍ່ຕິດອັນດັບໃນການຈັດຜົນສຳຫຼວດປະເທດທີ່ດີທີ່ສຸດໃນໂລກປະຈໍາປີ 2022.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ